ທ່ານຮອງລັດຖະມົນຕີ ລົງຢ້ຽມຢາມໂຄງການທົດລອງຂຸດຄົ້ນແຮ່ທາດ ຢູ່ແຂວງໄຊສົມບູນ

67

ແຮ່ທາດ ກໍ່ຖືວ່າຈັດເປັນສິນຄ້າສົ່ງອອກຫຼັກຂອງ ສປປລາວ ແລະ ໃນລະຫວ່າງວັນທີ 17 ຫາ 19 ພຶດສະພາ 2022 ນີ້ ທ່ານ ຄໍາລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການແຮ່ທາດ ແບບທົດລອງ ຢູ່ແຂວງໄຊສົມບູນ ໂດຍມີ ທ່ານ ສົມບູນ ສອນລິດທິເດດ, ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ພ້ອມດ້ວຍຫົວໜ້າພະແນກການ ທີ່ກ່ຽວຂ້ອງ ຂອງແຂວງ ເຂົ້າຮ່ວມ.

ຊຶ່ງຕະຫຼອດໄລຍະ 3 ວັນ ຂອງການລົງເຄື່ອນໄຫວວຽກງານຢູ່ ແຂວງໄຊສົມບູນ ທ່ານ ຄໍາລາວັນ ຈັນທະລາວັນ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມບັນດາໂຄງການຂຸດຄົ້ນແຮ່ທາດ ທີ່ຢູ່ໃນໄລຍະຂອງການທົດລອງ ຢູ່ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ໂດຍຈຸດປະສົງ ແມ່ນເພື່ອຕິດຕາມ ແລະ ເກັບກໍາຂໍ້ມູນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນແມ່ນບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ລວມທັງການມອບພັນທະໃຫ້ລັດ, ການຄຸ້ມຄອງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະລິມານຂອງການຂຸດຄົ້ນ, ການສົ່ງອອກ ແລະ ອື່ນໆ.

ພາຍຫຼັງສໍາເລັດການລົງຕິດຕາມ ຢູ່ພາກສະໜາມຕົວຈິງແລ້ວ ຄະນະດັ່ງກ່າວ ໄດ້ຈັດກອງປະຊຸມ ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ໂດຍມີ ທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກ ແຂວງໄຊສົມບູນ ເຂົ້າຮ່ວມນໍາ ຊຶ່ງກອງປະຊຸມ ແຕ່ລະທ່ານ ໄດ້ຍົກເອົາບັນຫາຕ່າງໆ ເປັນຕົ້ນແມ່ນ ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການເສຍພາສີອາກອນ, ການຟື້ນຟູ ແລະ ຄຸ້ມຄອງເນື້ອທີ່ຂຸດຄົ້ນ, ການນໍາໃຊ້ ແລະ ສ້ອມແປງເສັ້ນທາງ ຕ່າງໆ ເພື່ອພ້ອມກັນຊອກຫາວິທີທາງແກ້ໄຂ ໃນສະເພາະໜ້າ ແລະ ຍາວນານ

ແນໃສ່ຮັບປະກັນໃຫ້ແຕ່ລະໂຄງການ ໄດ້ດຳເນີນໄປດ້ວຍຄວາມຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບຫຼັກການ ທັງຮັບປະກັນໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບການຈັດຕັ້ງປະຕິບັດດໍາລັດ 414 ຂອງລັດຖະບານ ທີ່ວາງອອກ ໃຫ້ມີຄວາມຮັດກຸມດີຂຶ້ນກວ່າເກົ່າ.

ຈົດໝາຍຂ່າວ ໄຊສົມບູນ