ຄ້າຍສານຝັນ ປັ້ນນັກຂາຍ ຮຸ້ນທີ 1 ໂຄງການການຮຽນຮູ້ໄລຍະສັ້ນເວລາ 3 ເດືອນ ປັ້ນໃຫ້ ນັກສຶກສາປີສຸດທ້າຍ, ນັກສຶກສາທີ່ຮຽນຈົບໃໝ່ ຫຼື ນັກສຶກສາທີ່ຮຽນຈົບໄດ້ຫຼາຍປີແລ້ວ ແຕ່ຍັງບໍ່ມີວຽກປະຈຳເຮັດ ໃຫ້ສາມາດປະກອບວຽກໄດ້ຈິງ

183

ໂຄງການ Occupational Opportunities ຫຼື O2 ແມ່ນຜົນງານທຳອິດຈາກຫ້ອງທົດລອງການຈ້າງງານ ຫຼື 108 M-lab ທີ່ໄດ້ສ້າງຂຶ້ນເນື່ອງໃນໂອກາດ ສະເຫຼີມສະຫຼອງ 108Jobs ຄົບຮອບ 10ປີ ໃນເດືອນວັນທີ 12 ທັນວາ 2021 ທີ່ຜ່ານມາ. O2 ເປັນໂຄງການການຮຽນຮູ້ໄລຍະສັ້ນເວລາ 3 ເດືອນ ປັ້ນໃຫ້ ນັກສຶກສາປີສຸດທ້າຍ, ນັກສຶກສາທີ່ຮຽນຈົບໃໝ່ ຫຼື ນັກສຶກສາທີ່ຮຽນຈົບໄດ້ຫຼາຍປີແລ້ວ ແຕ່ຍັງບໍ່ມີວຽກປະຈຳເຮັດ ໃຫ້ສາມາດປະກອບວຽກໄດ້ຈິງ.

ຈຸດປະສົງຂອງໂຄງການ:ສົ່ງເສີມວຽກເຮັດງານທຳ ເພີ່ມການຈ້າງງານໃນສັງຄົມ; ເປັນສ່ວນໜຶ່ງໃນການປະກອບສ່ວນໃນການພັດທະນາສັງຄົມ; ໃນຂະນະທີ່ຕະຫຼາດມີຄວາມຕ້ອງການແຮງງານ ທີ່ມີທັກສະສະເພາະ ແຕ່ມີຜູ້ຮຽນໜ້ອຍ ຫຼື ຍັງບໍ່ມີການສິດສອນໃນປະເທດເຮົາ; ເພີ່ມທັກສະໃຫ້ກັບນັກສຶກສາທີ່ຮຽນຈົບມາຈາກສາຍການຮຽນທີ່ຕະຫຼາດແຮງງານຍັງບໍ່ຮອງຮັບປານໃດ ໃຫ້ມີທັກສະໃໝ່ໃນການປະກອບອາຊີບດ້ານອື່ນເພີ່ມເຕີມ ເຊັ່ນ: ອາຊີບ ພະນັກງານຂາຍ (ນັກຂາຍ) ເປັນຕົ້ນ.

ອາຊີບທຳອິດທີ່ O2 ໄດ້ສະເໜີແມ່ນ “ນັກຂາຍ ຫຼື salesperson” ເປັນອາຊີບທີ່ມີຄວາມຕ້ອງການສູງ ( ອ້າງອີງຂໍ້ມູນປະກາດວຽກຂອງ 108.Jobs) ແຕ່ຂາດບຸກຄະລາກອນເຂົ້າສູ່ຕະຫຼາດແຮງງານ. ຜູ້ຊ່ຽວຊານຈາກ ບໍລິສັດ Katalyst Partners ໄດ້ມາເປັນຄູຝຶກ ແລະ ແນະນຳ ການລົງເຮັດວຽກຕົວຈິງ ຂາຍຈິງ ໂດຍການເປັນນັກຂາຍ ທົດລອງຂາຍສິນຄ້າຂອງບໍລິສັດ ຍອດຊຳ, ບໍລິສັດ ທານຝັນ ແລະ ຜະລິດຕະພັນຂອງ 108Jobs. ຕະຫຼອດໄລຍະຂອງການທົດລອງຂາຍ ເຮົາຍັງໃຫ້ການຊີ້ແນະ ແລະ ຕິດຕາມໃກ້ຊິດ ກັບຜູ້ເຂົ້າຮ່ວມໂຄງການ ໂດຍການ ໂອ້ລົມສົນທະນາເຖິງບັນຫາທີ່ພົບພໍ້ ແລະ ວິທີແກ້ໄຂ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມໂຄງການ ຍັງສາມາດນຳເອົາຄວາມຮູ້ທີ່ໄດ້ໄປປັບໃຊ້ໃນການຊອກວຽກ ແລະ ເຮັດວຽກຕົວຈິງ.


ທ່ານ ແກ້ວວິສຸກ ດາລາສານ, ຜູ້ກໍ່ຕັ້ງ ແລະ ອຳນວຍການບໍລິສັດ 108-1009 ກຣຸບ ຈຳກັດ (108Jobs) ກ່າວວ່າ “ເປົ້າໝາຍສູງສຸດຂອງພວກເຮົາກໍຄື ໃຫ້ຜູ້ເຂົ້າຮ່ວມໂຄງການສາມາດຮຽນແລ້ວ ເຮັດໄດ້ຈິງ ຂາຍໄດ້ຈິງ ນຳໄປໃຊ້ໄດ້ຈິງ ແລະ ທີ່ສຳຄັນ, ຫຼັງຈົບໂຄງການ ເຮົາຍັງຈະເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສຳພາດວຽກກັບບໍລິສັດຊັ້ນນຳ ເພື່ອມາສຳພາດເອົາຜູ້ເຂົ້າຮ່ວມໂຄງການໄປເປັນພະນັກງານຂາຍໃນອານາຄົດ”.


“ຮຽນແລ້ວ ເຮັດໄດ້ຈິງ ຂາຍໄດ້ຈິງ ນຳໄປໃຊ້ໄດ້ຈິງ”.ສຳລັບ ຄ້າຍສານຝັນ ປັ້ນນັກຂາຍ ຮຸ້ນທີ 1 ແມ່ນມີຜູ້ເຂົ້າຮ່ວມ 14 ຄົນ (ຍິງ 11 ຄົນ) ໃນນັ້ນເຮົາສາມາດສ້າງນັກຂາຍໄດ້ທັງໝົດ 13 ຄົນ. ໂດຍ ບໍລິສັດ 108-1009 ກຣຸບ ຈຳກັດ (108Jobs) ໃຫ້ການສະໜັບສະໜູນຕະຫຼອດໂຄງການທັງໝົດ 36 ລ້ານກີບ.


ໃນໂອກາດຕໍ່ໄປທາງ 108.Jobs ແລະ ກຸ່ມທຸລະກິດໃນເຄື່ອ ຍັງມີແຜນສ້າງສັນບຸກຄະລາກອນໃນອາຊີບອື່ນໆອີກ.