ກຽມຕິດຕາມຮັບຊົມຜົນງານ ອາລີ້ ທະນູພົນ ກັບການສະແດງໃນ “ຫຼັງພົມແດງ”

112

ພາທໍາຄວາມຮູ້ຈັກພະເອກໜຸ່ມຫຼໍ່, ໜ້າໃສ ກັບການຮັບບົດພະເອກໃນຊີຣີຟອມໃຫຍ່ “ ຫຼັງພົມແດງ ” ເຊິ່ງເປັນຊີຣີທີ່ຈະມາຕີແຜ່ເບື້ອງຫຼັງຂອງເວທີປະກວດນາງງາມ ວ່າກວ່າຈະມາຢືນຄອບຄອງມົງກຸດຢ່າງສະຫງ່າງາມຢູ່ໜ້າເວທີນັ້ນ ຕ້ອງຜ່ານຜ່າອຸປະສັກ ແລະ ມີເບື້ອງຫຼັງຄວາມເປັນມາຄືແນວໃດ ເຊິ່ງໜຶ່ງໃນ 5 ພະເອກທີ່ທີມຂ່າວບັນເທີງຈະພາທຸກຄົນມາທໍາຄວາມຮູ້ຈັກໃນມື້ນີ້ ກໍຄື “ ອາລີ້ ທະນູພົນ ໄຊຖາວອນ Mister International Laos 2019 ” ນັ້ນເອງ.

ທີມຂ່າວບັນເທີງໄດ້ມີໂອກາດສໍາພາດນ້ອງ ອາລີ້ ໂດຍນ້ອງບອກວ່າ: ທໍາອິດເລີຍ ຫຼັງຈາກທີ່ຜ່ານການຄັດເລືອກນັກສະແດງ ແລະ ຮູ້ວ່າຕົນເອງນັ້ນໄດ້ຮ່ວມໃນຊີຣີຫຼັງພົມແດງ ແມ່ນຮູ້ສຶກເປັນກຽດຫຼາຍ ແລະ ດີໃຈທີ່ໄດ້ເຂົ້າມາຮ່ວມເປັນສ່ວນໜຶ່ງໃນຊີຣີເລື່ອງນີ້.

ສຳລັບຕົວລະຄອນທີ່ອາລີ້ເອງ ໄດ້ຮັບໃນເລື່ອງແມ່ນຊື່ “ ຕົ້ນ ” ຮັບບົດບາດເປັນໜຸ່ມຂ້ອນຂ້າງຈະເປັນ ແບັດບອຍ ຫຼື ເຈົ້າຊູ້ ເຊິ່ງບໍ່ຄ່ອຍດີປານໃດ ແລະ ອາລີ້ເອງ ຈະບອກຫຍໍ້ໆພຽງເທົ່ານີ້ກ່ອນ ເພື່ອໃຫ້ທຸກຄົນໄປຕິດຕາມໃນຊີຣີ ວ່າຈະເປັນປະມານໃດ ແຕ່ຮັບຮອງເລີຍວ່າມີຫຍັງໜ້າຕື່ນເຕັ້ນໃຫ້ໄດ້ຕິດຕາມຢ່າງແນ່ນອນເລີຍ.

ພາຍຫຼັງທີ່ອາລີ້ເອງ ຈາກທີ່ໄດ້ອ່ານບົດຫຍໍ້ໆ ແລະ ຮູ້ທີ່ໄປທີ່ມາຂອງຕົວລະຄອນ ເຮົາຈະຮູ້ໄດ້ເລີຍວ່າ ຄາແລັກເຕີຂອງໜຸ່ມຕົ້ນ ( ໃນເລື່ອງ ) ນີ້ເຖິງຈະມີຄວາມແຮງ ແລະ ແບັດບອຍສໍ່າໃດ ແຕ່ໃນເລິກໆແລ້ວຕົວລະຄອນນີ້ເປັນຄົນທີ່ມີຄວາມເຫັນອົກເຫັນໃຈ ແລະ ມັກໃນການຊ່ວຍເຫຼືອ….

ໃນການກຽມຕົວເປັນນັກສະແດງຄັ້ງນີ້ ອາລີ້ເອງຕ້ອງໄດ້ເຮັດວຽກບ້ານທີ່ຫຼາຍເລີຍ ເພື່ອໃຫ້ສົມບົດບາດເປັນຄາແລັກເຕີຂອງໜຸ່ມຕົ້ນ ຕາມຜູ້ກຳກັບເພິ່ນວາງອອກມາໃຫ້ໄດ້ ເພື່ອເຮັດໃຫ້ຜູ້ຊົມເຂົ້າເຖິງ ແລະ ມີຄວາມຮູ້ສຶກໄປຕາມບົດບາດ ແລະ ຕົວລະຄອນທີ່ຕົນເອງໄດ້ຮັບນັ້ນ.

ເລື່ອງຜົນງານທີ່ຜ່ານມາຂອງອາລີ້ເອງ ກໍມີຫຼາກຫຼາຍ ບໍ່ວ່າຈະເປັນການເດີນແບບ, ຖ່າຍຮູບ, ຖ່າຍໂຄສະນາ, ຖ່າຍຮູບເງົາສັ້ນ, ຖ່າຍແບຣນພຣີເຊັນເຕີສິນຄ້າຕ່າງ ແລະ ອາລີ້ເອງ ກໍຂໍຝາກທຸກໆຜົນງານແດ່ເດີ.

ສຳລັບອາລີ້ ຈະເປັນໜຸ່ມແບບສະບາຍ ສະບາຍ ຈະແຕ່ງຕົວແບບຊິວຊິວ ອອກ ລັກສະນະສະປອດເປັນສ່ວນຫຼາຍ ແລະ ເປັນທາງການເປັນ ຊູດກິດຈະກຳຍາມວ່າງທີ່ນ້ອງມັກເຮັດ ກໍຈະເປັນການອອກກຳລັງກາຍ, ເຂົ້າຟິສເນັສ, ເຕະບານ, ຫຼິ້ນກີຕ້າ ແລະ coffee time.

ສຸດທ້າຍນີ້ ອາລີ້ເອງກໍຂໍຝາກຜົນງານ ຢາກໃຫ້ທຸກຄົນຕິດຕາມອາລີ້ ໃນບົດບາດໜຸ່ມຕົ້ນ ໃນເລື່ອງ “ ຫຼັງພົມແດງ ” ວ່າຈະອອກມາເປັນແນວໃດ ແລະ ອີກຫຼາກຫຼາຍບໍ່ວ່າຈະເປັນການຖ່າຍໂຄສະນາຕ່າງໆ ສໍາລັບຊ່ອງທາງການຕິດຕາມສາມາດໄປຕິດຕາມນ້ອງໄດ້ເລີຍທີ່ Alie Xaythavone ແລະ ທີມຂ່າວບັນເທີງກໍຂໍຝາກຜົນງານຊີຣີເລື່ອງນີ້ ເຊິ່ງເປັນຊີຣີແຫ່ງປີເລີຍກໍວ່າໄດ້ ໃຫ້ແຟນຊີຣີ ແລະ ແຟນໆຂອງໜຸ່ມອາລີ້ເອງ ຕິດຕາມດ້ວຍ ເຊິ່ງຢັ້ງຢືນໄດ້ເລີຍວ່າເຕັມອີ່ມດ້ວຍຄຸນນະພາບ ທັງນັກສະແດງ, ຜູ້ກກັບ, ຜູ້ຈັດ ແລະ ຜູ້ສ້າງຢ່າງແນ່ນອນ.

[ ຮູບ: Alie Xaythavone ]