ບໍ່ຄຳໃຕ້ດິນແຫ່ງທຳອິດຂອງລາວ ຄາດວ່າຈະຜະລິດແຮ່ໄດ້ 4 ແສນໂຕນໃນປີ 2023

286

ການດຳເນີນການຂຸດຄົ້ນບໍ່ແຮ່ຄຳ-ທອງເຊໂປນ ແບບເປີດໜ້າດິນຢູ່ ແຂວງສະຫວັນນະເຂດ ຕັ້ງແຕ່ປີ 2003 ເປັນຕົ້ນມາ ຮອດຈຸບັນບໍ່ຄຳໜ້າດິນແມ່ນໝົດແລ້ວ ແລະມາຮອດວັນທີ 16 ພຶດສະພາ 2022 ໄດ້ມີພິທີເປີດ ບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທໍາອິດ ໃນ ສປປ ລາວ ດ້ວຍປະລິມານສະສົມແຮ່ເພື່ອສຳຫຼວດທີ່ມີຫຼາຍກວ່າ 9,5 ລ້ານໂຕນ ແລະ ການຜະລິດແຮ່ທີ່ຄາດວ່າຈະເພີ່ມຂຶ້ນຈາກ 400.000 ໂຕນໃນປີ 2023 ເປັນ 1,2 ລ້ານໂຕນຕໍ່ປີ ໃນປີຕໍ່ໆມາ, ຄາດວ່າ “ອຸໂມງສຳຫຼວດບໍ່ໃຕ້ດິນດິສໂຄເວີຣີດິບ” ຈະຂະຫຍາຍອາຍຸບໍ່ຄຳ-ທອງ ເຊໂປນ ໄປອີກ 7 ປີເປັນຢ່າງຕ່ຳ ໄປເຖິງປີ 2030 ແລະ ປະກອບສ່ວນຕໍ່ການຫລຸດຜ່ອນ ຄວາມທຸກຍາກ ແລະ ການພັດທະນາທີ່ຍືນຍົງ.

ໃນພິທີເປີດມີທ່ານ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ປະທານຄະນະກຳມະການຄຸ້ມຄອງໂຄງການຄຳ-ທອງ ເຊໂປນ), ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ, ເຈົ້າເມືອງໆວິລະບູລີ ເຂົ້າຮ່ວມ.

ທ່ານ ພໍ ແຮຮິສ, ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ໄດ້ກ່າວວ່າ: “ໂຄງການຄຳ-ທອງ ເຊໂປນ ມີປະຫວັດສາດການຂຸດຄົ້ນບໍ່ແຮ່ມາຫຼາຍພັນປີ. ການພັດທະນາໃໝ່ນີ້ຈະນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ກ້າວໜ້າ ເພື່ອຖ່າຍທອດຄວາມຮູ້ ແລະ ທັກສະໃຫ້ແກ່ ພະນັກງານ ແລະ ຜູ້ຮັບເໝົາຄົນລາວ ກໍຄື ວິຊາການມືອາຊີບດ້ານບໍ່ແຮ່ທີ່ເປັນຄົນລາວ ເພື່ອວາງມາດຕະຖານໃໝ່ໆໃນການຂຸດຄົ້ນບໍ່ແຮ່ໃຕ້ດິນ.”

ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ ຂອງບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ໄດ້ກ່າວວ່າ: ການພັດທະນາຊຸຸມຊົນແມ່ນໄດ້ມີກອງທຶນພັດທະນາຊຸມຊົນ ທີ່ໄດ້ປະກອບສ່ວນໃນການພັດທະນາຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນໃນ 3 ຂະແໜງການຫຼັກ ຄື: ດ້ານການຜະລິດສະບຽງອາຫານ, ສຸຂະພາບຊຸມຊົນ ແລະ ການສຶກສາຂອງ ຄົນຮຸ່ນໃໝ່. ບໍ່ໃຕ້ດິນນີ້ ເປັນບໍ່ທໍາອິດ ໃນ ສປປ ລາວ ທີ່ສອດຄ່ອງກັບຂັ້ນຕອນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງໄດ້ປະກອບສ່ວນ 11 ລ້ານໂດລາເຂົ້າໃສ່ກອງທຶນພັດທະນາຊຸມຊົນ ແລະ ສ້າງລາຍໄດ້ກວ່າ 49 ລ້ານໂດລາ ໃຫ້ແກ່ກຸ່ມທຸລະກິດທ້ອງຖິ່ນ.”

ບໍລິສັດລ້ານຊ້າງມິເນໂຣນ ໄດ້ນຳເອົາ ຊ່ຽວຊານສະເພາະດ້ານຕ່າງປະເທດ ແລະ ອຸປະກອນ ເຂົ້າມາ ສປປ ລາວ ສຳລັບ ໂຄງການສຳຄັນຄັ້ງນີ້. ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ລັດຖະບານລາວ ຮັບຮູ້ວ່າ ອຸດສາຫະກຳບໍ່ແຮ່ເປັນຂະແໜງການບູລິມະສິດຍ້ອນ ການປະກອບສ່ວນມະຫາສານຕໍ່ການພັດທະນາເສດຖະກິດ. ພ້ອມກັນນັ້ນ, ບໍລິສັດ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ກໍຍັງໄດ້ຮັບການຢັ້ງຢືນລະດັບ A+ ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຢ່າງສະເໝີມາ ຍ້ອນສາມາດຮັກສາມາດຕະຖານສາກົນໄດ້ຢ່າງສະເໝີຕົ້ນສະເໝີປາຍ.

ທ່ານ ພໍ ແຮຣິສ໌ ໄດ້ກ່າວຕື່ມວ່າ: “ການຂຸດຄົ້ນບໍ່ແຮ່ໃຕ້ດິນຈະສ້າງຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມຂັ້ນ ປະເທດ, ພາກພື້ນ ແລະ ທ້ອງຖິ່ນ ກໍຄື ຜູ້ມີສ່ວນຮ່ວມ ແລະ ຊຸມຊົນເຈົ້າພາບຂອງພວກເຮົາ. ການຂຸດຄົ້ນບໍ່ແຮ່ໃຕ້ດິນຈະປະຢັດຫຼາຍກວ່າສຳລັບແຫຼ່ງແຮ່ທີ່ຢູ່ຊັ້ນເລິກກວ່າ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ຕ່ຳກວ່າຫຼາຍເມື່ອສົມທຽບໃສ່ ການຂຸດຄົ້ນບໍ່ແຮ່ເປີດໜ້າດິນ.

ການສຳຫຼວດໃຕິດິນຢູ່ ບໍ່ຄຳ-ທອງ ເຊໂປນ ຈະດຳເນີນຕະຫຼອດຮອດປີ 2023, ໂດຍຄາດວ່າ ການຜະລິດຈາກ ການຂຸດຄົ້ນບໍ່ແຮ່ໃຕ້ດິນນີ້ແມ່ນຈະເລີ່ມໃນກາງປີ 2023. ບໍ່ໃຕ້ດິນຈະ ຂະຫຍາຍເຖິງ 450 ແມັດໃຕ້ໜ້າດິນ. ທາງເຂົ້າອຸມົງເພື່ອເຈາະສຳຫຼວດໃຕ້ດິນ ຈະມີຄວາມຍາວຫຼາຍກວ່າ 1.800 ແມັດ, ສູງ 5 ແມັດ, ກວ້າງ 5 ແມັດ ເພື່ອອຳນວຍໃຫ້ລົດຈົກ ແລະ ເຄື່ອງເຈາະທີ່ທັນສະໄໝສາມາດເຂົ້າໄປໄດ້ສະດວກ ແລະປອດໄພ.