ທະນາຄານໂລກ ຄາດເສດຖະກິດ ສປປລາວ ປີ2022 ຈະຂະຫຍາຍຕົວ ປະມານ 3,8%, ແຕ່ການຟື້ນຕົວຂອງເສດຖະກິດ ປະເຊີນກັບອຸປະສັກດ້ານໜີ້ສິນ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ

441

ທະນາຄານໂລກ ໄດ້ອອກບົດລາຍງານ ກ່ຽວກັບເສດຖະກິດຂອງ ສປປລາວ ເມື່ອວັນທີ 13 ພຶດສະພາ 2022 ໂດຍຊີ້ວ່າ ການເພີ່ມສູງຂຶ້ນ ຂອງລະດັບໜີ້ສິນສາທາລະນະ ແລະ ລາຄາສິນຄ້າໃນຕະຫຼາດໂລກ ກໍໃຫ້ເກີດຄວາມສ່ຽງ ຕໍ່ສະເຖຍລະພາບດ້ານເສດຖະກິດມະຫາພາກ ແລະ ກະທົບຕໍ່ມາດຕະຖານການດຳລົງຊີວິດຂອງປະຊາຊົນ. ໂດຍຄາດວ່າເສດຖະກິດ ຂອງ ສປປ ລາວ ຈະເຕີບໂຕ ໃນອັດຕາ 3,8% ໃນປີ 2022, ເພີ່ມຂຶ້ນ ຈາກ 2,5% ໃນປີ 2021.

ປັດຈຸບັນ ສປປ ລາວ ມີການເກີນດຸນດ້ານການຄ້າ ແລະ ສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ. ຂະແໜງພະລັງງານ ແລະບໍ່ແຮ່ ມີທ່າແຮງໃນການຂະຫຍາຍຕົວ, ໃນຂະນະທີ່ການສົ່ງອອກສິນຄ້າກະສິກໍາ ແລະ ຜະລິດຕະພັນປຸງແຕ່ງ ແມ່ນໄດ້ຮັບແຮງໜູນຈາກຄວາມຕ້ອງການສິນຄ້າຈາກຕ່າງປະເທດ ແລະ ລາຄາສິນຄ້າທີ່ສູງຂຶ້ນ. ຂະແໜງບໍລິການຄາດວ່າຈະມີການຟື້ນຕົວເທື່ອລະກ້າວ.

ເຖິງແນວໃດກໍຕາມ, ອັດຕາເງິນເຟີ້ເພີ່ມສູງຂຶ້ນເຖິງ 9,9% ໃນເດືອນ ເມສາ 2022, ຈາກ 2% ໃນປີກາຍ(2021), ພ້ອມດຽວກັນນີ້ ການແຜ່ລະບາດຂອງພະຍາດ COVID-19 ກໍໄດ້ເຮັດໃຫ້ຫຼາຍທຸລະກິດປິດກິດຈະການລົງ ແລະ ເຮັດໃຫ້ສູນເສຍວຽກເຮັດງານທຳ ແລະ ສ້າງຜົນກະທົບຕໍ່ລາຍຮັບຂອງຄົວເຮືອນ. ການເພີ່ມຂຶ້ນຂອງລາຄາສິນຄ້າ ໃນຂະນະທີ່ລາຍຮັບພາກຄົວເຮືອນຫຼຸດລົງ ໄດ້ເຮັດໃຫ້ຫຼາຍຄອບຄົວທີ່ມີລາຍຮັບຕໍ່າປະເຊີນກັບຄວາມສ່ຽງທີ່ຈະກາຍເປັນຄອບຄົວທຸກຍາກ, ໂດຍສະເພາະຜູ້ຢູ່ໃນຕົວເມືອງ.

ທ່ານ ອາເລັກ ເຄຼເມີ ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວ່າ: “ບັນຫາຕ່າງໆ ທີ່ເກີດຍ້ອນການປິດປະເທດທີ່ຕໍ່ເນື່ອງກັນເປັນເວລາ 2 ປີ ແລະ ມາດຕະການຈໍາກັດຕ່າງໆ ເພື່ອສະກັດກັ້ນພະຍາດລະບາດ COVID-19 ແມ່ນ ເພີ່ມທະວີຄວາມຮຸນແຮງຂຶ້ນຍ້ອນຜົນກະທົບຈາກການເພີ່ມຂຶ້ນຂອງລາຄາສິນຄ້າ, ໂດຍສະເພາະ ນໍ້າມັນ ແລະ ອາຫານ, ສ່ວນໜຶ່ງ ແມ່ນຍ້ອນ ສົງຄາມ ໃນປະເທດ ອູແກຣນ ແລະ ການອ່ອນຄ່າຂອງເງິນກີບຢ່າງໄວວາ,” ຄໍາກ່າວ ຂອງ  “ສະພາບການໃນ ສປປ ລາວ ຍິ່ງທ້າທາຍເປັນພິເສດ ເນື່ອງຈາກບັນຫາໜີ້ສິນສາທາລະນະແລະການເກັບລາຍຮັບທີ່ຍັງບໍ່ໄດ້ດີ.

ດັ່ງນັ້ນບູລິມະສິດແມ່ນຄວນເລັ່ງໃສ່ການເກັບລາຍຮັບ ໂດຍການທົບທວນຄືນນະໂຍບາຍການຍົກເວັ້ນພາສີອາກອນໃນໂຄງການລົງທຶນ.”

ລະດັບຂອງໜີ້ສິນສາທາລະນະ ເພີ່ມຂຶ້ນສູງສົມຄວນນັບແຕ່ ປີ 2019 ເຊິ່ງໃນນັ້ນ ຂະແໜງພະລັງງານແມ່ນປະກອບສ່ວນສູງກວ່າ 30% ຂອງຍອດໜີ້ສິນສະສົມທັງໝົດ ຂະນະທີ່ຄັງສໍາຮອງເງິນຕາຕ່າງປະເທດຍັງຕໍ່າ.

ເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ ບົດລາຍງານໄດ້ມີຂໍ້ແນະນໍາດ້ານນະໂຍບາຍໂດຍສະເພາະ ການເພີ່ມການເກັບລາຍຮັບ ແລະ ເພີ່ມປະສິດທິຜົນດ້ານລາຍຈ່າຍ. ນອກຈາກນັ້ນ ວຽກງານການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໜີ້ສິນ ແລະປັບປຸງຄວາມໂປ່ງໃສ, ການປັບປູງສະຖຽນລະພາບຂອງຂະແໜງການເງິນໂດຍນຳໃຊ້ເຄື່ອງມືດ້ານນິຕິກໍາ ແລະ ກົດລະບຽບ ແລະ ນຳໃຊ້ນະໂຍບາຍຊ່ວຍເງິນອູດໜູນຢ່າງມີຈຸດສຸມແກ່ກຸ່ມຄົນທີ່ທຸກຍາກ.

ບົດລາຍງານສະບັບນີ້ ຍັງໄດ້ວິເຄາະກ່ຽວກັບການຫັນປ່ຽນຂອງ ສປປ ລາວ ຈາກການເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດທີ່ເຊື່ອມຕໍ່ ໂດຍການພັດທະນາພື້ນຖານໂຄງລ່າງ ແລະ ສະເໜີການປະຕິຮູບຫຼາຍດ້ານເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຜົນປະໂຫຍດສູງສຸດ ຈາກການລົງທຶນຂະໜາດໃຫຍ່ໃສ່ຖະໜົນຫົນທາງ, ທາງລົດໄຟ ແລະ ນິຄົມໂລຈີສຕິກ. ຂໍ້ແນະນຳໃນການປະຕິຮູບດັ່ງກ່າວກໍໄດ້ກວມເອົາຂໍ້ແນະນຳໃນການສ້າງລະບົບເສັ້ນທາງເຊື່ອມຕໍ່ ເພື່ອຮັບປະກັນວ່າຊາວກະສິກອນ ແລະ ທຸລະກິດ ສາມາດເຂົ້າເຖິງພື້ນຖານໂຄງລ່າງໄດ້, ປັບປຸງປະສິດທິຜົນຂອງຂັ້້ນຕອນຢູ່ດ່ານຊາຍແດນ, ພ້ອມທັງ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເພື່ອດຶ່ງດູດການລົງທຶນ ແລະສ້າງວຽກເຮັດງານທຳ. ສປປ ລາວ ຍັງຄວນສົ່ງເສີມຂະແໜງການທີ່ມີຄວາມໄດ້ປຽບ ເຊັ່ນ: ຜະລິດຕະພັນປຸງແຕ່ງທີ່ມີມູນຄ່າເພີ່ມສູງ, ສິນຄ້າກະສິກຳ, ຜະລິດຕະພັນກະສິກໍາ ແລະ ການທ່ອງທ່ຽງທໍາມະຊາດ.