ມິສະຕິເຝົ້າລະວັງ ຄຳເຕືອນຈາກຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ໃນຊ່ວງລະດູຝົນ

112

ຊ່ວງນີ້ເຮົາຕ້ອງຕິດຕາມພະຍາກອນອາກາດ ແລະ ສະພາບອາກາດເປັນປະຈຳ ເພາະໄດ້ກ້າວເຂົ້າສູ່ລະດູຝົນຢ່າງເປັນທາງການແລ້ວ ຊຶ່ງທຸກໆປີມັກຈະມີເຫດການໄພພິບັດເກີດຂຶ້ນເຮັດໃຫ້ເກີດຄວາມເສຍຫາຍຫຼວງຫຼາຍຕໍ່ຊັບສິນຂອງພໍ່ແມ່ປະຊາຊົນ ປີນີ້ຄະນະຄຸ້ມຄອງໄພພິບັດຂັ້ນສູນກາງຈິ່ງມີຄຳແນະນຳແຕ່ຕົ້ນໃຫ້ທຸກຄົນມີສະຕິກຽມພ້ອມແຕ່ເບື້ອງຕົ້ນ.

ໂດຍຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ອອກແຈ້ງການແນະນຳເຖິງບັນດາ, ປະຊາຊົນລາວບັນດາເຜົ່າ ໃຫ້ກຽມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນຊ່ວງລະດູຝົນປີນີ້.

ອີງໃສ່ແຈ້ງການແນະນຳສະບັບ ເລກທີ 17/ຄພສ ລົງວັນທີ 23 ພຶດສະພາ 2022 ເພື່ອຮັບປະກັນການກຽມຄວາມພ້ອມຮັບມືກັບສະພາບເຫດການໄພພິບັດທີ່ອາດເກີດຂຶ້ນໃນຊ່ວງລະດູຝົນປີນີ້ ຮອງປະທານຜູ້ອຳນວຍການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງໄດ້ແຈ້ງໃຫ້ຄຳແນະນຳແກ່ປະຊາຊົນ ໂດຍສະເພາະເຂດທີ່ມີຄວາມສ່ຽງແມ່ນໃຫ້ເອົາໃຈໃສ່ ເປັນຕົ້ນແມ່ນ: ນ້ຳຖ້ວມ, ນ້ຳປ່າໄຫຼຊຸ, ລົມພາຍຸ, ພະຍາດລະບາດ( ໄຂ້ຍຸງ), ສັດຕູພືດ, ພະຍາດຕາມລະດູການ ແລະ ອື່ນໆ ທີ່ອາດເກີດຂຶ້ນ

ນອກຈາກນັ້ນກໍ່ຕ້ອງເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນ, ການຫຼຸດຜ່ອນຄວາມສ່ຽງ ແລະ ກຽມພ້ອມຮັບມືກັບໄພພິບັດ ໂດຍພາກສ່ວນທີ່ກ່ຽວຂ້ອງຕ້ອງສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ, ຕິດຕາມສະພາບດິນຟ້າອາກາດ ເພື່ອໃຫ້ໄດ້ຮັບຂໍ້ມູນຂ່າວສານການເຕືອນໄພລ່ວງໜ້າໃຫ້ວ່ອງໄວ ແລະ ທັນຕໍ່ກັບສະພາບການ.

ສະຫຼຸບແລ້ວທຸກພາກສ່ວນຕ້ອງເປັນເຈົ້າການ ຕິດຕາມເຝົ້າລະວັງ ແລະເຜີຍແຜ່ຂໍ້ມູນຂ່າວສານຕໍ່ພໍ່ແມ່ປະຊາຊົນໃນແຕ່ລະທ້ອງຖິ່ນ ໃຫ້ວ່ອງໄວທັນການ ແລະໄດ້ຮັບຜົນກະທົບໜ້ອຍທີ່ສຸດຕໍ່ໄພພິບັດທີ່ອາດເປີດຂຶ້ນໃນລະດູຝົນປີນີ້.