ຫຼຽນທາອິດຂອງ ທັບນັກກີລາລາວ ໃນຊີເກມ ໄດ້ມາຈາກ ນາງ ປຸກກີ້ ນັກກີລາປັນຈັກສີລັດ

62

ການແຂ່ງຂັນກິລາປັນຈັກສີລັດ ປະເພດຟ້ອນດ່ຽວຍິງ ມີອຸປະກອນ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 11 ພຶດສະພາ 2022 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງໃນລາຍການດັ່ງກ່າວ ມີນັກກິລາຈາກ 8 ຊາດ

ປາກົດວ່າ: ນາງ ປຸກກີ້ ສະເຫຼີມບຸຜາ ນັກກິລາປັນຈັກສີລັດທີມຊາດລາວ ປະເພດຟ້ອນດ່ຽວຍິງ ມີອຸປະກອນ ຄວ້າຫຼຽນທອງທຳອິດ ໃຫ້ກັບທັບນັກກິລາລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ຫຼັງເອົາຊະນະ ນັກກິລາຈາກສິງກະໂປ 9,900 ຄະແນນ ແຕ່ໜ້າເສຍດາຍໃນຮອບ 2 ຫຼື ຮອບຊີງຫຼຽນເງິນ ໄປເສຍໃຫ້ແຊ໋ມເກົ່າ ນັກກິລາຈາກປະເທດອິນໂດເນເຊຍ.

ເຊິ່ງຫຼຽນດັ່ງກ່າວກໍ່ເປັນຫຼຽນທໍາອິດຂອງ ທັບນັກກິລາລາວ ສາມາດຍາດໄດ້ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ