ວິນາທີ ໄພລັດ ກອດ+ມອບຫຼຽນຄໍາຄ້ອງຄໍໃຫ້ແມ່ ຫຼັງພິຊິດຫຼຽນຄໍາ ຊີິເກມ ກັບມາບ້ານເກີດ

318

ແຟນໆຊາວລາວ, ພໍ່ແມ່ພີ່ນ້ອງ ແລະ ຕ່າງໜ້າກະຊວງສຶກສາທິການ ແລະ ກີລາ ຕ້ອນຮັບ ທັບນັກກີລາລາວ ຈໍານວນ 9 ປະເພດກີລາເດີນທາງມາຮອດ ສປປ ລາວ ຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2022 ທີ່ສະໜາມບິນສາກົນ ວັດໄຕ.

ພິທີດັ່ງກ່າວກຽດຕ້ອນຮັບໂດຍ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມ ກີລາລະດັບສູງ ພ້ອມດ້ວຍພໍ່ແມ່ພີ່ນ້ອງ ແລະ ສື່ມວນຊົນ ມາຕ້ອນຮັບຢ່າງພ້ອມພຽງ ແລະ ອົບອຸ່ນ.

ສ່ວນຫົວໜ້າຄະນະນັກກີລາຄັ້ງນີ້ແມ່ນ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສຶກສາທິການ ແລະ ກີລາ ນໍາໜ້າພາທາງທັບນັກກີລາເດີນທາງມາຮອດ ສປປ ລາວ

ໂດຍເຫດການສໍາຄັນໃນຄັ້ງນີ້ແມ່ນ ກີລາໂວວິນາມລາວ ສາມາດຍາດໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ ຈິ່ງເຮັດໃຫ້ ທັບນັກກີລາສ້າງຜົນງານໄດ້ຕາມເປົ້າໝາຍຄືຄວ້າ 2 ຫຼຽນຄໍາ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ຈັດຢູ່ອັນດັບທີ 9 ຂອງຕາຕະລາງຄະແນນສະຫຼຸບຫຼຽນ

ໂດຍ 2 ຫຼຽນຄໍາ ໄດ້ຈາກ ນາງ ມາລາ ແລະ ນາງ ພິກສະໄໝ ໂວວິນາມຄູ່ຍິງປະເພດຟ້ອນດາບຄູ່ ແລະ ທ້າວ ໄພລັດ ປະເພດຟ້ອນດ່ຽວຊາຍ ( ກະບອງ ) ແນ່ນອນ ຫຼັງຈາກມາລາວ ໄພລັດ ກໍເຂົ້າໄປສວມກອດ ແລະ ມອບຫຼຽນຄໍາຄ້ອງຄໍໃຫ້ກັບຜູ້ເປັນແມ່ທີ່ມາຕ້ອນຮັບ ( ເບິ່ງຄລິບໄດ້ລຸ່ມນີ້ )