ຢາກໄປເຮັດວຽກຢູ່ເກົາຫຼີບໍ! ໂອກາດມາແລ້ວ 1.000 ກວ່າຕຳແໜ່ງງານເດີນທາງເດືອນມິຖຸນານີ້

494

ຖືເປັນຂ່າວດີອີກຢ່າງຕໍ່ເນື່ອງ ສຳລັບແຮງງານລາວ ທີ່ກຳລັງກຽມພ້ອມໃນການຈະໄປເຮັດວຽກຢູ່ຕ່າງປະເທດ, ປັດຈຸດບັນ ສ. ເກົາຫຼີ ພວມຕ້ອງການແຮງງານ 1.000 ກວ່າຄົນ ເພື່ອໄປເຮັດວຽກ, ໂດຍໂຄຕ້າດັ່ງກ່າວແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້.

ໃນໄລຍະຜ່ານມາ ກໍ່ມີແຮງງານລາວເດີນທາງໄປເຮັດວຽກຢູ່ປະເທດເກົາຫຼີເປັນຈຳນວນຫຼວງຫຼາຍ ເຊິ່ງເປັນແຮງງານທີ່ໄປຢ່າງຖືກຕ້ອງຕາມກົດໝາຍ ພາຍຫຼັງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ຮ່ວມກັບເມືອງ ຢອງດັອກ ຄຸນ(Yeongdeok-Gun), ຮົງຊອງຄຸນ (Hoengseong-Gun) ແລະ ຊັງຢອງກຸນ (Changnyeong-Gun) ແລະ ໃນໝໍ່ໆນີ້ ແມ່ນຈະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ 4 ເມືອງອີກ ຊຶ່ງມີຄວາມຕ້ອງການຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ພາຍໃນເດືອນມິຖຸນາ ຫຼາຍກ່ວາ 1.000 ຄົນ.

ສຳລັບຂັ້ນຕອນໄປເຮັດວຽກຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໝາຍໃຫ້ ບໍລິສັດ ສະຫວັນບໍລິການຈັດຫາງານ ແລະ ບໍລິສັດ ໄອຈ໋ອບ ຈຳກັດ ເປັນຜູ້ຮັບຜິດຊອບຊອກຫາແຮງງານ, ຄັດເລືອກແຮງງານ, ດຳເນີນເອກະສານໃຫ້ແຮງງານ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານຕະຫຼອດໄລຍະເວລາເຮັດວຽກຢູ່ ສ.ເກົາຫຼີ.

ຜູ້ອອກແຮງງານທີ່ຈະໄປເຮັດວຽກໄລຍະສັ້ນຢູ່ປະເທດເກົາຫຼີ ບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍ່ສາມາດສະໝັກໄດ້.
ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ: ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ.

ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງເປັນການຊ່ວຍຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ຊອກຜົນປະໂຫຍດ ຜູ້ທີ່ສົນໃຈສາມາດ ໄປລົງທະບຽນທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ເມືອງ ໃກ້ບ້ານທ່ານ ແລະ ສອບຖາມຂໍ້ມູນເພີ່ມເຕີມນຳພະແນກຈັດຫາງານໄປຕ່າງປະເທດ,
ກົມການຈັດຫາງານ, ກະຊວງ ຮສສ. ໂທ: 021 217738,
ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ