ສົ່ງໃຈເຊຍໜຸ່ມຫຼໍ່ມາດເຂັ້ມ ເດີນທາງຊີງໄຊ ແຂ່ງຂັນຕີດອກປີກໄກ່ຊີເກມທີ່ຫວຽດນາມ

111

ສົ່ງແຮງເຊຍແຮງໃຈໃຫ້ກັນ ຫຼື ຍັງ! ໜຸ່ມຫຼໍ່ມາດເຂັ້ມ ຂວັນໃຈສາວນ້ອຍ – ສາວໃຫຍ່ ກັບການເຂົ້າຮ່ວມແຂ່ງຂັນກີລາ ດອກປີກໄກ່ ໃນກີລາຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ເຊິ່ງນ້ອງຄົນນີ້ໄດ້ອອກເດີນທາງໄປຕັ້ງແຕ່ວັນທີ 13 ພຶດສະພາ 2022.

ມາລຸ້ນ ແລະ ສົ່ງກໍາລັງໃຈໃຫ້ໄປພ້ອມໆກັນ ເພື່ອໄປແຂ່ງຂັນດອກປີກໄກ່ໃນຄັ້ງນີ້ ຈະຄວ້າຫຼຽນຄໍາມາຝາກມາຕ້ອນຊາວລາວເຮົາໄດ້ສໍາເລັດບໍ່ ໂດຍໜຸ່ມທີ່ເຮົາກໍາລັງເວົ້າເຖິງຢູ່ນີ້ກໍຄື ໜຸ່ມນັກກີລາລາວສຸດຫຼໍ່ຄົນນີ້ ໂດ່ໂດ້ ບຸນປະເສີດ ວັນທານຸວົງ ໜຸ່ມເຈົ້າຂອງລາງວັນ ຄິ້ວງາມ, ປາກງາມຈາກເວທີ  Mister international Laos 2021 ນັ້ນເອງ.

ໃນຕອນນີ້ໄດ້ອອກເດີນທາງໄປທີ່ປະເທດຫວຽດນາມເປັນທີ່ຮຽບຮ້ອຍແລ້ວ ເພື່ອເຂົ້າຮ່ວມແຂ່ງຂັນ ພ້ອມກັບ ນັກກີລາດອກປີກໄກ່ທີມຊາດລາວ ໂດຍນ້ອງກໍໄດ້ ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງວ່າ: “ ນັກກີລາດອກປີກໄກ່ທີມຊາດລາວ ຊຸດຮ່າໂນ້ຍເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ຝາກຕິດຕາມ ແລະ ໃຫ້ກໍາລັງໃຈນັກກີລາທີມຊາດຊຸດຮ່າໂນ້ຍເກມ ແດ່ເດີ…”

ສໍາລັບ ໂດ່ໂດ້ ແມ່ນເປັນຜູ້ເຂົ້າປະກວດ Mister international Laos 2021 ໄດ້ຮັບລາງວັນ ແລະ ມີຜົນງານມາໃຫ້ໄດ້ຊົມກັນແລ້ວຢ່າງຫຼາກຫຼາຍ ບໍ່ວ່າຈະເປັນການເດີນແບບ, ຖ່າຍແບບ ແລະ ຖ່າຍໂຄສະນາອື່ນໆອີກຫຼາຍຢ່າງເລີຍ. ພ້ອມນີ້, ຍັງມີຜົນງານ ຊີຣີ ທີ່ ໂດ່ໂດ້ ໄດ້ຮ່ວມສະແດງເປັນຕົວເດັ່ນໃນເລື່ອງນັ້ນກໍຄືເລື່ອງ ຄໍາຕອບຄືເຈົ້າ Lady Girl ທີ່ໃກ້ຈະສາຍໃຫ້ໄດ້ຊົມໃນເດືອນມິຖຸນານີ້.

ໜຸ່ມໂດ່ໂດ້ເອງ ເຄີຍໃຫ້ສໍາພາດກັບທີມຂ່າວບັນເທີງວ່າ ຕົນເອງນັ້ນແມ່ນເປັນຄົນທີ່ມີສະໄຕສຸຂຸມງ່າຍໆ, ສະບາຍໆ ເຂົ້າຫາຍາກ ຫຼື ອາດເວົ້າໄດ້ວ່າເປັນຄົນຍິ່ງໆນຳຄົນບໍ່ຮູ້ຈັກ ແຕ່ວ່າຈະມັກໜ້າຮັກນຳຄົນທີ່ຮັກ ຫຼື ຄົນຮູ້ຈັກກັບໝູ່ເພື່ອນ ແລະ ແຕ່ງຕົວສະບາຍໆ ເສື້ອຍືດ, ໂສ້ງຍືດ ໂດຍສະເພາະສີດຳແມ່ນສີທີ່ມັກເລີຍ ສ່ວນກິດຈະກໍາຍາມວ່າງ ເນື່ອງຈາກວ່າໂດ້ເອງ ເປັນນັກກີລາທີມຊາດຢູ່ແລ້ວ. ສະນັ້ນ, ໃນຍາມວ່າງ ກິດຈະກໍາຫຼັກໆເລີຍກໍຈະມັກໄປຝຶກຊ້ອມດອກປີກໄກ່, ເປັນຄົນມັກອອກກໍາລັງກາຍເຂົ້າ Gym ຢູ່ເລື້ອຍໆ ແລະ ນອກນັ້ນກໍຍັງມັກຮ້ອງເພງ ແລະ ທ່ອງທ່ຽວທຳມະຊາດອີກດ້ວຍ.

ສຸດທ້າຍນີ້, ທີມຂ່າວບັນເທີງກໍຂໍສົ່ງກໍາລັງໃຈໃຫ້ໜຸ່ມໂດ່ໂດ້ ຊະນະການແຂ່ງຂັນຕີດອກປີກໄກ່ ເຊິ່ງເປັນຕົວແທນຂອງຊາດລາວ ໃນການແຂ່ງຂັນທີ່ຮ່າໂນ້ຍເກມ 2022 ຄັ້ງນີ້ດ້ວຍ ແລະ ເຊື່ອວ່າແຟນໆຂອງໜຸ່ມໂດ້ ຢູ່ທາງ ສປປ ລາວ ກໍສົ່ງກໍາລັງໃຈຢ່າງລົ້ນເຫຼືອໃຫ້ເຊັ່ນດຽວກັນ ການໄປຮ່ວມແຂ່ງຂັນໃນເທື່ອນີ້ ຈະນໍາເອົາຄວາມສໍາເລັດມາຝາກມາຕ້ອນທຸກຄົນໄດ້ ຫຼື ບໍ່ນັ້ນ ຕ້ອງມາລຸ້ນກັນຕໍ່ໄປ ແຕ່ເຊື່ອວ່າກໍາລັງໃຈດີ ແມ່ນມີໄຊໄປກວ່າເຄິ່ງທາງແລ້ວເປັນກໍາລັງໃຈໃຫ້ເດີ.

ຮູບ:Do Vanthanouvong ]