ຮັບຮອງບົດວິໄຈ ແຜນວຽກບູລິມະສິດດ້ານການພັດທະນາວຽກງານການຄ້າ

213

ກົມແຜນການ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ)ຮ່ວມກັບພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ຈັດກອງປະຊຸມ ຮັບຮອງ ບົດວິໄຈ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ປີ 2022 (Diagnostic Trade Integration Study Update 2022) ເພື່ອປຶກສາຫາລື ແລະ ຮັບຮອງເອົາຜົນວິໄຈ ການເຊື່ອມໂຍງສາກົນ ດ້ານການຄ້າ ແລະ ຮ່າງແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ສະບັບປັບປຸງ.


ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 16 ພຶດສະພາ 2022 ທີ່ໂຮງແຮມ ແລນມາກ ໂດຍເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມພາກທຸລະກິດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.


ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ລັດຖະບານມີຄວາມມຸ່ງໝັ້ນຕໍ່ ການເຊື່ອມໂຍງເສດຖະກິດໃນລະດັບພາກພື້ນ ແລະ ສາກົນ ເພື່ອໃຫ້ພາກລັດ ແລະ ພາກເອກະຊົນ ປະຕິບັດມາດຕະການສະເພາະ ເພື່ອຮັບປະກັນການນໍາໃຊ້ໂອກາດໃຫ້ເກີດປະໂຫຍດສູງສຸດ ແລະ ຮັບມືກັບສິ່ງທ້າທາຍ ທີ່ອາດເກີດຂຶ້ນຈາກວຽກງານການເຊື່ອມໂຍງ.


ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກວ່າ: ການເພິ່ງພາການຂຸດຄົ້ນຊັບພະຍາກອນທຳມະຊາດ, ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ່ທີ່ນຳໃຊ້ທຶນສູງ ແລະ ໂຄງການລົງທຶນເພື່ອພັດທະນາໂຄງລ່າງພື້ນຖານທີ່ຕິດພັນກັບການນຳໃຊ້ເງິນທຶນຈຳນວນຫຼາຍ, ໄດ້ກະຕຸ້ນອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ຕະຫຼອດສອງທົດສະວັດຜ່ານມາ. ເຖິງແນວໃດກໍຕາມ, ສິ່ງດັ່ງກ່າວ ໄດ້ເພີ່ມອັດຕາການຈ້າງງານ ແລະ ຊ່ວຍຫຼຸດຜ່ອນຄວາມທຸກຍາກໃນຂອບເຂດທີ່ຈຳກັດ. ເພາະສະນັ້ນ, ບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ສະບັບປັບປຸງປີ 2022 ຈຶ່ງໄດ້ເປີດໂອກາດໃຫ້ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ທົບທວນ ແລະ ປັບປຸງແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ. ພ້ອມດຽວກັນ, ບົດປັບປຸງບົດວິໄຈ ດັ່ງກາວໄດ້ກຳນົດບັນດາແຜນວຽກບູລິມະສິດໃນຂະແໜງການຄ້າ ທີ່ມີທ່າແຮງສູງ, ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກ, ສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສາມາດໃນການຟື້ນຕົວ ພາຍຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19, ໂດຍຜ່ານການຫຼຸດຜ່ອນຕົ້ນທຶນດ້ານການຄ້າ ແລະ ປັບປຸງການຈັດຕັ້ງປະຕິບັດດ້ານລະບຽບການກ່ຽວຂ້ອງ.

ທ່ານນາງ Baiba Zarina ອຸປະທູດຈາກ ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າ: “ບັນດາຄູ່ຮ່ວມພັດທະນາ ຈະສຶບຕໍ່ສະໜັບສະໜູນ ວຽກງານການປັບປຸງແຜນການຊ່ວຍເຫຼືອ ແລະ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນໃນລາວ ໃຫ້ມີປະສິດທິພາບ.”


ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ຄວາມສຳຄັນຕໍ່ ແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ໃນການການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ເສີມສ້າງຄວາມສາມາດການແຂ່ງຂັນຂອງທຸລະກິດ ລາວ. ພ້ອມດຽວກັນ ກໍໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດໃນການປັບປຸງບົດວິໄຈ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະ ການມີສ່ວນຮ່ວມຂອງພາກທຸລະກິດລະດັບສູນກາງ ແລະ ທ້ອງຖິ່ນເຂົ້າໃນຂະບວນການປຶກສາຫາລື.
ທ່ານ ຄຳແພງ ໄຊສົມແພງ, ໄດ້ສະຫຼຸບປິດກອງປະຊຸມ ໂດຍເນັ້ນວ່າ: “ລັດຖະບານ ຈະພະຍາຍາມລະດົມຊັບພະຍາກອນທີ່ຈຳເປັນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາການຄ້າ ແລະ ພາກເອກະຊົນ ທີ່ຮັບຮອງໃນມື້ນີ້ ແລະ ທ່ານກໍ່ໄດ້ຮຽກຮ້ອງ ມາຍັງພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດ ແຜນວຽກບູລິມະສິດດັ່ງກ່າວຢ່າງຕັ້ງໜ້າ ແລະ ຫ້າວຫັນ.”