ຈີນ ສ້າງສະຖານີໄຟຟ້າພະລັງງານນ້ຳສຳເລັດ

238

ຕາມຂ່າວຈາກ ຊິນຮວາ ຂອງຈີນ,ວັນທີ21ພຶດສະພານີ້,ສະຖານີ ໄຟຟ້າ ພະລັງງານນ້ຳ ໄປ໋ເຮີທານ(Baihetan) ທາງຕາເວັນຕົກ ສ່ຽງໃຕ້ ຂອງຈີນ ເປີດເຜີຍວ່າ: ການກໍ່ສ້າງ ໜ່ວຍຜະລິດ ໄຟຟ້າ ທັງໝົດ ຂອງສະຖານີ ສຳເລັດແລ້ວ ຊຶ່ງນັບເປັນ ກ້າວສຳຄັນ ສູ່ການເປີດ ປະຕິບັດງານ ຢ່າງເຕັມ ຮູບແບບ ພາຍໃນທ້າຍປີນີ້ ຈະເຮັດໃຫ້ ໄປ໋ເຮີທານ ເປັນສະຖານີ ໄຟຟ້າ ພະລັງງານນ້ຳ ຂະໜາດໃຫຍ່ ອັນດັບ 2ຂອງໂລກ ໃນດ້ານກຳລັງ ການຜະລິດ ຕິດຕັ້ງ ທັງໝົດ ແລະ ເປັນຮອງພຽງ ໂຄງການ ເຂື່ອນສາມຫລ່ຽມພູ ໃນແຂວງຫູເປີຍ ທາງພາກກາງ ຂອງຈີນ.

ສະຖານີ ໄຟຟ້າ ພະລັງງານນ້ຳ ດັ່ງກ່າວ ຕັ້ງຢູ່ເທິງ ແມ່ນ້ຳ ຈິນຊາ(Jinsha) ຊຶ່ງເປັນຢາງຊີ (Yangtze) ທາງຕາເວັນຕົກ ສ່ຽງໃຕ້ ຂອງຈີນ ແລະ ຢູ່ບໍລິເວນ ຈຸດເຊື່ອມຕໍ່ ລະຫວ່າງ ແຂວງວິນໜານ(ຢູນນານ) ແລະ ແຂວງຊື່ຊວນ(ເສສວນ) ໂດຍມີ ກຳລັງ ການຜະລິດ 1 ລ້ານກິໂລວັດ ຊຶ່ງນັບເປັນ ກຳລັງ ການຜະລິດ ໜ່ວຍດຽວ ຂະໜາດໃຫຍ່ ທີ່ສຸດ ໃນໂລກ.

ສຳລັບ ໜ່ວຍຜະລິດ ໄຟຟ້າ 7ໜ່ວຍຈາກ 16ໜ່ວຍ ຖືກເປີດ ໃຊ້ງານແລ້ວ ໂດຍສະຖານີ ໄຟຟ້າ ພະລັງງານນ້ຳ ໄປ໋ເຮີທານ ຜະລິດ ໄຟຟ້າ ຫລາຍກວ່າ 2,65ຕື້ ກິໂລ ວັດໂມງ ຕັ້ງແຕ່ ເດືອນມິຖຸນາ ປີກາຍນີ້.ຂະນະທີ່ ໄຟຟ້າ ທີ່ຜະລິດ ໂດຍໜ່ວຍ ຜະລິດ ໄຟຟ້າ ຂອງສະຖານີ 1ໜ່ວຍ ພຽງພໍ ຕໍ່ການ ໃຊ້ງານ 1ເດືອນ ສຳລັບ ປະຊາກອນ 500.000ຄົນ.

ສະຖານີ ໄຟຟ້າພະລັງ ງານນ້ຳ ດັ່ງກ່າວ ຈະຜະລິດ ໄຟຟ້າ ສະເລ່ຍ ຫລາຍກວ່າ 6,24 ຕື້ກິໂລ ວັດໂມງ ຕໍ່ປີ ເມື່ອເປີດ ໃຊ້ງານ ຢ່າງເຕັມ ຮູບແບບ ຊຶ່ງພຽງພໍ ຕໍ່ການ ໃຊ້ງານຕໍ່ປີຂອງປະຊາກອນ ປະມານ 75 ລ້ານຄົນ.ນອກນີ້ ຍັງສາມາດ ຫລຸດຜ່ອນ ການໃຊ້ ຖ່ານຫີນ 19,68 ລ້ານໂຕນຕໍ່ປີ ແລະ ຫລຸດການປ່ອຍ ຄາບອນ ໄດອອກໄຊ 52 ລ້ານໂຕນ ຕໍ່ປີ ຊຶ່ງຈະຊ່ວຍ ສົ່ງເສີມ ການລຸດ ການປ່ອຍ ຄາບອນ ໄດອອກໄຊ ຂອງຈີນ ເປັນຢ່າງດີ

ຂໍ້ມູນ: ປະເທດລາວ