ລົດໄຟລາວ-ຈີນ ຊ່ວຍໃຫ້ການຂົນສົ່ງສິນຄ້າຂ້າມແດນສະດວກສະບາຍຂຶ້ນ

202

ພາຍຫຼັງມີເສັ້ນທາງລົດໄຟລາວ-ຈີນໄດ້ໃຫ້ທາງເລືອກທີ່ແສນພິເສດແກ່ການຄ້າຂາຍລະຫວ່າງຊາດ ບໍ່ສະເພາະແຕ່ ສປປ ລາວ ແລະ ສປ ຈີນເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ບັນດາປະເທດທີ່ຢູ່ອ້ອມຮອບໄດ້ຮັບຜົນກະໂຫຍດໄປຕາມໆກັນ ໂດຍສະເພາະຊ່ວຍໃຫ້ຕົ້ນທຶນການຂົນສົ່ນເງິນຄ້າຖືກລົງອັນເນື່ອງມາຈາກເວລາທີ່ສັ້ນລົງ ເສັ້ນທາງທີ່ໃກ້ກວ່າເກົ່າຫຼາຍຖ້າທຽບໃສ່ເມື່ອກ່ອນ.


ທ່ານ ຕູ່ ຈິນຈູນ(Tu Jingchun), ຜູ້ຈັດການ ບໍລິສັດຢຸນນານເພື່ອການສົ່ງອອກສາກົນ( Yunnan Tongyi International Freight Forwarding Co Ltd) ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 23 ພຶດສະພາ 2022 ຢູ່ທ່າບົກທ່ານາແລ້ງ, ນະຄອນຫລວງວຽງຈັນ ວ່າ: ຫລັງຈາກທີ່ລົດໄຟລາວ-ຈິນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ເຮັດໃຫ້ການຂົນສົ່ງສິນຄ້າຜ່ານແດນຈາກ ສປປ ລາວ ໄປ ສປ ຈີນ ດີຂຶ້ນແບບກ້າວກະໂດດເພາະວ່າ ກ່ອນບໍ່ມີທາງລົດໄຟລາວ-ຈີນ, ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ຕ້ອງໄດ້ໃຊ້ລົດບັນທຸກໃນການສົ່ງອອກສິນຄ້າ ຈາກລາວໄປຈີນ ຫລື ຈີນມາລາວ ເຊິ່ງໃຊ້ເວລາ 4-5 ວັນ ຈິ່ງຮອດຊາຍແດນ ລາວ-ຈີນ.

ແຕ່ປັດຈຸບັນ ການຂົນສົ່ງສິນຄ້າໂດຍຜ່ານທາງລົດໄຟລາວ-ຈີນ ຈາກຄຸນຫມິງຂອງຈີນ ຫາ ນະຄອນ ຫລວງວຽງຈັນ ໃຊ້ເວລາພຽງ 24 ຊົ່ວໂມງເທົ່ານັ້ນ, ທັງມີຄວາມປອດໄພ, ມີຂັ້ນຕອນທີ່ງ່າຍຂຶ້ນ, ສະດວກສະ ບາຍ , ຫຼູດຜ່ອນຄ່າໃຊ້ຈ່າຍ, ໄດ້ມາດຕະຖານ ແລະລົບລ້າງຄວາມຫຍຸ້ງຍາກຂອງປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຕໍ່ທາງບົກຂອງຫຼາຍປະເທດອ້ອມຂ້າງ.


ຕາມຂ່າວລາຍງານອີກວ່າ ໄວໆນີ້ຈະມີການເຊື່ອມຕໍ່ສະຖານີລົດໄຟວຽງຈັນໃຕ້ ຫາທ່າບົກທ່ານາແລ້ງ ອັນເປັນສາງພັກສິນຄ້າຂະໜາດໃຫຍ່ສຸດຂອງປະເທດລາວ ເພື່ອສົ່ງຕໍ່ດ້ວຍທາງລົດໄຟ ຍິ່ງຈະອຳນວຍຄວາມສະດວກຫຼາຍຂຶ້ນຕໍ່ການຂົນສົ່ງສິນຄ້າໄປ-ມາລະຫວ່າງຈີນ, ລາວ, ໄທ, ມຽນມາ ແລະປະເທດອື່ນໆ.