ມອບປື້ມ ຫາຍະນະຈາກໄວຣັສ ໂຄໂຣນ່າ ສູ່ມະນຸດ ໃນທົ່ວໂລກ ໃຫ້ຄະນະສະເພາະກິດ

65

ໃນວັນທີ 12 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ, ນະຄອນຫລວງວຽງຈັນ. ທ່ານ ກະຕ່າຍ ມາກໂນຊາ ນັກຂ່າວ-ໂຄສົກ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນໍາເອົາປື້ມ “ຫາຍະນະຈາກໄວຣັສ ໂຄໂຣນ່າສູມະ ນຸດໃນທົ່ວໂລກ” ໄປມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິກ-19 ຂັ້ນສູນກາງ ເພື່ອມອບຕໍ່ໃຫ້ບັນດາແຂວງ ແລະ ພາກສ່ວນຕ່າງໆ ໃນທົ່ວປະເທດ. ໃຫ້ກຽດຕາງໜ້າກ່າວມອບປື້ມໃນຄັ້ງນີ້ແມ່ນ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກ່າວຮັບໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ປື້ມທີ່ນໍາມາມອບໃນຄັ້ງນີ້ ຈຳນວນ 1.000 ຫົວ ເຊິ່ງເປັນປື້ມທີ່ ທ່ານ ກະຕ່າຍ ມາກໂນຊາ ໄດ້ໃຊ້ເວລາປະມານສອງປີກວ່າ ເພື່ອຮວບຮວມຂໍ້ມູນກ່ຽວກັບສະພາບການລະບາດ ແລະ ຄວາມອັນຕະລາຍຮ້າຍແຮງຂອງ ໂຄໂຣນ່າ ໄວຣັສ ຫລື ໂຄວິດ-19 ທີ່ເລີ່ມລະບາດຮ້າຍແຮງນັບແຕ່ທ້າຍປີ 2019 ເປັນຕົ້ນມາ, ຈາກນັ້ນ ໄດ້ພົບເຫັນການລະບາດຢູ່ຫລາຍປະເທດທົ່ວໂລກ ເຮັດໃຫ້ອົງການອະນາໄມໂລກ (WHO) ປະກາດໃຫ້ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທາງດ້ານສາທາລະນະສຸກລະຫວ່າງປະເທດ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດທົ່ວໂລກເປັນຈໍານວນຫລາງຫລາຍ, ທັງສົ່ງຜົນກະທົບຕໍ່ດ້ານເສດຖະກິດຂອງທຸກປະເທດທົ່ວໂລກຕື່ມອີກ.

ນອກຈາກໄດ້ເວົ້າເຖີງສະພາບການລະບາດ ແລະ ຄວາມອັນຕະລາຍຮ້າຍແຮງຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ຫລາຍປະເທດໃນທະວີບອາຊີ, ອາເມລິກາ, ອາເມລິກາລາຕີນ ແລະ ເອີຣົບ. ໃນປື້ມດັ່ງກ່າວຍັງໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບພະຍາດຕິດຕໍ່ຮ້າຍແຮງທີ່ເຄີຍເກີດຂຶ້ນຢູ່ໃນໂລກເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈໍານວນຫລາຍຢູ່ຫລາຍປະເທດທົ່ວໂລກໃນໄລຍະຜ່ານມາ ເປັນຕົ້ນ: ພະຍາດອະຫິວາ, ໄຂ້ຫວັດໃຫຍ່, ພະຍາດເອສໄອວີ/ເອດສ (HIV), ພະຍາດລະບົບຫາຍໃຈບົກຜ່ອງຮຸນແຮງ (SARS) ແລະ ອື່ນໆ.


ທ່ານ ກະຕ່າຍ ມາກໂນຊາ ໃຫ້ສໍາພາດວ່າ: ແຮງຈູງໃຈທີ່ເຮັດໃຫ້ຕົນເອງໃຊ້ເວລາເຖີງ ສອງປີກວ່າເພື່ອຂຽນປື້ມຫົວນີ້ ຍ້ອນເຫັນວ່າພະຍາດໂຄວິດ-19 ເປັນພະຍາດຕິດຕໍ່ທີ່ມີຄວາມອັນຕະລາຍຮ້າຍແຮງ, ນອກຈາກສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະ ຈິດໃຈຂອງມວນມະນຸດ ຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ-ສັງຄົມ ແລະ ວິຖີການດໍາລົງຊີວິດຂອງຄົນໃນໂລກ, ຫວັງວ່າ ປື້ມດັ່ງກ່າວເປັນການບັນທຶກເຫດການ ແລະ ຖ່າຍທອດຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ໃຫ້ສັງຄົມ ກໍຄື ຄົນຮຸ່ນຫລັງໄດ້ຮັບຮູ້ ເພື່ອເປັນບົດຮຽນ ແລະ ຮູ້ຈັກດໍາລົງຊີວິດປົກກະຕິແບບໃໝ່ໄດ້ຢ່າງປອດໄພຈາກການລະບາດຂອງພະຍາດຕິດຕໍ່ຮ້າຍແຮງຕ່າງໆ ໃນອະນາຄົດຕໍ່ໜ້າ.


ໃນພິທີຄັ້ງນີ້, ນອກຈາກ ໄດ້ມອບປື້ມ ຫາຍະນະຈາກໄວຣັສ ໂຄໂຣນ່າສູ່ມະນຸດໃນທົ່ວໂລກ ຈໍານວນ 1000 ຫົວ, ທ່ານ ກະຕ່າຍ ມາກໂນຊາ ຍັງໄດ້ນໍາເອົາຜ້າອັດປາກ-ອັດດັງ ຈໍານວນ 10 ແກັດ ໄປມອບໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ຕື່ມອີກ, ລວມມູນຄ່າເຄື່ອງທີ່ມອບໃນຄັ້ງນີ້ເປັນຈໍານວນທັງໝົດ 37.500.000 ກີບ.