ຍອດຈຳໜ່າຍລົດພະລັງງານໃໝ່ໃນຈີນ ເພີ່ມຂຶ້ນ 78%

68

ສຳນັກຂ່າວຊິນຮວາ ລາຍງານວ່າ ສະມາຄົມລົດໂດຍສານ ແຫ່ງປະເທດຈີນ ( CPCA ) ເປີດເຜີຍວ່າ: ຍອດຈຳໜ່າຍລົດພະລັງງານໃໝ່ ( NEV ) ຂອງຈີນ ເພີ່ມສູງຂຶ້ນ 78,4% ໃນເດືອນເມສາ ເມື່ອທຽບໃສ່ປີຜ່ານມາ ຢູ່ທີ່ລະດັບ 282.000 ຄັນ.

ຂະນະທີ່ຍອດຈຳໜ່າຍໃນໄລຍະ 4 ເດືອນທຳອິດຂອງປີນີ້ 1,35 ລ້ານຄັນ ເພີ່ມຂຶ້ນ 128,4% ເມື່ອທຽບໃສ່ປີຜ່ານມາ.