ທ່ານລັດຖະມົນຕີກະຊວງ ອຸດສາຫະກຳ-ການຄ້າ ລົງຊີ້ນຳວຽກງານຢູ່ດ່ານຂົວມິດຕະພາບ 2

228

ໃນວັນທີ 12 ພຶດສະພາຜ່ານມາ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ພ້ອມຄະນະໄດ້ເດີນ ທາງລົງຢ້ຽມຢາມ ແລະເຮັດວຽກ ຢູ່ດ່ານສາກົນຂົວມິດຕະພາບ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໂດຍໄດ້ຮັບການຕ້ອນ ຮັບຈາກທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ພ້ອມດ້ວຍ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າ ຮ່ວມນຳ.


ວາລະດັ່ງກ່າວ, ທ່ານ ພັທ ແພງພະໄທ ທຳມະສິດ ຮອງຫົວ ໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 2 ໄດ້ລາຍງານສະ ພາບການເຄື່ອນໄຫວ ແລະຈັດ ຕັ້ງປະຕິບັດວຽກງານໂດຍຫຍໍ້ ພາຍໃນດ່ານ ຊ່ຶງໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ໜ່ວຍງານພາສີດ່ານ ສາມາດຈັດເກັບລາຍຮັບເຂົ້າງົບ ປະມານໄດ້ທັງໝົດ 779 ຕື້ກວ່າ ກີບ, ເທ່ົ່າກັບ 118,67% ຂອງ ແຜນການປີ, ດ້ານໜ່ວຍງານ ຕມ ປະຈຳດ່ານ ຊຶ່ງແມ່ນໜ່ວຍງານ ຫຼັກໃນການຕິດຕາມກວດກາຜູ້ຄົນ ເຂົ້າ-ອອກ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ສາມາດຕ້ານ ແລະ ສະກັດກັ້ນເປົ້າໝາຍບໍ່ດີບໍ່ໃຫ້ເລັດ ລອດເຂົ້າມາໃນແຂວງສະຫວັນນະເຂດ, ໃນປີ 2021 ສາມາດ ເກັບກຳສະຖິຕິຄົນເຂົ້າມາຜ່ານ ດ່ານທັງໝົດ 106.473 ຄົນ, ມີ 11 ສັນຊາດ, ຄົນອອກເມືອງມີ 95.665 ຄົນ, ມີ 14 ສັນຊາດ, ສະຖິຕິແຮງງານລາວເດີນທາງ ເຂົ້າມາຜ່ານ ດ່ານຂົວມິດຕະພາບ 2 ເລີ່ມແຕ່ວັນ ທີ 1/1/2021-31/1/2021 ມີແຮງງານ ເຂົ້າ ມາ 20.445 ຄົນ, ເປັນແຮງງານ ຕ່າງແຂວງ 2.156 ຄົນ, ມີ ໜັງສືຜ່ານແດນ 5.001 ຄົນ ແລະບໍ່ມີເອກະສານຜ່ານແດນ 15.444 ຄົນ.

ພ້ອມນັ້ນ, ຍັງໄດ້ກັ່ນກອງຄົນຂັບລົດຂົນສົ່ງ ສິນຄ້າພາຍໃນດ່ານ ແລະກວດຫາ ເຊື້ອໂຄວິດ-19 PCR ຢູ່ດ່ານຕາມ ທິດຊີ້ນຳຂອງຄະນະສະເພາະກິດ ຂັ້ນແຂວງ, ຊຶ່ງເລີ່ມແຕ່ວັນທີ 1- 31/12/2021 ສາມາດກວດຄົນ ຂັບລົດຂົນສົ່ງສິນຄ້າຜ່ານດ່ານ ໄດ້ທັງໝົດ 927 ຄົນ; ໄດ້ກວດ ການ້ຳໜັກລົດບັນທຸກໄດ້ຈຳນວນ ທັງໝົດ 2.273 ຄັນ, ນ້ຳໜັກລວມ 75.301 ໂຕນ, ບໍ່ມີລົດນ້ຳໜັກ ເກີນ.

ສຳລັບບໍລິສັດນຳເຂົ້ານ້ຳ ມັນເຊື້ອໄຟຜ່ານດ່ານລວມມີທັງ ໝົດ 7 ບໍລິສັດ, ມີລົດນ້ຳມັນ 3.998 ຄັນ, ສາມາດອອກໃບຢັ້ງຢືນຄຸ ນະພາບນ້ຳມັນໄດ້ 100% ແລະ ໜີບກົ່ວໄດ້ 15.568 ເສັ້ນ, ມີຈຳ ນວນນ້ຳມັນເຊື້ອໄຟທັງໝົດ 162.675.000 ລິດ ໃນນີ້ ແອັດ ຊັງ 91 ມີ 43 ລ້ານກວ່າລິດ, ກາ ຊວນ 119 ລ້ານກວ່າລິດ ຯລຯ.

ໂອກາດດຽວກັນນີ້, ທ່ານ ພັທ ແພງພະໄທ ທຳມະສິດ ກໍ່ໄດ້ຍັງ ໄດ້ມີຄຳສະເໜີຕໍ່ທ່ານລັດຖະມົນຕີ ໂດຍສະເໜີຂໍແຜນເປັນຫົວໜ່ວຍ ງົບປະມານຕາມດຳລັດຄຸ້ມຄອງ ດ່ານຊາຍແດນສາກົນ ແລະສະ ເໜີຂັ້ນເທິງຊ່ວຍແກ້ໄຂໜີ້ສິນ ຄ່າກະແສໄຟຟ້າ ແລະນ້ຳປະປາ ທີ່ແກ່ຍາວຄຸມເຄືອລວມມູນຄ່າ 3,79 ຕື້ກວ່າກີບ.


ໂອກາດນີ້, ທ່ານ ປອ ຄຳແພງ ໄຊສົມແພງ ກໍ່ໄດ້ກ່າວສະແດງ ຄວາມຊົມເຊີຍຕໍ່ຜົນງານທີ່ທາງ ດ່ານສາກົນຂົວມິດຕະພາບ 2 ຍາດ ມາໄດ້ໃນໄລຍະຜ່ານມາ ເຊິ່ງເຮັດ ໃຫ້ພາຍໃນດ່ານມີສະຖຽນລະ ພາບ, ຮັກສາໄດ້ຄວາມສະຫງົບ ແລະເປັນລະບຽບຮຽບໂດຍພ້ືນ ຖານ ເຖິງວ່າຈະພົບກັບບັນຫາຫຍຸ້ງຍາກສັບສົນ ໂດຍສະເພາະໃນ ຊ່ວງການແຜ່ລະບາດຂອງພະ ຍາດໂຄວິດ-19 ທີ່ມີແຮງງານ ລາວເດີນທາງກັບຄືນປະເທດເປັນ ຈຳນວນຫຼວງຫຼາຍ ແຕ່ເຈົ້າໜ້າ ທີ່ ແລະພະນັກງານພາຍໃນດ່ານ ຂອງພວກເຮົາ ກໍ່ໄດ້ເອົາໃຈໃສ່ປະ ຕິບັດໜ້າທີ່ຂອງຕົນຕາມການ ມອບໝາຍໄດ້ເປັນຢ່າງດີ ມາໃນປະຈຸບັນ, ພວກເຮົາແມ່ນໄດ້ເປີດ ປະເທດສູ່ພາຍນອກແລ້ວ ສະນັ້ນ, ຈິ່ງຮຽກຮ້ອງໃຫ້ສືບຕໍ່ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງຕົນດ້ວຍຄວາມຮັບຜິດ ຊອບສູງ ແລະເຂັ້ມງວດຂຶ້ນກວ່າເກົ່າ ພ້ອມທັງຫັນການບໍລິການສູ່ ລະບົບທັນສະໄໝເທື່ອລະກ້າວ.