ອຸຍນີເຊັບ ຊີ້ ຄວາມຂັດແຍ່ງ ຣັດເຊຍ – ອູແກຣນ ກະທົບໂຄງການຊ່ວຍເຫຼືອເດັກຂາດສານອາຫານ

0
204

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 17 ພຶດສະພາ 2022 ວ່າ ອົງການອຸຍນີເຊັບ ( UNICEF ) ເຕືອນວ່າ ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການລະບາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ໂຄງການຊ່ວຍເຫຼືອເດັກຂາດສານອາຫານຮຸນແຮງ ເນື່ອງຈາກວ່າລາຄາອາຫານເພີ່ມຂຶ້ນສູງ.

ອຸຍນີເຊັບ ຖະແຫຼງວ່າ: ລາຄາວັດຖຸດິບສຳລັບຜະລິດ ແລະ ປຸງແຕ່ງອາຫານບຳບັດພ້ອມຮັບປະທານເພີ່ມຂຶ້ນ 16% ຫາກອຸຍນີເຊັບບໍ່ໄດ້ຮັບເງິນສະໜັບສະໜູນເພີ່ມຕື່ມໃນອີກ 6 ເດືອນຂ້າງໜ້າ ຈະເຮັດໃຫ້ເດັກນ້ອຍອີກ 6 ແສນຄົນ ບໍ່ໄດ້ຮັບອາຫານບຳບັດທີ່ຈຳເປັນຕໍ່ການມີຊີວິດ,

ອາຫານບຳບັດ ເປັນອາຫານພ້ອມຮັບປະທານທີ່ມີສ່ວນປະສົມຂອງຖົ່ວດິນ, ນ້ຳຕານ, ນ້ຳມັນ ແລະ ສານອາຫານເສີມ ແຕ່ອຸຍນີເຊັບບໍ່ໄດ້ລະບຸວ່າຈະຕ້ອງການເງິນເພີ່ມຈຳນວນເທົ່າໃດ ແຕ່ອະທິບາຍວ່າ ອາຫານບຳບັດມີລາຄາສະເລ່ຍ 41 ໂດລາສະຫະລັດຕໍ່ກ່ອງ ໂດຍຂ້າງໃນມີ 150 ຊອງຍ່ອຍ ໃຊ້ບຳບັດເດັກຂາດສານອາຫານ ໃຫ້ກັບມາມີສຸຂະພາບແຂງແຮງໄດ້ພາຍໃນ 6 – 8 ອາທິດ.

ອຸຍນີເຊັບ ເຕືອນວ່າລາຄາອາຫານທີ່ເພີ່ມຂຶ້ນສູງ ສ່ຽງເຮັດໃຫ້ສະຖານະການເດັກຂາດສານອາຫານຮຸນແຮງຂຶ້ນ.
ປັດຈຸບັນມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຂາດສານອາຫານຮຸນແຮງເຖິງຂັ້ນຈ່ອຍຜອມແຫ້ງຫຼາຍເຖິງ 13,6 ລ້ານຄົນ ແລະ ເປັນສາເຫດຂອງການເສຍຊີວິດ 1/5 ຂອງເດັກໃນໄວນີ້.

LEAVE A REPLY

Please enter your comment!
Please enter your name here