2 ບ້ານໃນເມືອງລ້ອງແຈ້ງ ຮຽນຮູ້ການເຮັດໄຄແຜ່ນກາຍເປັນສິນຄ້າ

304

ໄຄແຜ່ນ ຫຼື ໄຄ ເປັນອາຫານຂຶ້ນຊື່ຂອງພີ່ນ້ອງທາງພາກເໜືອ ທີ່ໄປແລ້ວຕ້ອງໄດ້ຊີມທີ່ມີລົດຊາດເປັນເອກະລັກສະເພາະ ເປັນສາຫຼ່າຍນ້ຳຈືດທີ່ນິຍົມນຳມາປະກອບເປັນອາຫານ ແລະ ເປັນສິນຄ້າວາງຂາຍທົ່ວໄປ ເຊິ່ງກໍ່ຈະເຫັນກັນເປັນປະຈຳ ທີ່ສຳຄັນສາມາດສ້າງລາຍຮັບໃຫ້ກັບປະຊາຊົນໃຫ້ກັບຄົນໃນທ້ອງຖິ່ນນັ້ນໆໄດ້ເປັນຢ່າງດີ.

ຕອນແລງ ວັນທີ 17 ພຶດສະພາ 2022 ຜ່ານມານີ້ ຢູ່ທີ່ຫ້ອງການບ້ານພັນໄຊ ເມືອງລ້ອງແຈ້ງແຂວງໄຊສົມບູນ ໄດ້ຈັດພິທີປີດຊຸດຝຶກອົບຮົມໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາສີມືແຮງງານກ່ຽວກັບເຕັກນິກການປຸງແຕ່ງໄຄແຜ່ນເປັນສິນຄ້າ ໃຫ້ແກ່ປະຊາຊົນບ້ານພັນໄຊ ແລະ ຫລວງພັນໄຊ ເມືອງລ້ອງແຈ້ງ.

ທ່ານ ບູນໄທ ໄພສະຫວັນ ຮອງ ຫົວໜ້າຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ພະແນກອຸດສາຫະກໍາ ແລະການຄ້າແຂວງໄຊສົມບູນ ທັງເປັນ ເຈົ້າຂອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ:ຜ່ານ ການຝຶກອົບຮົມຕະຫຼອດໄລຍະ 10ກວ່າວັນ ທີ່ຜ່ານ ມາ ເຫັນວ່າບັນດາວິທະຍາກອນ ແລະ ສຳມະນາກອນ ແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມຂັ້ນຕອນຕາມແຜນງານແຜນການລະອຽດ ໂດຍໄດ້ປະຕິບັດ 2ກິດຈະກຳຫຼັກຄື: ຝຶກກ່ຽວກັບການສ້າງຕັ້ງກຸ່ມທຸລະກິດຊຸມຊົນ ແລະ ຝຶກດ້ານເຕັກນິກການປຸງແຕ່ງໄຄແຜ່ນ ເພື່ອເປັນສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ ປະຊາຊົນ ໃນຈຳນວນ ສອງບ້ານດັ່ງກ່າວ

ໃນນັ້ນໄດ້ຮຽນຮູ້ທັງພາກທິດສະດີ ແລະ ປະຕິບັດຕົວຈີງໄປຄ່ຽງຄູກັນ ໂດຍສະເພາະການນຳໃຊ້ອຸປະກອນປຸງແຕ່ງໄຄ,ການເກັບໄຄທຳມະຊາດຈາກແມ່ນ້ຳ,ວິທີການລ້າງໄຄໃຫ້ສະອາດດີ,ວິທີການແປຮູບໄຄແຜ່ນຕາກແດດ,ການປຸງແຕ່ງນ້ຳແກງ ແລະ ກັ່ນຕອງນ້ຳແກງ ສິດປະສົມໃສ່ໄຄແຜ່ນ ເພື່ອເຮັດໃຫ້ໄຄແຜ່ນມີຄວາມສະອາດປອດໄພ ແລະ ມີລົດຊາດທີ່ແຊບ.

ຈາກນັ້ນຄູຝຶກຍັງເວົ້າໃຫ້ຮູ້ວ່າ :ຈາກປະສົບການຕົວຈີ່ງ ຜູ້ໜື່ງສາມາດສ້າງລາຍຮັບຈາກການຜະລິດໄຄແຜ່ນໄດ້ເຖີງ3ຫາ4ແສນກີບຕໍ່ມື້ ແລະ ໃນລະດູການໜື່ງຂອງໄຄທີ່ເກີດຂື້ນຕາມທຳມະຊາດ ສາມາດເກັບມາຜະລິດເປັນໄຄແຜນ ໄດ້ເຖີງ5-6ເດືອນຈີ່ງໝົດລະດູການ ນອກນັ້ນ ຍັງໄດ້ມີການປະເມີນຄວາມຮັບຮູ້ຄວາມເຂົ້າໃຈຂອງສຳມະນາກອນ ຊື່ງປະຕິບັດໄດ້ດີ ກວມເອົາ75% ແລະ ເຂົ້າໃຈປານກາງ25%

ໃນຕອນທ້າຍພິທີທ່ານ ເອງ ໄຊຍະຮັກ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງ ມາຍັງປະຊາຊົນນຳເອົາຄວາມຮູ້ບົດຮຽນປະສົບການຄັ້ງນີ້ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນໃຫ້ໄດ້ຮັບຜົນດີ ພ້ອມກັນເອົາໃຈໃສ່ຜະລິດໄຄແຜ່ນໃຫ້ໄດ້ຫຼາຍຂື້ນ ເປັນທີ່ນິຍົມຂອງສັງຄົມ ແລະ ກາຍເປັນສີນຄ້າອັນໃໝ່ຂອງເມືອງ ເພື່ອສ້າງລາຍຮັບເຂົ້າຄອບຄົວເພີ່ມຂື້ນ