ຖ້າຕິດຕາມ ນາງຮ້າຍຕາຄົມ ຕ້ອງຍົກໃຫ້ຄົນນີ້ ກ້າມປູ ເທບນະພາ ໃນຊີຣີ ຫຼັງພົມແດງ

78

ອີກໜຶ່ງສາວງາມທີ່ຫຼາກຫຼາຍຄວາມສາມາດ ກັບການໄດ້ຮັບໂອກາດຮ່ວມສະແດງໃນຊີຣີຟອມໃຫຍ່ແຫ່ງປີ     “ ຫຼັງພົມແດງ ” ເຊິ່ງນ້ອງຄົນນີ້ກໍມີຜົນງານໃນວົງການບັນເທີງມາແລ້ວຢ່າງຫຼາກຫຼາຍເລີຍ ບໍ່ວ່າຈະເປັນການສະແດງ, ເປັນພຣີເຊັນເຕີແບຣນຕ່າງໆ ໂດຍໃນເທື່ອນີ້ ກ້າມປູ ເທບນະພາ ພົນທະຈັກ ປັດຈຸບັນ ອາຍຸ 22 ປີ ເປັນນັກສະແດງແລະ ນາງແບບຈາກຄ້າຍ Black modeling ກໍມີຜົນງານມາໃຫ້ໄດ້ຊົມອີກຄັ້ງ ຊີຣີທີ່ກໍາລັງຈະເປີດກ້ອງໄວໆນີ້.

ທໍາອິດທີ່ຮູ້ວ່າຕົນເອງໄດ້ຮ່ວມເປັນໜຶ່ງໃນນັກສະແດງ ກ້າມປູ ບອກວ່າ: ເອົາຊື່ໆເລີຍແມ່ນຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ບໍ່ຄິດວ່າຕົນເອງຈະເປັນໜຶ່ງໃນຜູ້ໂຊກດີທີ່ແຄັສຜ່ານ ເພາະມື້ທີ່ນ້ອງໄປແຄັສນັ້ນແມ່ນມີຄົນໄປແຄັສຫຼາຍເລີຍ, ຕ້ອງຂໍຂອບໃຈທາງຜູ້ໃຫຍ່ເພິ່ນທີ່ມອບໂອກາດອັນມີກຽດແບບນີ້ໃຫ້ເຮົາໄດ້ເປັນສ່ວນໜຶ່ງໃນໂປຣເຈັກຄັ້ງໃຫຍ່ ຄັ້ງນີ້ນຳ.

ສໍາລັບບົດທີ່ ປູ ໄດ້ຮັບແມ່ນມີຊື່ວ່າ “ ລິຊ້າ ” ເຊິ່ງເປັນຜົນງານການສະແດງທີ 2 ທີ່ປູໄດ້ສວມບົດບາດເປັນນາງຮ້າຍອີກແລ້ວ ແຕ່ຖ້າເວົ້າເຖິງ ຄວາມຮ້າຍຂອງ ລິຊ້າ ກໍອາດຈະທຽບບໍ່ໄດ້ເທົ່າ “ ຕິນ່າ ໃນຊີຣີສະບາຍດີຊຳເໜືອ 2 ” ເພາະ ລິຊ້າ ຈະເປັນຄົນແບບເຄິ່ງໆກາງໆ ຈະວ່າຮ້າຍກໍບໍ່ໄດ້ຮ້າຍ ຈະວ່າດີກໍບໍ່ໄດ້ດີ ອັນນີ້ແມ່ນຕາມທີ່ເຮົາຮູ້ຫຍໍ້ໆມາຈາກຜູ້ກຳກັບ ເພາະເຮົາບໍ່ທັນໄດ້ເຫັນບົດ 100% ເທື່ອ ເຊິ່ງ ລິຊ້າ ຈະເປັນແນວໃດນັ້ນຝາກທຸກຄົນມາລຸ້ນໄປນຳກັນເດີວ່ານາງຈະມີເລ່ຫຼ່ຽມໃນການປະກວດແບບໃດ.

ໃນການກຽມຕົວຄື ນ້ອງເອງເຄີຍມີຜົນງານການສະແດງມາແລ້ວໃນທີ່ຜ່ານມາ ແນ່ນອນວ່າເຮົາຕ້ອງເຮັດວຽກບ້ານຢ່າງໜັກ ໂດຍການຫາເບິ່ງຮູບເງົາ ແລະ ຊີຣີທີ່ຄ້າຍກັບບົດທີ່ເຮົາໄດ້ຮັບ ເພື່ອສຶກສາ, ວິເຄາະ ແລະ ຝຶກຊ້ອມກັບຕົນເອງ, ທັງຍັງຕ້ອງໄດ້ເບິ່ງແຍງຫຸ່ນ ແລະ ສຸຂະພາບຂອງຕົນເອງໃຫ້ພ້ອມ ເພາະເລື່ອງນີ້ເຮົາໄດ້ຫຼິ້ນເປັນໜຶ່ງໃນຜູ້ເຂົ້າປະກວດນາງງາມ.

ຜົນງານທີ່ຜ່ານມາຂອງນ້ອງ ເດັ່ນໆເລີຍແມ່ນໄດ້ມີໂອກາດຮ່ວມສະແດງໃນຊີຣີສະບາຍດີຊຳເໜືອ 2 ແລະ ຜົນງານການປະກວດກໍເຄີຍຜ່ານມາ 2 ເວທີໃຫຍ່ແລ້ວ ກໍຄື: ນາງສາວລາວ 2019 ແລະ ງານປະກວດຊຸດປະຈໍາຊົນເຜົ່າ ຈັດໂດຍ Revlon ໃນປີ 2020 ເຊິ່ງນ້ອງເອງໄດ້ຕິດ Top5 ແລະ ໄດ້ຮັບລາງວັນພິເສດລາງວັນ 1,

ສ່ວນຜົນງານທົ່ວໄປກໍຈະມີຖ່າຍແບບ ແລະ ຣີວິວສິນຄ້າຕ່າງໆ.

ກິດຈະກຳຍາມວ່າງຂອງກ້າມປູເອງ ແມ່ນມັກເບິ່ງ Netflix, cooking ແລະ ມັກພາລູກຊາຍທັງສອງ ( ນ້ອງໝາ ) ໄປຂີ່ລົດຫຼິ້ນນອກເມືອງຊົມວິວທຳມະຊາດ ສຸດທ້າຍປູຂໍຝາກທຸກຄົນເປັນກຳລັງໃຈໃຫ້ປູ, ໝູ່ຄູ່ blackmodeling ທີ່ໄດ້ຮ່ວມສະແດງນຳກັນ, ນັກສະແດງ ແລະ ທີມງານທຸກຄົນໃນ “ ຫຼັງພົມແດງ behind stage the series ” ແດ່ເດີພວກເຮົາຕັ້ງໃຈກັບໂປຣເຈັກໃນຄັ້ງນີ້ສຸດໆ, ບອກເລີຍວ່າຊີຣີເລື່ອງນີ້ເຂັ້ມຂຸ້ນດຸເດືອດໜ້າຕິດຕາມແນ່ນອນ ແລະ ປູຂໍຝາກອີກຜົນງານໜຶ່ງ ເຊິ່ງເປັນຜົນງານຖ່າຍເອັມວີເພງໃໝ່ຫຼ້າສຸດຂອງ Bigpom ທີ່ກຳລັງຈະປ່ອຍອອກມາໃຫ້ທຸກຄົນໄດ້ຮັບຊົມ ແລະ ຮັບຟັງໃນໄວໆນີ້ ຝາກຕິດຕາມກັນແດ່ເດີ.