ທົດສອບສີມືແຮງງານສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ

82

ໂລກປ່ຽນໄປຄົນກໍ່ຕ້ອງປ່ຽນຕາມ ຫຼື ປັບໃຫ້ເຂົ້າກັບນະວັດຕະກຳ ເທັກໂນໂລຊີຕ່າງໆ ໃຫ້ທັນກັບຍຸກກັບສະໄໝ ແລະ ໃນນັ້ນ ສູນພັດທະນາສີມືແຮງງານລາວ-ເກົາຫຼີ ເປັນອີກໜຶ່ງສະຖາບັນທີ່ເຫັນວ່າມີບົດບາດສຳຄັນໃນການຊຸກຍູ້ໃຫ້ຈຳນວນຄົນບໍ່ໜ້ອຍໄດ້ມີຄວາມຮູ້ ຫຼື ທັກສະໃນຫຼາຍດ້ານ ລວມທັງອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ.

ໃນວັນທີ 16 ພືດສະພາ2022 ທີ່ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ ໄດ້ມີການເປີດການທົດສອບສີມືແຮງງານສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ ລະດັບ2 ໂດຍ ການເປັນປະທານຂອງ ທ່ານ ພົງສະຫວັນ ສຸລິວັນ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ, ມີບັນດາສະຖານອາຊີວະສຶກສາ, 3 ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍແຮງງານ, ແລະ ພາກສ່ວນກ່ຽວຂ້ອງ ທັງພາກລັກ ແລະ ເອກະຊົນ ເຂົ້າຮວ່ມ.

ຈຸດປະສົງຂອງການຈັດທົດສອບສີມືແຮງງານ ແນໃສ່ ປະເມີນຜົນ ແລະ ຊ່ວຍສ້າງຄວາມເຂັ້ມແຂງດ້ານຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິໃນການອອກແຮງງານຂອງກຳລັງແຮງງານ, ສົ່ງເສີມການມີວຽກເຮັດງານທຳ, ການປະກອບອາຊີບອິດສະຫຼະ, ຍົກລະດັບຜະລິດຕະພາບ ແລະ ສ້າງການແຂ່ງຂັນກັນໃນຕະຫຼາດແຮງງານ.

ທັງນີ້ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການທົດສອບສີມືແຮງງານ ເຊິ່ງເປັນອົງປະກອບໜຶ່ງຂອງການພັດທະນາສີມືແຮງງານ ທີຈະນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ. ການຈັດຕັ້ງທົດສອບສີມືແຮງງານໃນຄັ້ງນີ້ ເປັນແຜນການຮ່ວມມື ລະຫວ່າງ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ແຜນງານຮ່ວມມືຂອງອົງການແຮງງານສາກົນ ແລະ ສປ ຈີນ ( ILO-China Partnership Programmer ) ໃນໂຄງການສ້າງຄວາມເຂັ້ມແຂງດ້ານການພັດທະນາສີມືແຮງງານ ໃນ ສປປ ລາວ ເຊິ່ງ ມີເປົ້າໝາຍຜູ້ເຂົ້າຮ່ວມທົດສອບທັງໝົດ 35 ຄົນ, ພາຍຫຼັງສຳເລັດການທົດສອບ, ຜູ້ຜ່ານເກນການທົດສອບຈະໄດ້ຮັບໃບຢັ້ງຢືນສີມືແຮງງານ ລະດັບ 2 ວິຊາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ, ການທົດສອບຄັ້ງນີ້ ຈະດຳເນີນໄປຈົນເຖິງວັນທີ 16-20 ພຶດສະພານີ້.

ທ່ານ ພົງສະຫວັນ ສຸລິວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບການທົດສອບເອົາໃຈໃສ່ ໃນການດໍາເນີນການທົດສອບສີມືແຮງງານ ເປັນໄປຕາມ ຫຼັກການ, ຂັ້ນຕອນ, ລະບຽບຂອງການຈັດຕັ້ງປະຕິບັດ ໂດຍສະເພາະ ຂໍ້ຕົກລົງຂອງລັດຖະມົນຕີການຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍ ການທົດສອບສີມືແຮງງານ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຕໍ່ກັບຄວາມອາດສາມາດຂອງກຳລັງແຮງງານ ທຽບກັບການປ່ຽນແປງຢ່າງໄວວາຂອງນະວັດຕະກຳ ແລະ ເຕັກໂນໂລຊີ ເວົ້າສະເພາະ, ການທົດສອບຄັ້ງນີ້ເປັນການຈັດຕັ້ງ ແລະ ຜັນຂະຫຍາຍທິດທາງ, ນະໂຍບາຍ ແລະ ຄາດໝາຍສູ້ຊົນໃນວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນການສົ່ງເສີມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.
(ຂ່າວສານຮສສ)