ຊາວເມືອງນາໝໍ້ປູກອອ້ອຍຫຼາຍກວ່າ 800 ເຮັກຕາ ສົ່ງໄປ ສປ ຈີນ

267

ເປັນໂອກາດທີ່ດີ ຂອງບັນດາຊາວກະສິກອນ ເມືອງນາໝໍ້ແຂວງອຸດົມໄຊ ທີ່ໄດ້ມີແຫຼ່ງຫາເງິນເພີ່ມຂຶ້ນ ດ້ວຍການປູກອ້ອຍເປັນສິນຄ້າ ເຊິ່ງມີຕະຫຼາດຮັບຊື້ຄື ສປ ຈີນ ຕາມຂ່າວປີນີ້ມີເນື້ອທີ່ປູກລວມ 800 ກວ່າເຮັດຕາ.

ວັນທີ 12 ພຶດສະພາ 20220 ທ່ານ ທອງດຳ ໄຊຍະວົງ ຮອງຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ນາໝໍ້ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວ ຕິດຕາມຊູກຍູ້ ການເກັບກູ້ ຜົນຜະລິດອ້ອຍ ຂອງຊາວກະສິກອນ ໂອກາດດັ່ງນີ້ ທ່ານ ບຸນສີ ສິດທະວົງ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ ໄດ້ລາຍງານວ່າ ປະຈຸບັນນີ້ ຊາວກະສິກອນ ເມືອງນາໝໍ້ ແຂວງອຸດົມໄຊ ພວມເລັ່ງໃຊ້ເກັບກູ້ຜົນຜະລິດອ້ອຍທີ່ເປັນສິນ ຄ້າຂາຍອອກ ເລີ່ມແຕ່ເດືອນ ມັງກອນ ເປັນຕົ້ນມາ ຮອດປະຈຸບັນນີ້ ແມ່ນ ສໍາເລັດແລ້ວ 75 % ໃນເນື້ອທີ່ 800 ກວ່າ ເຮັກຕາ.

ປະຊາຊົນພາຍໃນເມືອງນີ້ແມ່ນໄດ້ເລີ່ມຕົ້ນປູກອ້ອຍມາແຕ່ປີ1997 ຮອດປະຈຸບັນນີ້ ເຂດທີ່ປູກອ້ອຍ ກວມເອົາ 2 ກຸ່ມບ້ານຄື: ກຸ່ມບ້ານ ຂວາງ ແລະ ກຸ່ມ ບ້ານ ນ້ຳເງິນລວມທັງໝົດມີ 616 ຄອບຄົວ, ຕາມແຜນອ້ອຍທີ່ປູກໄດ້ແມ່ນສົ່ງປ້ອນເຂົ້າໂຮງງານຢູ່ເມືອງລາ ສປ ຈີນ ລວມທັງໝົດ 40 ພັນໂຕນ ຄິດໄລ່ເປັນເງິນ ໂຕນລະ 5 ແສນກີບ ຄິດສະເລ່ຍຜົນໄດ້ຮັບ ຂອງປະຊົນຕ່ຳທີ່ສຸດຄອບຄົວ ໜຶ່ງຈະມີລາຍຮັບ 15 ລ້ານກີບ ສູງສຸດ 50 ລ້ານກີບ ຕໍ່ຄອບຄົວ.

ທ່ານຍັງໄດ້ກ່າວວ່າໂຄງການປູກອ້ອຍ ເຊິ່ງ ເປັນໂຄງການຮ່ວມມືບູລິມະສິດ ລະຫວ່າງ ການນໍາ ເມືອງນາໝໍ້ ສປປ ລາວ ກັບ ການນຳ ເມືອງລາ ສປຈີນ ເພື່ອເຮັດໃຫ້ປະຊາຊົນເຂດ ຊາຍແດນມີອາຊີບຫຼັກ, ເປັນຕົ້ນແມ່ນການປູກອ້ອຍ ໃຫ້ເປັນສິນຄ້າ ທັງເປັນການພັດທະນາຊີວິດການເປັນຢູ່ ຂອງປະ ຊາຊົນ ໃຫ້ມີລາຍຮັບຫຼາຍຂຶ້ນ,ຫຼຸດຜ່ອນການຕັດໄມ້ທຳລາຍປ່າ  ໂຄງການປູກອ້ອຍ ແມ່ນມີຄວາມສະດວກຫຼາຍ ໂດຍສະເພາະການລົງທຶນແມ່ນທາງບໍລິສັດ ໄດ້ສະໜອງອຸປະກອນ,ວິຊາການ ພ້ອມກັບການຕະຫຼາດ,ສ່ວນປະຊາຊົນແມ່ນພື້ນທີ່ ແລະ ແຮງງານເປັນຕົ້ນຕໍ.

ແນວໃດກໍ່ຕາມ ການເກັບກູ້ຜົນຜະລິດອ້ອຍປີນີ້ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ອັນສຳຄັນແມ່ນບັນຫາທາງທຳມະຊາດບໍ່ອຳນວຍຄວາມສະດວກ, ເກີດມີຝົນຕົກຫຼາຍ ແລະ ສະພາບການລະບາດຂອງພະຍາດໂຄວິດ 19 ຊຶ່ງເຮັດໃຫ້ການເກັບກູ້ ອ້ອຍຊັກຊ້າ ແຕ່ແນວໃດກໍ່ດີຂໍໃຫ້ປະຊາຊົນ ຈົ່ງເອົາໃຈໃສ່ສືບຕໍ່ເກັບກູ້ຜົນຜະລິດອ້ອຍໃຫ້ ສຳເສັດພາຍໃນທ້າຍເດືອນພຶດສະພານີ້ ເພື່ອສົ່ງຕະຫຼາດຕາມສັນຍາ ແລະມີລາຍຮັບມາສູ່ຄອບຄົວສົມຄູ່ກັບການລໍຄອຍມາເປັນປີໆ.