ນາມ ມຽນ ດຸງ ຮີ່ໂຣຍິງປະຕູໄຊຊ່ວຍໃຫ້ ຊາວຫວຽດນາມ ໄດ້ສະຫຼອງແຊ້ມບານເຕະຊີເກມ ທັງປະເທດ

106

ຊາວຫວຽດນາມ ໄດ້ສະຫຼອງແຊ້ມກັນຢ່າງຍິ່ງໃຫຍ່ທັງໃນສະໜາມ ແລະ ນອກສະໜາມທົ່ວ ສສ ຫວຽດນາມ ຫຼັງຈາກທີ່ ນາມ ມຽນ ດຸງ ກອງຫຼັງທີມຊາດຫວຽດນາມ ແຊັມເກົ່າ ຂຶ້ນມາໂໝ່ງປະຕູໄຊໃຫ້ກັບທີມບຽດເອົາຊະນະ ທີມຊາດໄທ 1-0 ໃນນາທີໆ 83 ຄວ້າຫຼຽນຄໍາບານເຕະໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ໄປຄອງ ພ້ອມທັງເປັນການປ້ອງກັນແຊັມໄດ້ສໍາເລັດ.

ຫຼັງຈົບການແຂ່ງຂັນຊາວຫວຽດນາມ ຫຼາຍ 10 ພັນຄົນ ໄດ້ອອກມາສະບັດທຸງຊາດ, ບີບແກລົດ ແລະ ຈຸດພຸໄຟສະຫຼອງກັນກັນຢ່າງຄຶກຄັກ ທັງພາຍໃນສະໜາມ ແລະ ຖະໜົນສາຍຕ່າງໆ ຕາມນະຄະນຫຼວງຮາໂນ້ຍ ແລະ ເມືອງອື່ນໆ ເຊິ່ງກໍເປັນການສະຫຼອງຄັ້ງທີ 2 ເພາະກ່ອນໜ້ານັ້ນ ທີມຊາດຍິງຂອງ ຫວຽດນາມ ກໍເອົາຊະນະ ໄທ 1-0 ຄວ້າແຊັມໄປຄອງ.

ເຊິ່ງການສະຫຼອງໄຊຊະນະຄັ້ງນີ້ ມີແຟນບານຊາວ ຮາໂນ້ຍ ຄົນໜຶ່ງອອກມາໃຫ້ສໍາພາດວ່າ: “ ຊາວຫວຽດນາມ ຫຼົງໄຫຼໃນກີລາບານເຕະ ແລະ ຊີເກມ ຄັ້ງນີ້ ຈັດຂຶ້ນທີ່ ສສ ຫວຽດນາມ. ດັ່ງນັ້ນ ໄຊຊະນະ ນັດນີ້ຈິ່ງມີຄວາມໝາຍ, ເປັນຄວາມພາກພູມໃຈຂອງຊາດ ແລະ ນໍາຄວາມສຸກມາສູ່ຊາວຫວຽດນາມ ”.

ສໍາລັບ ສະຖິຕິນັດດັ່ງກ່າວ ປາກົດວ່າ: ເປັນນັດສົມສັກສີ ແລະ ສີສູກັນທີ່ສຸດ ເລີ່ມເກມດ້ວຍຄວາມພືດເຄືອງ ເພາະຕ່າງຝ່າຍຕ່າງເນັ້ນບໍ່ໃຫ້ເສຍປະຕູ ສ່ວນໃຫຍ່ບານຈະມາຕາຍທັນທີ່ທີ່ບໍລິເວນໜ້າເສັ້ນ 18 ໂດຍສະຖິຕິການຄອງບານໃກ້ຄຽງກັນ ແລະ ສະຖິຕິການຍິງປະຕູກໍເຊັ່ນກັນ, ເຊິ່ງ ຫວຽດນາມ ສ້າງສັນໂອກາດຍິງໄດ້ 4 ຄັ້ງ ແລະ ເຂົ້າເປົ້າ 1 ຄັ້ງເປັນປະຕູໄຊ, ສ່ວນ ໄທ ສ້າງສັນໂອກາດຍິງໄດ້ 8 ຄັ້ງ ແລະ ຍິງເຂົ້າເປົ້າ 2 ຄັ້ງ ແຕ່ບໍ່ເປັນປະຕູ.

ສໍາລັບ ບົດສະຫຼຸບບານເຕະຊາຍ ແລະ ຍິງ ໃນຊີເກມ ຄັ້ງທີ 31 ມີຄື:
-ບານເຕະຊາຍ: ຫຼຽນຄໍາເປັນຂອງ ຫວຽດນາມ ໂດດເດັ່ນສຸດບໍ່ເສຍຈັກປະຕູຈົນສູ່ແຊັມ, ຫຼຽນເງິນ ໄທ ແລະ ຫຼຽນທອງ ອິນໂດເນເຊຍ ທີ່ດວນຈຸດໂທດເອົາຊະນະ ມາເລເຊຍ 4-3 ຫຼັງສະເໝີກັນ 1-1.
-ບານເຕະຍິງ: ຫຼຽນຄໍາເປັນຂອງ ຫວຽດນາມ, ຫຼຽນເງິນ ໄທ ແລະ ຫຼຽນທອງ ຟິລິບປິນ