ອານຸສອນ ຫວັງແກ້ຕົວໃນຊີເກມພິຊິດຫຼຽນຄໍາ ທີ່ຫວຽດນາມ ຄັ້ງທີ່ຜ່ານມາໄດ້ຫຼຽນທອງພຽງສ້ຽວວິນາທີ

93

ອານຸສອນ ໄຊສາ ນັກແລ່ນຂ້າມຮົ້ມຂອງທີມຊາດລາວ ຫວັງແກ່ຕົວໃນຊີເກມອີກຄັ້ງ ດ້ວຍການຫວັງເຮັດຜົນງານໃຫ້ດີທີ່ສຸດດ້ວຍການຄວ້າຫຼຽນຄໍາ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ລະຫວ່າງວັນທີ 12-23 ພຶດສະພາ 2022 ເພາະໃນຊີເກມ ຄັ້ງທີ 30 ເຂົ້າເສັ້ນໄຊອັນດັບ 3 ຄວ້າຫຼຽນທອງໄປຄອງ ທັງທີ່ຕາມຫຼັງອັນດັບ 1 ແລະ 2 ພຽງສ້ຽວວິນາທີເທົ່ານັ້ນ.

ເປັນເລື່ອງທີ່ໜ້າເສຍດາຍທີ່ສຸດຂອງ ອານຸສອນ ໄຊສາ ໃນຊີເກມ ຄັ້ງທີ 30 ທີ່ປະເທດຟິິລິບປິນ ໃນປີ 2019 ທີ່ລົງແຂ່ງແລ່ນຂ້າມຮົ້ມ 110 ແມັດຊາຍເຂົ້າເສັ້ນໄຊພ້ອມກັບ Clinton Bautista ນັກແລ່ນຈາກຟິລິບປິນ ແລະ Rayzam Shah Wan Sofian ນັກແລ່ນຈາກມາເລເຊຍ ຈົນເຮັດໃຫ້ຕ້ອງເບິ່ງພາບຊ້າຕັດສິນປາກົດວ່າ: ຫ່າງກັນພຽງສ້ຽວວິນາທີເທົ່ານັ້ນກ່ອນທີ່ຈະເປັນ ນັກແລ່ນຈາກ ຟິລິບປິນ ຄວ້າຫຼຽນຄໍາໄປຄອງດ້ວຍເວລາ 13,97 ວິນາທີ, ສ່ວນ ຫຼຽນເງິນເປັນຂອງນັກແລ່ນຈາກມາເລເຊຍ ທີ່ໄດ້ເຮັດເວລາໄດ້ 13,97 ວິນາທີເຊັ່ນກັນ. ຂະນະທີ່ ອານຸສອນ ນັກແລ່ນຈາກລາວ ເຂົ້າເສັ້ນໄຊ 13,99 ວິນາທີຄວ້າຫຼຽນທອງໄປຄອງ.

ຫຼ້າສຸດ ອານຸສອນ ໄຊສາ ໃຫ້ສໍາພາດກັບທີມງານພວກເຮົາກ່ອນອອກເດີນທາງໄປຊີເກມທີ່ ສສ ຫວຽດນາມ ວ່າ: ຫຼັງຈາກທີ່ເກັບຕົວຝຶກຊ້ອມຢູ່ສູນຝຶກທີມຊາດ ສີເກີດ ມາຮອດປັດຈຸບັນແມ່ນມີຄວາມພ້ອມແລ້ວ 95% ແລະ ຈະພ້ອມ 100% ເມື່ອລົງສະໜາມແຂ່ງ. ເຊິ່ງຊີເກມຄັ້ງທີ 30 ຂ້ອຍໄດ້ຫຼຽນທອງ ຫຼັງເຂົ້າເສັ້ນໄຊໃກ້ຄຽງ ກັບເຈົ້າພາບ ແລະ ມາເລເຊຍ ໂດຍເປັນທີ່ໜ້າເສຍດາຍທີ່ຊ້າກວ່າພວກເຂົາພຽງ 0,02 ວິນາທີເທົ່ານັ້ນ. ແນ່ນອນຊີເກມຄັ້ງທີ 31 ຈະໄປແກ້ມືຄືນ ເພື່ອຍາດຫຼຽນຄໍາປະຫວັດສາດໃນຊີເກມ ໃຫ້ກັບວົງການແລ່ນ-ລານລາວ.

“ ສໍາລັບ ສະຖິຕິປັດຈຸບັນຂອງຕົວເອງປັດຈຸບັນ ແມ່ນຍັງບໍ່ທັນໄດ້ເທັດລະອຽດເນື່ອງຈາກການຝຶກຊ້ອມແມ່ນຈະຂ້າມພຽງ 8 ຮົ້ວ, ສ່ວນແຂ່ງແທ້ແມ່ນຈະຂ້າມເຖິງ 10 ຮົ້ວ ເຊິ່ງແນ່ນອນໃນ 8 ຮົ້ວສະຖິຕິຖືວ່າດີ ແລະ ໝັ້ນໃຈຫຼາຍຂຶ້ນ. ຢ່າງໃດກໍຕາມຄູ່ແຂ່ງຫຼັກໃນປີນີ້ກໍຈະມີ ຟິລິບປິນ, ມາເລເຊຍ ແລະ ໄທ ທີ່ວ່າເປັນຄູ່ປັບເກົ່າ ” ອານຸສອນ ກ່າວ

ອານຸສອນ ເຄີຍເຂົ້າຮ່ວມຊີເກມ ມາແລ້ວ 6 ຄັ້ງ ສາມາດຍາດໄດ້ 2 ຫຼຽນທອງໄດ້ແກ່ 1 ຫຼຽນທອງໃນຊີເກມ 2013 ທີ່ມຽນມາ ແລະ 1 ຫຼຽນທອງໃນຊີເກມ 2019 ທີ່ຟິລິບປິນ, ສ່ວນຜົນງານທີ່ພົ້ນເດັ່ນທີ່ສຸດໃນການເປັນນັກແລ່ນຂອງ ອານຸສອນ ແມ່ນຄວ້າຫຼຽນຄໍາ ໃນງານມະຫາວິທະໄລອາຊຽນ ໃນປີ 2014 ທີ່ປະເທດອິນໂດນເເຊຍ ເຊິ່ງເປັນຫຼຽນຄໍາປະຫວັດສາດຂອງວົງການກີລາແລ່ນ-ລານຂອງ ສປປ ລາວ ອີກດ້ວຍ.

ສໍາລັບ ທັບນັກກີລາແລ່ນ-ລານລາວ ທີ່ຈະເຂົ້າຮ່ວມໃນຊີເກມ ຄັ້ງນີ້ ປະກອບມີ: 2 ຄູຝຶກໄດ້ແກ່ ທ່ານ ຈະເລີນສຸກ ອ່າວອຸດົມພົນ ແລະ ທ່ານ ຮອ ຍິ່ງຍົດ ໂນວອມ, ສ່ວນນັກກີລາປະກອບມີ 6 ຄົນຄື ນາງ ລົດແກ້ວ ອິນທະກຸມມານ, ນາງ ສິລີນາ ພະອໍາໄພ, ທ້າວ ອານຸສອນ ໄຊສາ, ທ້າວ ໄຊຫາວັນ ວົງສະຫວັນ, ທ້າວ ສໍສີ ພົມພັກດີ ແລະ ທ້າວ ເດືອນເພັງ ໄຊຍະເພັດ ເຊິ່ງຈະເດີນທາງໄປຫວຽດນາມ ໃນວັນທີ 11 ພຶດສະພາ 2022 ແລະ ແຂ່ງຂັນລະຫວ່າງ 14-19 ພຶດສະພາ 2022.
ຂ່າວ: ຫຼ້າ MKP; ຮູບຈາກ: ສອນໄຊ