ອັດຕາເງິນເຟີ້ໃນອັງກິດ ເພີ່ມຂຶ້ນສູງສຸດ ໃນຮອບ 40 ປີ

74

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ພຶດສະພາ 2022 ວ່າ ອັດຕາເງິນເຟີ້ໃນອັງກິດເພີ່ມຂຶ້ນສູ່ຈຸດສູງສຸດໃນຮອບ 40 ປີ. ໃນຂະນະທີ່ລາຄາອາຫານ ແລະ ພະລັງງານມີທ່າອ່ຽງວ່າຈະເພີ່ມຂຶ້ນອີກ.

ສຳນັກງານສະຖິຕິແຫ່ງຊາດຂອງອັງກິດ ເປີດເຜີຍວ່າ ດັດຊະນີລາຄາຜູ້ບໍລິໂພກ ( CPI ) ໃນເດືອນເມສາ 2022 ເພີ່ມຂຶ້ນ 9% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນຈາກເດືອນມີນາ ທີ່ຢູ່ໃນລະດັບ 7% ຖືວ່າສູງສຸດໃນຮອບ 40 ປີ ຫຼື ນັບແຕ່ປີ 1982 ເປັນຕົ້ນມາ.

ທັງນີ້, ພາກຄົວເຮືອນໃນອັງກິດຕ້ອງຈ່າຍຄ່າແກັສ ແລະ ໄຟຟ້າເພີ່ມຂຶ້ນສູງເຖິງ 54% ໃນເດືອນເມສາຜ່ານມາ ຫຼັງຈາກທາງການຂອງອັງກິດຂະຫຍາຍເພດານລາຄາພະລັງງານໃຫ້ສອດຄ່ອງກັບລາຄາຂາຍສົ່ງທີ່ປັບຂຶ້ນ, ທັງນີ້ລາຄາອາຫານ ແລະ ພະລັງງານໃນອັງກິດປັບຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປະເທດຕາເວັນຕົກອອກມາດຕະການຂວ້ຳບາດຕໍ່ຣັດເຊຍ.

ອັດຕາເງິນເຟີ້ເພີ່ມຂຶ້ນສູງໄດ້ສ້າງແຮງກົດດັນໃຫ້ລັດຖະບານອັງກິດ ອອກມາດຕະການເພື່ອຊ່ວຍເຫຼືອປະຊາຊົນຜູ້ມີລາຍຮັບຕ່ຳ, ນັກເສດຖະສາດຄາດການວ່າ ວິກິດການຄັ້ງນີ້ຈະເຮັດໃຫ້ມາດຖານຊີວິດການເປັນຢູ່ຂອງຊາວອັງກິດຫຼຸດລົງຕ່ຳທີ່ສຸດ ນັບແຕ່ປີ 1950 ເປັນຕົ້ນມາ.

ແນວໃດກໍຕາມ, ລັດຖະບານອັງກິດ ກຳລັງເລັ່ງອອກນະໂຍບາຍອຸດໜູນຄ່າພະລັງງານ ສຳລັບຜູ້ທີ່ມີລາຍໄດ້ຕ່ຳ ແລະ ກຳລັງພິຈາລະນາເພີ່ມພາສີອາກອນກັບບໍລິສັດພະລັງງານທີ່ມີກຳໄລສູງຈາກການເພີ່ມຂຶ້ນຂອງລາຄາພະລັງງານ, ນອກຈາກນີ້ ອາດຈະພິຈາລະນາຫຼຸດພາສີໃຫ້ແກ່ປະຊາຊົນຜູ້ມີລາຍໄດ້ຕ່ຳຕື່ມອີກ.