ຜູ້ປະກອບການດ້ານການທ່ອງທ່ຽວທີ່ວັງວຽງ ໄດ້ຮັບຜົນດີຈາກ ລົດໄຟ ລາວ-ຈີນ

129

ພາຍຫລັງທີ່ ສປປ ລາວ ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ ຢ່າງເປັນທາງການ ເຮັດໃຫ້ບັນຍາກາດການທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ມີທ່າອ່ຽງດີຂຶ້ນ ໂດຍສະເພາະມີນັກທ່ອງທ່ຽວເດີນທາງມາທ່ອງທ່ຽວເມືອງວັງວຽງ ນັບມື້ເພີ່ມຂຶ້ນ ເຊິ່ງມັນໄດ້ສົ່ງຜົນດີ, ຜົນປະໂຫຍດທາງກົງ ແລະ ທາງອ້ອມ ໃຫ້ແກ່ຜູ້ປະກອບການດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ເປັນຕົ້ນ ບໍລິສັດທ່ອງທ່ຽວ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ.

ທ່ານ ຫົງຄຳ ແກ້ວດວງສີ ປະທານບໍລິສັດ ທ່ອງທ່ຽວນ້ຳທິບ ຈຳກັດ, ທັງເປັນຜູ້ຈັດການ ບໍລິສັດ ລາວຟຣາຍອິງມີເດຍ ຈໍາກັດ ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນວັນທີ 24 ພຶດສະພາ 2022 ນີ້ວ່າ: ມາຮອດປັດຈຸບັນ, ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ເປີດໃຫ້ບໍລິການຢ່າງເປັນທາງການ ລວມທັງ ລັດຖະບານ ອະນຸຍາດໃຫ້ເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ເຮັດໃຫ້ນັກທ່ອງທ່ຽວ ໄດ້ທະຍອຍກັນເຂົ້າມາທ່ອງທ່ຽວຢູ່ເມືອງວັງວຽງ ນັບມື້ນັບຫລາຍຂຶ້ນໃນແຕ່ລະວັນ

ເຊິ່ງບໍລິສັດທ່ອງທ່ຽວນ້ຳທິບ ເປັນໜຶ່ງໃນບໍລິສັດ ທີ່ໃຫ້ບໍລິການດ້ານການທ່ອງທ່ຽວ ເປັນຕົ້ນ ບໍລິການລ່ອງເຮືອກາຍັກ ແລະ ບໍລິການຂີ່ສະລິງຢູ່ຖໍ້າປູຄໍາ. ສ່ວນບໍລິສັດ ລາວຟຣາຍອິງມີເດຍ ຈໍາກັດ ແມ່ນບໍລິການຂີ່ບາລູນ ແລະ ເປັນບໍລິສັດດຽວ ທີ່ໃຫ້ບໍລິການບາລູນຢູ່ເມືອງວັງວຽງ ໃນໄລຍະນີ້.
ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ມີນັກທ່ອງທ່ຽວເຂົ້າມາໃຊ້ບໍການ 100 ກວ່າຄົນຕໍ່ອາທິດ ໂດຍບໍລິສັດໄດ້ເປີດໃຫ້ບໍລິການ ໃນທ້າຍອາທິດທຸກໆວັນສຸກ,ເສົາ, ແລະ ວັນອາທິດ, ໃນມື້ປົກກະຕິ ລູກຄ້າຕ້ອງໄດ້ຕິດຕໍ່ຈອງໄວ້ລ່ວງໜ້າ.

ສຳລັບ ກິດຈະ ກຳ ຂີ່ບາລູນ ໄດ້ເປີດໃຫ້ບໍລິການ 2-3 ຖ້ຽວຕໍ່ອາທິດ, ຖ້ຽວໜຶ່ງຂຶ້ນໄດ້ 10 ກວ່າຄົນ ໂດຍຈະແຍກ ການບໍລິການອອກເປັນກຸ່ມໃຜກຸ່ມມັນ, ບໍ່ເອົາກຸ່ມນັກທ່ອງທ່ຽວມາຮ່ວມກັນ ໃນເວລາຫລິ້ນກິດຈະກຳຕ່າງໆ ເພື່ອປ້ອງກັນການຕິດເຊື້ອໂຄວິດ-19 ທ່ານ ຫົງຄໍາ ແກ້ວດວງສີ ກ່າວອີກວ່າ: ເພື່ອຮອງຮັບໃຫ້ແກ່ການບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວຢູ່ເມືອງວັງວຽງ ນັບມື້ນັບເພີ່ມຂຶ້ນໃນຕໍ່ໜ້າ, ບໍລິສັດທ່ອງທ່ຽວນ້ຳທິບ ແລະ ບໍລິສັດ ລາວຟຣາຍອິງມີເດຍ ຈະປັບປຸງການບໍລິການທຸກກິດຈະກໍາ ໃຫ້ມີຄວາມຫລາກຫລາຍ, ຮັກສາໄດ້ຄວາມປອດໄພ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ມາໃຊ້ບໍລິການ ໄດ້ຫລິ້ນກິດຈະກຳຕ່າງໆ ດ້ວຍຄວາມມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ມາຄັ້ງໜຶ່ງແລ້ວຢາກກັບມາອີກຄັ້ງຕໍ່ໆໄປ.


ຈາກ: ປະເທດລາວ Pathedlao