ອູຮັ່ນປ່ອຍລົດໄຟຂະບວນທຳອິດ ສົ່ງສິນຄ້າມາຫຼວງພະບາງຜ່ານເສັ້ນທາງລົດໄຟລາວ-ຈີນ

710

ແຄັບຊັ່ນ: ໃຊ້ເວລາ 7-10 ວັນ ຂົນສົ່ງຈາກອູຮັ່ນສູ່ຫຼວງພະບາງຜ່ານທາງລົດໄຟ

ລົດໄຟສິນຄ້າຂະບວນໜຶ່ງໄດ້ອອກເດີນທາງຈາກນະຄອນອູຮັ່ນ ແຂວງຫູເປີ່ຍ ທາງຕອນກາງ ຂອງ ສປ ຈີນ ມຸ້ງໜ້າສູ່ຫຼວງພະບາງຂອງລາວ ເມື່ອວັນອັງຄານ ທີ 17 ພຶດສະພາ 2022 ເຊິ່ງເປັນຄັ້ງທຳອິດທີ່ຫູເປີ່ຍສົ່ງລົດໄຟສິນຄ້າລະຫວ່າງປະເທດແລ່ນຜ່ານທາງລົດໄຟລາວ-ຈີນ.

ລົດໄຟຂະບວນດັ່ງກ່າວບັນທຸກວັດຖຸດິບປະເພດປຸ໋ຍ 1.650 ໂຕ່ນ ແລະມີກຳນົດ 7-10 ວັນໃຫ້ຮອດຈຸດໝາຍປາຍທາງ.

ເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍຂະຫຍາຍການຄ້າລະຫວ່າງຫູເປີ່ຍກັບຫຼາຍເມືອງໃຫຍ່ຂອງກຸ່ມປະເທດອາຊຽນ ລວມເຖິງການແລກປ່ຽນເສດຖະກິດການຄ້າລະຫວ່າງປະຊາຊົນໃນລະດັບພູມີພາກ.

ການເປີດເສັ້ນທາງນີ້ນັບເປັນຂ່າວດີສຳລັບຜູ້ປະກອບການ ເພາະທາງລົດໄຟລາວ-ຈີນ ຊ່ວຍຫຍໍ້ເວລາຂົນສົ່ງລະຫວ່າງພື້ນທີ່ຫຼາຍກວ່າເຄິ່ງໜຶ່ງເມື່ອທຽບກັບການຂົນສົ່ງທາງເຮືອແບບເດີມ ຂະນະທີ່ຕົ້ນທຶນດ້ານໂລຈິດສະຕິກຈະຫຼຸດລົງຫຼາຍຂຶ້ນເຊັ່ນດຽວກັນ.

ຂ່າວຈາກ China Xinhua News