ຈີນ ສູບນ້ຳຈາກພາກໃຕ້ຂຶ້ນເໜືອ ຫຼາຍກວ່າ 53 ຕື້ແມັດກ້ອນ

184

ສຳນັກຂ່າວ ຊິນຮວາ ລາຍງານວ່າ ຄວາມຄືບໜ້າໂຄງການສູບ ( ຜັນ ) ນ້ຳ ຈາກພາກໃຕ້ ຂຶ້ນສູ່ພາກເໜືອ ຂອງຈີນ ( South-to-North Water Diversion Project ) ຈາກແມ່ນ້ຳ ຢາງຊີ ( Yangtze) ຂຶ້ນໄປແລ້ວຫຼາຍກວ່າ 53 ຕື້ແມັດກ້ອນ ເພື່ອຕື່ມນ້ຳໃຫ້ແມ່ນ້ຳ 50 ແຫ່ງ

ດ້ວຍປະລິມານນ້ຳ 8,5 ຕື້ແມັດກ້ອນ ແລະ ຟື້ນຟູນ້ຳບາດານທີ່ປະເຊີນບັນຫາການໃຊ້ປະໂຫຍດຫຼາຍເກີນໄປ 5 ຕື້ແມັດກ້ອນ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນ 140 ລ້ານກວ່າຄົນ ໃນພາກເໜືອ ລວມທັງປັກກິ່ງ ແລະ ທຽນຈິນ ທີ່ອາໄສໂຄງການນີ້ເປັນແຫຼ່ງນ້ຳຕົ້ນຕໍ ຕັ້ງແຕ່ປີ 2014 ເປັນຕົ້ນມາ.

ນອກນີ້, ຍັງຈະເລີ່ມດຳເນີນໂຄງການ ສາຍທີ 3 ຈາກຕາເວັນຕົກອີກດ້ວຍ, ໂຄງການຜັນນ້ຳ ຈາກໃຕ້ໄປສູ່ເໜືອ ເຮັດໃຫ້ມີການປ່ຽນແປງ ໂຄງການແຈກຢາຍນ້ຳ ພາກເໜືອຂອງຈີນ ສົ່ງເສີມການຟື້ນຟູແມ່ນ້ຳ ແລະ ທະເລສາບ ພ້ອມທັງປັບປຸງ ແລະ ເພີ່ມປະສິດທິພາບຂອງໂຄງສ້າງທາງອຸດສາຫະກໍາ ລວມທັງສ້າງຜົນປະໂຫຍດອັນໃຫຍ່ຫຼວງທາງດ້ານເສດຖະກິດ,

ສັງຄົມ ແລະ ລະບົບນິເວດ. ເສັ້ນທາງສູບນ້ຳສາຍກາງ ເຊິ່ງເປີດໃຊ້ງານຕັ້ງແຕ່ເດືອນທັນວາ 2014 ເປັນເສັ້ນທາງທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ເນື່ອງຈາກມີບົດບາດໃນການສະໜອງນ້ຳໃຫ້ນະຄອນຫຼວງຂອງປະເທດ ແລະ ພາຍໃນປີ 2050 ຈະມີປະຊາຊົນຫຼາຍກວ່າ 440 ລ້ານຄົນ ໄດ້ຮັບຜົນປະໂຫຍດ ຈາກໂຄງນີ້ 44,8 ຕື້ແມັດກ້ອນຕໍ່ປີ.