ພະທາດສີໂຄດ ສະຖານທີ່ສັກສິດ ແຂວງ ຄຳມ່ວນ

628

ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ (ມ່ວງສຸມ) ແຄມຝັ່ງແມ່ນ້ໍາຂອງ ເຊິ່ງ ບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດເມືອງ ຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 11 ໃຕ້ ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ, ມີເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກເສດຕະສັດ ເຮັດດ້ວນເງິນ ແລະ ຄໍາ, ປາຍເສດ ຕະສັດມີໂຄມແກ້ວ (ປະຈຸບັນບໍ່ມີ) ສະເພາະເສດຕະສັດສູງ 2 ແມັດ ບໍລິເວນຕີນພະທາດກ້ວາງດ້ານລະ 25 ແມັດ, ສູງ30 ແມັດ).

ພະທາດສີໂຄດຕະບອງ ແມ່ນສາສະຫນາຖານເກົ່າແກ່ ແລະ ສັກກາລະບູຊາຂອງ ຄົນຄໍາມ່ວນ, ທີ່ມີຄວາມສັກສິດແຫ່ງຫນຶ່ງ ຂອງ ສປປລາວ ພະທາດນີ້ສ້າງຂື້ນໃນສະ ໃຫມອານາຈັກສີໂຄດຕະບອງ ລະຫວ່າງສັດຕະວັດທີ VI – VII. ພະທາດຫນ່ວຍນີ້ ເປັນ ບ່ອນບັນຈຸກະດູອັດຖິຂອງພະພຸດທະເຈົ້າໃນສັດຕະວັດ VI.

ນອກຈາກນັ້ນ ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ, ຄໍາ ວ່າ “ສີໂຄດຕະບອງ” ມີຄວາມຫມາຍມາຈາກພາສາບາລີວ່າ: “ແສງສະຫວ່າງແຫ່ງ ປະລັດຊະຍາ”. ດ້ວຍເຫດນັ້ນ, ຮູບປັ້ນຂອງພະຍາສີໂຄດຕະບອງ ຈຶ່ງປຽບເຫນືອນ ທວນໄຟເຍືອງທາງໃຫ້ແສງສະຫວ່າງແກ່ຄົນລຸ້ນຕໍ່ໄປ ແລະ ກໍ່ເປັນສູນລວມແຫ່ງຈິດໃຈ ຂອງຊາວຄໍາມ່ວນ ຈົນເທົ່າທຸກວັນນີ້.

ໃນພົງສາວະດານ ກ່າວເຖິງພະທາດຫນ່ວຍນີ້ວ່າ, ໃນສັດຕະວັດ XVI, ເຊິ່ງເປັນ ໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະຫນານິກາຍຫິນະຍານ ໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດ ໃນສັດຕະວັດທີ່ 16 (ຄ.ສ 15201 – 1747 ໄດ້ສັ່ງປະຕິມາກອນ ມາບູລະນະພະທາດຫນ່ວຍນີ້). ໃນ ຄ.ສ 1539, ການ ປະຕິສັງຂອນເປັນ ແບບສີລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກໍາ ທີ່ຕິດດອກບົວ ໃສ່ຈອມທາດ.

ໃນຍຸກສະໄຫມຂອງພະເຈົ້າໄຊຍະເສດຖາທິລາດ, ພະອົງໄດ້ບູລະນະຈົນເປັນແບບ ດັ່ງທີ່ເຫັນໃນປັດຈຸບັນນີ້. ມາເຖິງປີ ຄ.ສ 1806, ໃນສະໄຫມການປົກຄອງຂອງ ເຈົ້າອານຸ ວົງ ພຣະທາດຫນ່ວຍນີ້ ກໍ່ໄດ້ຖືກທໍາລາຍຈາກຫຼາຍສົງຄາມ ຈົນຖຶກປ່ອຍປະໃຫ້ພຣະ ທາດສີໂຄດເສົ້າຫນອງຢ່າງສິ້ນເຊີງ.
ໃນສະໄຫມທີ່ຝຣັ່ງຄອບຄອງອິນດູຈີນໃນປີ ຄ.ສ 1893 ຫາ 1949, – ປະຊາຊົນຄໍາມ່ວນ ໄດ້ຮ່ວມກັນສ້າງວິຫານໃສ່ດ້ານເຫນືອຂອງພະທາດ ແລ້ວກໍ່ ນິມົນເອົາພະພິກຂຸສົງ ມາຈໍາວັດຕະຫຼອດມາ, ພາຍຫຼັງປະກາດເອກະລາດ ໃນວັນ ທີ່ 12 ຕຸລາ 1945, ຊາວພຸດກໍ່ໄດ້ພາກັນບູລະນະພະທາດຫນ່ວຍນີ້ ດ້ວຍຄວາມ ສັດທາເຫຼື້ອມໃສ.

ໃນປີ 1950 ປະຊາຊົນລາວ ເຊິ່ງດໍາລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະທາດສີໂຄດຕະບອງ ໄດ້ພາກັນມາຖາກຖ່າງ,ອານາໄມ ເຄືອໄມ້ໃບຫຍ້າ ແລະ ຂູດໂຫນກສີດໍາອອກ. ຖັດນັ້ນມາ, ຫຼາຍສິ່ງຫຼາຍຢ່າງອ້ອມຂ້າງພະທາດໄດ້ຮັບການກໍ່ສ້າງຄືນໃຫມ່ ໂດຍສະເພາະແມ່ນ “ສິມ”ໃນຊຸມປີ 1970 ແລະ ມີພະໃຫ່ຍອົງພະປະທານ ສະຖິດຢູ່ພາຍໄວ້ໃຫ້ຄົນສັກກາລະບູຊາ. ໃນຊຸມ ປີ 2010, ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງສະຫງ່າຜ່າເຜີຍ ໃນ ບໍລິເວນເດີນພະທາດນີ້. ປັດຈຸບັນນີ້, ພະທາດສີໂຄດຕະບອງ ເປັນປູສະນີຍະສະ ຖານ ແລະ ກາຍເປັນສັນຍາລັກຂອງແຂວງ.”ຄົນທີ່ເດີນທາງໄປແຂວງຄໍາມ່ວນ ບໍ່ ໄດ້ໄປກາບໄຫ້ວພະທາດສີໂຄດຕະບອງ ຖືວ່າບໍ່ໄດ້ໄປຮອດໄປເຖິງແຂວງຄໍາມ່ວນ”.
ຈາກ: Lao Youth Radio FM 90.0 Mhz