ຍິນດີນໍາ ສາດສະດາຈານ ແລະ ຮອງສາດສະດາຈານ ຂອງ ສ ປປ ລາວ ມີທ່ານໃດແນ່ ລາຍຊື່ຕາມນີ້

543

ໃນວັນທີ 26 ພຶດສະພາ 2022 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດພິທີປະກາດຕຳແໜ່ງວິຊາການຄູສອນ ຂັ້ນສາດສະດາຈານ ແລະຂັ້ນຮອງສາດສະດາຈານ ທີ່ສະໂມສອນສະຖາບັນຂົງຈື ມຊ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ ພ້ອມດ້ວຍທ່ານຮອງອະທິການບໍດີ, ແຂກທີ່ຖືກເຊີນ ແລະພະນັກງານ, ຄູອາຈານ ເຂົ້າຮ່ວມ.


ໃນໂອກາດສໍາຄັນນີ້, ທ່ານ ຄຳລຽນ ນາມບຸດ ຮອງຫົວຫນ້າຫ້ອງການສະພາການສຶກສາຊັ້ນສູງ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນລາຍງານການເຄື່ອນໄຫວຂອງສະພາໂດຍຫຍໍ້ວ່າ: ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ມີມະຕິຮັບຮອງ ແລະນຳສະເໜີລັດຖະບານ ເພື່ອພິຈາລະນາ ອະນຸມັດແຕ່ງຕັ້ງຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ ແລະຮອງສາດສະດາຈານ ໃຫ້ແກ່ຄູສອນ ຢູ່ສະຖານການສຶກສາຊັ້ນສູງ ແລະໄດ້ຖືກອະນຸມັດແລ້ວ ມີຈຳນວນ 22 ທ່ານ, ຍິງ 03 ທ່ານ; ເຊິ່ງໃນນັ້ນ ຕໍາແໜ່ງວິຊາການຄູຂັ້ນສາດສະດາຈານ ມີ 05 ທ່ານ (ຍິງ 01 ທ່ານ ແລະຮອງສາດສະດາຈານ ມີ 17 ທ່ານ (ຍິງ 03 ທ່ານ). ຊຶ່ງເປັນຄັ້ງທຳອິດນັບແຕ່ມີດຳລັດສ້າງຕັ້ງສະພາການສຶກສາຊັ້ນສູງແຫ່ງຊາດເປັນຕົ້ນມາ.

ຫລັງຈາກນັ້ນ, ກະຊວງສຶກສາທິການ ແລະກີລາ ໄດ້ນໍາສະເໜີທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາອະນຸມັດ ແລະຖືກຮັບຮອງ ແລະລົງລາຍເຊັນໃນວັນທີ 29 ເມສາ 2022. ພ້ອມນັ້ນ ທ່ານກໍໄດ້ຜ່ານດຳລັດ ສະບັບເລກທີ 133-137/ນຍ, ລົງວັນທີ 29 ເມສາ 2022 ວ່າດ້ວຍການແຕ່ງຕັ້ງສາດສະດາຈານ ເຊິ່ງແຕ່ງຕັ້ງ:

ທ່ານ ຮສ. ປອ. ສົມພອນ ອິນຄຳແສງ ດໍາລົງຕໍາແໜ່ງ ສາດສະດາຈານ ສາຂາ ວິສະວະກຳສິ່ງແວດລ້ອມນ້ຳ,

ທ່ານ ຮສ. ປອ. ສີທອງ ທອງມະນີວົງ ດໍາລົງຕໍາແໜ່ງ ສາດສະດາຈານ ສາຂາ ຄຸ້ມຄອງຊັບ ພະຍາກອນທຳມະຊາດ,

ທ່ານ ຮສ. ປອ. ນາງ ລັດສະໝີ ບຸບຜາ ດໍາລົງຕໍາແໜ່ງ ສາດສະດາຈານ ສາຂາ ວິທະຍາສາດ ແລະ ເຕັກໂນໂລຊີໄມ້,

ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ດໍາລົງຕໍາແໜ່ງ ສາດສະດາຈານ ສາຂາ ຄຸ້ມຄອງຊັບພະ ຍາກອນປ່າໄມ້

ແລະ ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ ດໍາລົງຕໍາແໜ່ງ ສາດສະດາຈານ ສາຂາ ເສດຖະສາດ.


ດຳລັດສະບັບເລກທີ 138-154/ນຍ ລົງວັນທີ 29 ເມສາ 2022 ວ່າດ້ວຍການແຕ່ງຕັ້ງ ຮອງສາດສະດາຈານ ເຊິ່ງແຕ່ງຕັ້ງ: ທ່ານ ວິລະ ອາໂນລັກ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ສະຖາປັດຕະຍະກຳສາດ,

ທ່ານ ປອ. ທອງພັນ ຈັນຖາວອນ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ,

ທ່ານ ນາງ ສົມສະໜຸກ ສິລິບຸນທັນ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ວິສະວະກຳຊັບພະຍາກອນນ້ຳ,

ທ່ານ ນາງ ພັນພະສາ ຫລອມ ຈັນທະລາ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ບໍລິຫານທຸລະກິດ,

ທ່ານ ປອ. ນາງ ທອງສະຫວັນ ນາຄະວິດ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ບໍລິຫານທຸລະກິດ,

ທ່ານ ປອ. ສົມຫວັງ ພິມມະວົງ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດປ່າໄມ້,

ທ່ານ ປອ. ທຸມທອນ ວົງວີສຸກ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ການວາງແຜນນໍາໃຊ້ທີ່ດິນ,

ທ່ານ ປອ. ໄກສອນ ເພັງໂສພາ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ ແລະນະໂຍບາຍປ່າໄມ້,

ທ່ານ ປອ. ສິດທິໄຊ ໄຊຍະວົງ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ບໍລິຫານທຸລະກິດ,

ທ່ານ ປອ. ວຽງສະໝອນ ທໍາມະວົງ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ອະນຸກົມວິຖານພືດ,

ທ່ານ ປອ. ຈິດຕະນາ ພົມພິລາ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ການວິເຄາະພາບຖ່າຍດາວທຽມສຳລັບປ່າໄມ້ ແລະ ແຫຼ່ງນໍ້າ,

ທ່ານ ປອ. ປີຍະ ວົງພິດ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ,

ທ່ານ ປອ. ບຸນເລີດ ວັນນະລາດ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ,

ທ່ານ ປອ. ບຸນມີ ອິນທະເກສອນ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ,

ທ່ານ ປອ. ວິຣິຍະສັກ ສີສຸພັນທອງ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາເສດຖະສາດ,

ທ່ານ ປອ. ອາໄລ ພົນວິໄຊ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ

ແລະທ່ານ ປອ.ກ້າ ໄຟດ່າງລໍ່ເບຼຍຢາວ ດໍາລົງຕໍາແໜ່ງ ຮອງສາດສະດາຈານ ສາຂາ ເສດຖະສາດ.

ຈາກ: ກະດານຂ່າວ ມຊ-Kadankao