ຮູ້ຈັກນາງເອກສຸດໜ້າຮັກສົດໃສ ແອ່ນນີ້ ຈາກຊີຣີ “ ຫຼັງພົມແດງ ”

134

ແຟນໆສາວນ້ອຍສຸດໜ້າຮັກ ສົດໃສຄົນນີ້ ກຽມຮັບຊົມຜົນງານການສະແດງຄຸນນະພາບຂອງນ້ອງໄດ້ເລີຍ ເປັນອີກໜຶ່ງຄົນໃນວົງການບັນເທີງທີ່ເອີ້ນໄດ້ວ່າຄວາມສາມາດຄົບເຄື່ອງ ຈາກສັງກັດຄຸນນະພາບ Black Modeling ທັງຮ້ອງເພງ, ການສະແດງ, ເດີນແບບກໍໄດ້ ແລະ ຕອນນີ້ກ້າວໄປອີກຂັ້ນກັບການຮັບບົດນາງເອກໃນ ຊີຣີ ຟອມໃຫຍ່ແຫ່ງປີ “ ຫຼັງພົມແດງ ” Behind Stage The Series ທີ່ເປັນຊີຣີ ຮວບຮວມເອົານ້ອງນັກສະແດງຜູ້ມີທັງຄວາມງາມ ແລະ ຄວາມສາມາດ ຢັ້ງຢືນດ້ວຍຕໍາແໜ່ງຈາກເວທີຕ່າງໆມາຮວມຕົວກັນໃນເລື່ອງນີ້ຢ່າງຄົບທຸກບົດບາດ ເຊິ່ງນ້ອງທີ່ທີມຂ່າວບັນເທີງເຮົາຈະພາທຸກຄົນໄປທໍາຄວາມຮູ້ຈັກໃນມື້ ກໍຄື ແອ່ນນີ້ ລັດຕະນະກອນ ນັ້ນເອງ.

“ ຫຼັງພົມແດງ ” ແມ່ນເປັນເລື່ອງນີ້ຈະເປັນການຕີແຜ່ ຄວາມຈິງ ເບື້ອງຫຼັງຊີວິດຂອງເວທີນາງງາມ ວ່າກວ່າຈະໄດ້ຄອງມົງກຸດທີ່ສວຍງາມມາຄອງນັ້ນ ຈະຕ້ອງຜ່ານອຸປະສັກຫຍັງແດ່ ເລື່ອງລາວຂອງຄວາມຝັນ, ຄວາມສັດທາ ແລະ ຄວາມຮັກ ແບບຄົບທຸກລົດຊາດໃນຊີຣີເລື່ອງນີ້.

ໃນວັນທີ 11 ພຶດສະພາ 2022 ຜ່ານມານີ້ ໄດ້ມີພິທີບວງສວງ ຊີຣີຟອມໃຫຍ່ ຫຼັງພົມແດງ ທີມຂ່າວບັນເທີງກໍໄດ້ມີໂອກາດສໍາພາດນ້ອງແອ່ນນີ້ ນາງເອກຂອງເລື່ອງ ໂດຍນ້ອງບອກວ່າ: ສໍາລັບບົດທີ່ ແອ່ນນີ້ ໄດ້ຮັບໃນຊີຣີເລື່ອງນີ້ ກໍຄືເປັນ “ ນິດນ໋ອຍ ” ນາງເອກຂອງເລື່ອງ ເປັນສາວບ້ານນອກເຂົ້າມາໃນເມືອງ ເພື່ອຕາມຫາຝັນຂອງຕົນເອງ ແລະ ມີປົມ ເມື່ອເຂົ້າມາກອງປະກວດກໍຈະຖືກໝູ່ເອົາປຽບດ້ວຍວິທີການຕ່າງໆ ເຊິ່ງຊີຣີເລື່ອງນີ້ເປັນຊີຣີເລື່ອງທໍາອິດເລີຍຂອງແອ່ນນີ້ ເພາະທີ່ຜ່ານມາ ສ່ວນໃຫຍ່ແມ່ນສະແດງເອັມວີ, ສະແດງຮູບເຫງົາສັ້ນ ໂດຍເລື່ອງນັ້ນກໍແມ່ນໄດ້ສະແດງໃຫ້ກັບຜູ້ກໍາກັບ ອ້າຍແກ້ວຄຸງ ເຊິ່ງເປັນຜູ້ກໍາກັບ ຫຼັງພົມແດງນໍາ.

ຜົນງານໃນວົງການບັນເທີງຂອງ ແອນນີ້ ສ່ວນໃຫຍ່ຈະເປັນການເດີນແບບ, ຖ່າຍໂຄສະນາ, ຖ່າຍຣີວິວຕ່າງໆ.

ສຸດທ້າຍນີ້ກໍຝາກທຸກຄົນຕິດຕາມຜົນງານຂອງແອ່ນນີ້ແດ່ເດີ ໂດຍສະເພາະແມ່ນເລື່ອງ ຫຼັງພົມແດງ ທັງແອ່ນນີ້ ແລະ ນັກສະແດງເອື້ອຍອ້າຍທຸກຄົນແມ່ນຕັ້ງໃຈ ເຊິ່ງເປັນຊີຣີເລື່ອງທໍາອິດຂອງຫຼາຍໆຄົນ ແລະ ກໍເປັນຊີຣີທໍາອິດທີ່ໄດ້ສະແດງເປັນນາງເອກ ຈັ່ງໃດກໍຂໍຝາກທຸກຄົນຕິດຕາມແດ່ເດີ.

.