ກຽມຈັດງານວາງສະແດງປຸງແຕ່ງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ 11 ຫາ 19 ມິຖຸນາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ

144

ງານວາງສະແດງປຸງແຕ່ງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ ພາຍໃຕ້ແນວຄວາມຄິດທີ່ວ່າ: “ສົ່ງເສີມສິລະປະຫັດຖະກໍາ ແລະ ອາຫານລາວ ສູ່ສາກົນ” ຈະມີຂຶ້ນລະຫວ່າງ ວັນທີ 11 ຫາ 19 ມິຖຸນາ ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.


ພິທີຖະແຫຼງຂ່າວກຽມຈັດງານວາງສະແດງປຸງແຕ່ງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ ຈັດຂຶ້ນ ວັນທີ 16 ພຶດສະພາ 2022 ທີ່ສູນການຄ້າລາວໄອເຕັກ ເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີ ທ່ານ ພູທອງ ໄຊສະນິດ, ຮອງປະທານສະມາຄົມຫັດຖະກໍາລາວ, ທ່ານ ວັນຍຸງ ຮວງວັນ ຜູ້ຈັດການທົ່ວໄປສູນວາງສະແດງ ແລະ ງານລ້ຽງງານປະຊຸມ ບໍລິສັດລາວເວີນ ມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ການຈັດງານວາງສະແດງປຸງແຕ່ງອາຫານນາໆຊາດ ລ້ານຊ້າງ-ແມ່ຂອງ ປະຈໍາປີ 2022 ຈະຈັດຂຶ້ນພາຍໃຕ້ແນວຄວາມຄິດທີ່ວ່າ: “ສົ່ງເສີມສິລະປະຫັດຖະກໍາ ແລະ ອາຫານລາວ ສູ່ສາກົນ”. ກໍານົດເອົາ ວັນທີ 11 ຫາ 19 ມິຖຸນາ 2022 ເປັນມື້ຈັດງານ ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ເພື່ອສ້າງເອກະລັກ ແລະ ສົ່ງເສີມຜະລິດຕະພັນອາຫານຂອງ ສປປ ລາວ ໃຫ້ເປັນທີ່ຮັບຮູ້ຂອງສາກົນ ຈຶ່ງໄດ້ຮ່ວມກັນປຶກສາກັບ ສະມາຄົມຫັດຖະກໍາລາວ ເພື່ອສ້າງເອກະລັກດັ່ງກ່າວນີ້ໃຫ້ອອກມາໃຫ້ເຫັນຄວາມເປັນລາວ


ງານວາງສະແດງປຸງແຕ່ງອາຫານນານາຊາດ 2022 ຈະມີຫ້ອງວາງສະແດງແຫ່ງຊາດລວມເອົາສິນຄ້າກະສິກໍາທີ່ໂດດເດັ່ນຂອງລາວ ແລະ ຂອງ 4 ປະເທດລຸ່ມແມ່ນໍ້າຂອງມາສັງລວມໄວ້ໂຄສະນາເຜີຍແຜ່ໃຫ້ແຂກໄດ້ຊົມ ເປັນຕົ້ນສິນຄ້າໃນກອບໂຄງການ ລ້ານຊ້າງ-ແມ່ຂອງ (ປະເທດ ກໍາປູເຈຍ, ມຽນມາ, ໄທ ແລະ ສສ ຫວຽດນາມ). ນອກຈາກນີ້, ພວກເຮົາຍັງຈະໄດ້ມີການຈັດເວທີ ການເຈລະຈາການຊື້ຂາຍສິນຄ້າລາວ ກັບທຸລະກິດຕ່າງປະເທດ, ການແລກປ່ຽນບົດຮຽນກັບບັນດາປະເທດເຂົ້າຮ່ວມງານວາງສະແດງ, ການສົ່ງເສີມຍີ່ຫໍ້ສິນຄ້າຫັດຖະກໍາ, ອາຫານ ແລະ ຍັງມີລາຍການແຂ່ງຂັນອີກຫຼາກຫຼາຍໃນງານນີ້.

ທ່ານ ພູທອງ ໄຊສະນິດ ກ່າວວ່າ: ສະມາຄົມຫັດຖະກຳລາວ ພວກເຮົາຮູ້ສຶກເປັນກຽດ ແລະ ພູມໃຈ ທີ່ໄດ້ມີສ່ວນຮ່ວມດ້ານການວາງສະແດງສິນຄ້າຫັດຖະກຳ, ກະສິກຳ ແລະ ອາຫານພື້ນເມືອງລາວໃນຄັ້ງນີ້, ທາງຄະນະກໍາມະການຈັດງານພວກເຮົາໄດ້ມີການຈັດພື້ນທີ່ການວາງສະແດງ ເປັນເຂດຂອງແຕ່ລະປະເພດສິນຄ້າ ເພື່ອຄວາມສະດວກໃນການທ່ຽວຊົມເຊັ່ນ: ເຂດສິນຄ້າກະສິກໍາ, ເຂດອາຫານພື້ນເມືອງ, ເຂດສິນຄ້າຫັດຖະກໍາ ໂດຍສະເພາະເຂດສິນຄ້າຫັດຖະກຳ ປະກອບມີ 7 ຂະແໜງການຄື: ຂະແໜງແຜ່ນແພ, ຈັກສານ, ສີລະປະໂລຫະ, ຜະລິດຕະພັນວັດທະນະທໍາ, ປະຍຸກພັນສິນ, ເສັ້ນໃຍ ແລະ ພືດໃຫ້ສີທຳມະຊາດ ແລະ ປູກມອນ-ລ້ຽງມ້ອນ. ນອກນັ້ນ, ຈະມີຫໍວາງສະແດງ ຫຼື ພາວີລຽນ ຂອງ 5 ປະເທດລຸ່ມແມ່ນ້ຳຂອງທີ່ເຂົ້າຮ່ວມໂຄງການ ແລະ ພາວິລຽນລວມຂອງໂຄງການ, ເຂດພື້ນທີ່ພົບປະເຈລະຈາທຸລະກິດ ເຊິ່ງຈະມີເຄື່ອງດື່ມປະເພດ ກາເຟ, ຊາ ທີ່ມີຊື່ສຽງຂອງລາວໄວ້ຕ້ອນຮັບ.


ດ້ານກິດຈະກຳພາຍໃນງານ ຈະມີການສະເຫຼີມສະຫຼອງຄົບຮອບ 25 ປີ ສ້າງຕັ້ງ ສະມາຄົມ ຫັດຖະກຳລາວ, ການແຂ່ງຂັນເຮັດເຂົ້າຕົ້ມຜັດ, ການສະແດງສິລະປະ ແລະ ຮີດຄອງປະເພນີ, ການສະຫຼອງຂອງຊົນເຜົ່າເຊັ່ນ: ເຜົ່າພູໄທ, ເຜົ່າມົ້ງ…ເພື່ອເປັນການສົ່ງເສີມການຕະຫຼາດໃຫ້ຊາວຊ່າງຫັດຖະກໍາລາວທີ່ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ, ຕ່າງແຂວງຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ນຳເອົາເຄື່ອງຫັດຖະກຳ, ກະສິກຳ ແລະ ອາຫານພື້ນເມືອງຂອງຕົນມາວາງສະແດງ ເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ຈຳໜ່າຍ ເພື່ອສ້າງລາຍໄດ້ໃຫ້ກັບຕົນເອງ,