ສົ່ງຕໍ່ສິ່ງດີໆສູ່ສັງຄົມອີກແລ້ວ ສໍາລັບໜຸ່ມຄົນນີ້ ອາສຸນ ສົມແພງ ລາວເຊີງ Mister Laos 2021

23

ຄວາມຫຼໍ່ມີອໍຣ່າຍິ່ງມາເຕັມຢູ່ແລ້ວ ແຕ່ນີ້ຫຼໍ່ແຖມນໍ້າໃຈງາມແຟນໆຍິ່ງຫຼົງຮັກເພີ່ມຂຶ້ນໄປອີກ ໃນການແບ່ງປັນນໍ້າໃຈ ແລະ ຊ່ວຍເຫຼືອສັງຄົມໂດຍດີແບບນີ້ທີ່ມີໃຫ້ເຫັນມາໂດຍຕະຫຼອດ ສໍາລັບໜຸ່ມຫຼໍ່ນ້ຳໃຈດີ ອາສຸນ ສົມແພງ ລາວເຊີງ Mister Laos 2021 ໃນການລົງເຄື່ອນໄຫວເຮັດກິດຈະກຳມອບເຂົ້າໜົມ ແລະ ນົມ ໃຫ້ກັບນ້ອງໆ ຢູ່ທີ່ໂຮງຮຽນ Hand And Hope School ແລະ ນີ້ແມ່ນເປັນອີກກິດຈະກຳທີ່ດີຂອງ ອາສຸນ ລົງເຄື່ອນໄຫວເປັນປະຈຳ ໂດຍຮ່ວມກັບທີມງານກັບ 1624 ໃນການປະຕິບັດວຽກງານຊ່ວຍເຫຼືອສັງຄົມນັ້ນເອງ.

ໂດຍໃນໂອກາດນີ້ ໜຸ່ມອາສຸນ ຍັງໄດ້ໂພສເປັນຂໍ້ຄວາມຕິດຕະຫຼົກໃນເຟສບຸ໊ກສ່ວນຕົວຂອງຕົນເອງ ວ່າ: ອ້າຍບໍ່ໄດ້ຫຼໍ່ຄືນ້ອງຄິດດ໋ອກ ແຕ່ໃຈດີແຖມນ້ຳມັນເຕັມຖັງ ພ້ອມກັບຕິດແຮັກແທັກວ່າ #ທີ່ງານກູ້ໄພ1624.

ການຊ່ວຍເຫຼືອສັງຄົມໂດຍດີຕະຫຼອດມາຂອງໜຸ່ມອາສຸນ ທີມຂ່າວບັນເທີງກໍຕ້ອງຂໍສະແດງ ຄວາມຊົມເຊີຍໃນນໍ້າໃຈອັນປະເສີດຂອງນ້ອງອາສຸນ ເປັນທີ່ສຸດເລີຍ ແລະ ຢາກໃຫ້ສັງຄົມເຮົາເຫັນອົກເຫັນໃຈກັນ ແລະ ຊ່ວຍເຫຼືອເກື້ອກູນກັນ ເປັນແບບຢ່າງດີໆແບບນີ້ໃຫ້ຫຼາຍຂຶ້ນ ເຊິ່ງແນ່ນອນເລີຍວ່າສັງຄົມຈະໜ້າຢູ່ ແລະ ມີຄວາມສຸກຢ່າງແນ່ນອນ.

ຫຼາຍຄົນຈະຮູ້ຈັກກັບ ອາສຸນ ພຽງຜິວເຜີນເທົ່ານັ້ນ. ມື້ນີ້ທີມຂ່າວບັນເທີງຈະພາມາທໍາ ຄວາມຮູ້ຈັກກັບໜຸ່ມຄົນນີ້ໃຫ້ເລິກຂຶ້ນຕື່ມວ່າເປັນໃຜ? ມາຈາກໃສ? ໂດຍໜຸ່ມອາສຸນ ກໍເຄີຍໃຫ້ສໍາພາດກັບທີມຂ່າວບັນເທີງ ວ່າ: ປັດຈຸບັນນີ້ອາຍຸ 24 ປີ ມາຈາກເມືອງຍອດອູ ແຂວງຜົ້ງສາລີ ແລະ ຕອນນີ້ແມ່ນເຮັດວຽກຢູ່ກຸ່ມບໍລິສັດວຽງຈັນແມ່ຂອງ.

ອາສຸນ ບໍ່ເຄີຍເຂົ້າຮ່ວມການປະກວດເວທີໃດມາກ່ອນເລີຍ ເຊິ່ງເວທີທໍາອິດກໍແມ່ນເວທີ Mister Laos Mister International Laos2021 ແລະ ກໍໄດ້ຕໍາແໜ່ງ  Mister Laos 2021 ໄປຄອງ ເຊິ່ງເປັນທີ່ຖືກໃຈຄະນະກໍາມະການ ແລະ ກອງເຊຍເປັນທີ່ສຸດ ໃນເວລານັ້ນ ອາສຸນ ຍັງບອກວ່າ ເວົ້າເລື່ອງການປະກວດແລ້ວຕົນເອງແມ່ນມີຄວາມໃຝ່ຝັນມາແຕ່ນ້ອຍ. ສະນັ້ນ, ຈຶ່ງຕັດສິນໃຈມາລອງເຮັດໃນສິ່ງທີ່ມັກ ແລະ ໃຝ່ຝັນໄວ້ ຈົນມື້ນີ້ປະສົບຜົນສໍາເລັດດັ່ງທີ່ຕັ້ງໄວ້ແລ້ວ.

ກິດຈະກໍາຍາມວ່າງທີ່ມັກເຮັດຂອງໜຸ່ມຄົນນີ້ແມ່ນ ມັກອອກໄປຟິສເນັດກັບບັນດາໝູ່ເພື່ອນ ອາທິດລະ 4 – 5 ຄັ້ງ ພ້ອມຍັງສອນຟິສເນັດ ແລະ ສອນພາສາຈີນ ໃຫ້ກັບນ້ອງໆຜູ້ທີ່ສົນໃຈຮຽນພາສາຈີນອີກດ້ວຍ ແລະ ທີ່ສໍາຄັນເລີຍ ຕອນນີ້ ອາສຸນ ກໍາລັງຈະມີຜົນງານໃໝ່ມາໃຫ້ແຟນໆໄດ້ຕິດຕາມກັບການຮັບບົດພະເອກ ໃນຊີຣີ ຟອມໃຫຍ່ຂອງລາວເລີຍ ກໍຄືເລື່ອງ “ ຫຼັງພົມແດງ ” ນັ້ນເອງ ເຊິ່ງຊີຣີເລື່ອງນີ້ຈະເປັນຊີຣີທີ່ຈະມາຕີແຜ່ໃຫ້ໄດ້ເຫັນເບື້ອງຫຼັງຂອງເວທີປະກວດນາງງາມ ແລະ ເບື້ອງຫຼັງຂອງຊີວິດຕົວລະຄອນແຕ່ລະຕົວ ວ່າກວ່າຈະມາເຖິງມື້ນີ້ຕ້ອງຜ່ານຜ່າຫຍັງມາແດ່ ແລະ ໃນເລື່ອງຍັງໄດ້ຮວບຮວມເອົາໜຸ່ມຫຼໍ່, ສາວງາມຈາກເວທີຕ່າງໆ ແລະ ມີຜົນງານຝາກໄວ້ໃນວົງກັນບັນເທີງມາແລ້ວນັບບໍ່ຖ້ວນຢູ່ໃນເລື່ອງນີ້.

ສຸດທ້າຍຝາກຕິດຕາມຜົນງານໜຸ່ມຫຼໍ່ແຖມນໍ້າໃນງາມຄົນນີ້ແດ່ເດີ ເຊິ່ງສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆໄດ້ຜ່ານທາງເຟສບຸ໊ກ: Asoun Mt ແລະ IG: asoun_Mt.

[  ຮູບ: Asoun Mt ]