ທີມຊາດລາວ ສູ້ກັບ ໄທ ໄດ້ສົມສັກສີ ເຖິງສຸດທ້າຍຈະເສຍນັດສົ່ງທ້າຍບານເຕະຊີເກມ

197

ທີມຊາດລາວ ລົງສະໜາມ ນັດສຸດທ້າຍຂອງກຸ່ມ B ສາມາດສູ້ກັບ ທີມຊາດໄທ ຕົວເຕັງແຊັມໄດ້ຢ່າງສູສີ ແລະ ສົມສັກສີ ກ່ອນຈະເສຍໄປ 0-1 ໃນການແຂ່ງຂັນບານເຕະຊາຍ ປະຈໍາວັນທີ 16 ພຶດສະພາ 2022.

ເລີ່ມເກມ ທີມຊາດລາວ ກໍສ້າງໂອກາດ ແລະ ກົດດັນ ໄທ ໄດ້ຫຼາຍພໍສົມຄວນ ແຕ່ເຖິງນາທີໆ 19 ໄທ ໄດ້ປະຕູຂຶ້ນນໍາຈາກຈັງຫວະສວນກັບເປັນ ມາຕີ ໄດ້ໂອກາດຫຼຸດດ່ຽວກ່ອນຍິງຕິດມືຂອງ ຜູ້ຮັກສາປະຕູທີມຊາດລາວ ບານມາຕໍາຂາຂອງ ແອັດ ວຽງຄໍາ ກອງຫຼັງ ທີມຊາດລາວ ເຂົ້າປະຕູຕົວເອງໄປ, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ກໍມີໂອກາດຢ່າງຕໍ່ເນື່ອງ ແລະ ມີໂອກາດໄດ້ປະຕູຂຶ້ນນໍາ ແຕ່ໂຊກຍັງບໍ່ເຂົ້າຂ້າງ ສຸດທ້າຍບໍ່ມີປະຕູເກີດຂຶ້ນ ທີມຊາດໄທ ເອົາຊະນະ 1-0 (ຄລິບ)

ຈາກຜົນດັ່ງກ່າວ ເຮັດໃຫ້ ໄທ ຄວ້າແຊັມກຸ່ມ B ຜ່ານເຂົ້າໄປພົບກັບ ຮອງແຊັມກຸ່ມ A ພົບກັບ ອິນໂດເນເຊຍ, ສ່ວນ ມາເລເຊຍ ຮອງແຊັມກຸ່ມ B ຜ່ານເຂົ້າຮອບ 4 ທີມພົບ ຫວຽດນາມ ແຊັມກຸ່ມ A ຈະແຂ່ງຂັນໃນວັນທີ 19 ພຶດສະພາ 2022 ແຂ່ງພ້ອມກັນເວລາ 19:00 ໂມງໃຊ້ 2 ສະໜາມ.

ສໍາລັບ ຜົນງານຂອງທີມຊາດລາວ ນັດທໍາອິດສະເໝີ ສິງກະໂປ 2-2, ນັດທີ 2 ເສຍໃຫ້ ກໍາປູເຈຍ 1-4, ນັດທີ 3 ເສຍໃຫ້ ມາເລເຊຍ 1-3 ແລະ ນັດສຸດທ້າຍເສຍໃຫ້ ໄທ 0-1 ຕົກຮອບ