ສະຖານີບໍການນ້ຳມັນ ພີທີທີ ລາວ ສາຂາ ທາດຫຼວງຊີ້ແຈງຄວາມຈີງຂອງຂ່າວ

5429

ຕໍ່ກັບເລື່ອງລາວທີ່ເປັນຂ່າວໂດ່ງດັງໃນສື່ສັງຄົມອອນລາຍໃນວັນທີ 12 ພຶດສະພາ 2022 ນີ້ ທາງເຈົ້າຂອງປ້ຳນ້ຳມັນໄດ້ອອກມາຊີ້ແຈງຄວາມເປັນຈີງແລ້ວ ເປັນການປະສານງານຜິດພາດ

ຕໍ່ເຫດການນີ້ ທ່ານ ນາງ ສິຣິ ບຸດດາຄໍາ ເຈົ້າຂອງປໍ້ານໍ້າມັນ ປຕທ ສາຂາທາດຫລວງຊີ້ແຈງວ່າ ປະຈຸບັນທາງປ້ຳໄດ້ແກ້ໄຂບັນຫາດັ່ງກ່າວແລ້ວ ເນື່ອງຈາກເປັນການປະສານງານຂອງທາງທີມງານພາຍໃນປ້ຳ ຜິດພາດ ເຮັດໃຫ້ເກີດເປັນຄວາມເຂົ້າໃຈຜິດ ເປັນສາເຫດໃຫ້ເກີດເຫດການນີ້ຂຶ້ນ ເຊິ່ງທາງເຈົ້າຂອງປ້ຳເອງຕ້ອງຂໍອະໄພມານະທີ່ນີ້ດ້ວຍ ແລະ ທາງປ້ຳພ້ອມນ້ອມຮັບຄຳຕິຊົມເພື່ອນຳມາປັບປຸງ ແລະ ແກ້ໄຂ.

ທາງປ້ຳຈື່ງຂໍແຈ້ງມາເຖີງລູກຄ້າທຸກທ່ານ ປະຈຸບັນລູກຄ້າສາມາດ ເຂົ້າມາຕື່ມນ້ຳມັນໄດ້ເປັນປົກກະຕິ ໂດຍບໍ່ມີເງຶ່ອນໄຂ ໃດໆ ໃນການນຊື້ນ້ຳມັນ

ຈາກເຫດການດັ່ງກ່າວ ທາງປ້ຳນ້ຳມັນ ປຕທ ສາຂາ ທາດຫຼວງ ຂໍສະແດງຄວາມຂໍໂທດ ຂໍອະໄພມານະທີ່ນີ້