ຈີນ ເລີ່ມດຳເນີນການຜະລິດນ້ຳມັນ 16 ລ້ານໂຕນຕໍ່ປີ

166

ສຳນັກຂ່າວຊິນຮວາ ຂອງຈີນ ລາຍງານເມື່ອບໍ່ດົນມານີ້ວ່າ ໂຄງການກັ່ນນ້ຳມັນ ແລະ ການເຊື່ອມໂຍງທາງເຄມີ ທີ່ ໃຫຍ່ທີ່ສຸດຂອງຈີນ ເຊິ່ງຕັ້ງຢູ່ໃນເມືອງຫຼຽນຢູນກາງ ( Lian yun gang )

ແຂວງຈຽງຊູ ( Jiangsu ) ທາງພາກຕາເວັນອອກຂອງຈີນ ໄດ້ດຳເນີນການຜະລິດນ້ຳມັນໃຫ້ໄດ້ປີລະ 16 ລ້ານໂຕນ ໂດຍການລົງທຶນຂອງບໍລິສັດເຊີ່ງຫົງ ປີໂຕຣເຄມີຄໍລ ( Shenghong Petrochemical ) ດ້ວຍການລົງທຶນທັງໝົດ 6,77 ຕື້ຢວນ.

ບໍລິສັດດັ່ງກ່າວ ຖືວ່າເປັນ 1 ໃນ 3 ໃນໂຄງການກັ່ນປີໂຕຣເຄມີ ຂອງເອກະຊົນລາຍໃຫຍ່ ຂອງຈີນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ ເພື່ອເລັ່ງລັດຂະບວນການຫັນປ່ຽນ ແລະ ປັບປຸງໂຄງສ້າງອຸດສາຫະກຳໃນຕົວເມືອງໃຫ້ເຂັ້ມແຂງຍິ່ງຂຶ້ນ.