ຄຳຕອບທີ່ຫຼາຍຄົນຢາກຮູ້! ກ່ຽວກັບລາຍຈ່າຍການໄປເຮັດວຽກຢູ່ເກົາຫຼີຕາມນີ້

1984

ຈາກທີ່ໄດ້ນຳສະເໜີໄປຫຼາຍຄັ້ງກ່ຽວກັບ ສ.ເກົາຫຼີ ຕ້ອງການແຮງງານລາວເປັນຈຳນວນຫຼວງຫຼາຍ ເຊິ່ງວ່າໃນເດືອນໜ້ານີ້ກໍຄືມິຖຸນາ ເກົາຫຼີຕ້ອງການແຮງງານລາວຈຳນວນ1.000 ກວ່າຄົນ ເພື່ອໄປເຮັດວຽກໃນໄລຍະສັ້ນ ເຊິ່ງຫຼາຍຄົນກໍ່ມີຄວາມສົນໃຈ ແຕ່ຍັງບໍ່ຮູ້ລາຍລະອຽດກ່ຽວກັບການກະກຽມເອກະສານ, ລາຍຈ່າຍໆວ່າຕ້ອງກຽມ ແລະ ຂັ້ນຕອນແນວໃດ ເຊິ່ງມື້ນີ້ຈະມາບອກຢ່າງຈະແຈ້ງ.

ຕາມການໃຫ້ຂໍ້ມູນຈາກຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ ສຳລັບແຮງງານລາວ ທີ່ມີຄວາມຕ້ອງການໄປເຮັດວຽກຕາມລະດູກການ ໄລຍະ 5 ເດືອນ ຢູ່ ສ.ເກົາຫລີ ໃນຂະແໜງກະສິກຳ. ສາມາດໄປລົງທະບຽນ ຢູ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ເມືອງ ແລະ ຈຸດບໍລິການຈັດຫາງານ. ສໍາລັບເງື່ອນໄຂຂອງຜູ້ສະໝັກ ແມ່ນເພດຍິງ ແລະ ຊາຍ ຊຶ່ງມີອາຍຸລະຫວ່າງ 25-45 ປີ. ຂັ້ນຕອນກະກຽມເອກະສານທີ່ຈໍາເປັນມີດັ່ງນີ້:

ບັດປະຈໍາຕົວ ສຳມະໂນຄົວ, ໜັງສືຜ່ານແດນ(ພັສສະປອດ), ໃບຢັ້ງຢືນທີ່ຢູ່, ໃບຊີວະປະຫວັດຫຍໍ້,ໃບແຈ້ງໂທດ, ໃບຢັ້ງຢືນສັກວັກຊີນ 3 ເຂັມຂຶ້ນໄປ,ຮູບ 4×6 ແລະ 3,5×4,5 ຈຳນວນ 6 ໃບ.
ສໍາລັບອັດຕາຄ່າຈ້າງ ແລະ ຄ່າໃຊ້ຈ່າຍຕ່າງໆ ແມ່ນບໍລິສັດຈະບອກໃຫ້ແຮງງານເອງໃນເວລາທີ່ສໍາພາດ ແລະ ຄັດເລືອກເອົາແຮງງານ ເນື່ອງຈາກວ່າແຕ່ລະເມືອງມີຄ່າໃຊ້ຈ່າຍ ແລະ ລາຍຮັບທີ່ແຕກຕ່າງກັນ.

ຄິດສະເລ່ຍໄລ່ລາຍຮັບ 1 ເດືອນ ໄດ້ 1.570 ໄປເຮັດວຽກ 5 ເດືອນຈະໄດ້ຮັບເງິນທັງໝົດ 7.850 ໂດລາ ແຕ່ໃນນັ້ນ ແມ່ນຈະມີລາຍຈ່າຍດັ່ງນີ້ ລາຍຈ່າຍ: ໂຄສະນາຢູ່ເກົາຫຼີ ແລະ ບໍລິຫານແຮງງານ 500 ໂດລາ, ຄ່າປີ້ຍົນໄປ-ກັບ 1.300 ໂດລາ, ວັດທະນະທຳເກົາຫຼີ ແລະ ການເຝິກອົບຮົມ( ຄ່າຫໍພັກ, ອາຫານ) 180 ໂດລາ, ກວດສຸຂະພາບ 100 ໂດລາ, ກວດໂຄວິດ 60 ໂດລາ, ພາສປອດ, ວິຊ່າ 140 ໂດລາ, ປະກັນໄພທ່ອງທ່ຽວ 100 ໂດລາ, ຄ່າແລ່ນເອກະສານ ແລະ ຮັບຜິດຊອບແຮງງານ 400 ໂດລາ. ສະຫຼຸບແລ້ວ 5 ເດືອນລາຍໄດ້ແມ່ນ 7.850 ແຕ່ວ່າລົບລາຍຈ່າຍທີ່ກ່າວມາຂ້າງເທິງຢູ່ທີ່ 2.780 ໂດລາ = 5.070 ໂດລາ ໃນ 5 ເດືອນທີ່ເຮັດວຽກ ສ່ວນລາຍຮັບອື່ນໆ ແມ່ນມາຈາກການເຮັດເກີນໂມງ ຫຼື ເຮັດໂອທີ.