ຈະປ່ອຍເຂື່ອນນ້ຳອູ 4, ລະດັບນ້ຳອາດຂຶ້ນສູງ ປະຊາຊົນແຖບນັ້ນຈົ່ງລະມັດລະວັງ

163

ຫ້ອງວ່າການເມືອງຂວາ ອອກແຈ້ງການໃຫ້ປະຊາຊົນເອົາໃຈໃສ່ເຝົ້າລະວັງ ຕິດຕາມລະດັບນ້ຳອູແຕ່ວັນທີ 23-31 ພຶດສະພາ 2022 ໂດຍສະເພາະກໍ່ແມ່ນບັນດາພໍ່ແມ່ປະຊາຊົນ ທີ່ໃກ້ຄຽງບໍລິເວນນັ້ນ ໃຫ້ມີສະຕິເພາະລະດັບນ້ຳອາດຂຶ້ນສູງໃນລະຫວ່າງນີ້.

ເນື່ອງຈາກໃນໄລຍະນີ້ນັ້ນຈະມີຝົນຕົກໜັກ ແລະ ລະດັບນ້ຳອູອາດສູງຂຶ້ນ ນອກຈາກນັ້ງກໍ່ແມ່ນອ່າງເກັບນ້ຳເຂື່ອນໄຟຟ້ານ້ຳອູ 4 ເພີ່ມຂຶ້ນສູງກວ່າລະດັບນ້ຳປົກກະຕິ ທາງໂຄງການເຂື່ອນໄຟຟ້ານ້ຳອູ 4 ຈະລະບາຍນ້ຳອອກ, ດັ່ງນັ້ນ ໃຫ້ເອົາໃຈໃສ່ ຕິດຕາດລະດບັນ້ຳຢ່າງໃກ້ຊິດ ໂດຍສະເພາະກໍ່ແມ່ນຜູ້ທີ່ຢູ່ລຽບຕາມລ່ອງນ້ຳອູ.

ນອກຈາກປະຊາຊົນທີ່ຢູ່ເຂດນ້ຳອູແລ້ວ ຜູ້ຢູ່ເຂດອື່ນໆກໍ່ຕ້ອງລະມັດລະວັງເຊັ່ນກັນ ໂດຍສະເພາະພື້ນທີ່ມັກເກີດນ້ຳຖ້ວມໃນແຕ່ລະປີ ເນື່ອງຈາກເຮົາຢູ່ໃນຊ່ວງລະດູການຝົນ ເພື່ອຄວາມປອດໄພຕ້ອງມີສະຕິຢູ່ສະເໝີບໍ່ປະໝາດຕໍ່ໄພທຳມະຊາດ ເພາະໄພພິບັດເກີດຂຶ້ນໄດ້ທຸກເມື່ອ.

ຮູບປະກອບ