ລາຄານ້ຳມັນ ປັບລົງ ກັງວົນເສດຖະກິດໂລກ ອາດຟື້ນຕົວຊ້າລົງ

299

ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນດິບໃນຕະຫຼາດໂລກ ປັບລົງຢ່າງຕໍ່ເນື່ອງ, ຫຼ້າສຸດລາຄານ້ຳມັນດິບເວສເທັກຊັສ ( WTI ) ປັບລົງ 0,41% ຊື້ – ຂາຍຢູ່ທີ່ 99,35 ໂດລາຕໍ່ບາເຣວ, ຂະນະທີ່ ລາຄານ້ຳມັນດິບ ເບຣນ ( BRENT ) ປັບລົງ 3,28% ຊື້ – ຂາຍຢູ່ທີ່ 102,50 ໂດລາຕໍ່ບາເຣວ.

ປັດໄຈສຳຄັນທີ່ເຮັດໃຫ້ລາຄານ້ຳມັນປັບລົງ ເນື່ອງຈາກວ່າເກີດຄວາມກັງວົນວ່າເສດຖະກິດໂລກອາດຈະຊະລໍຕົວລົງ ( ຂະຫຍາຍຕົວຊ້າລົງ ) ເຊິ່ງຈະເຮັດໃຫ້ຄວາມຕ້ອງການບໍລິໂພກນ້ຳມັນຈາກທົ່ວໂລກຫຼຸດລົງ ບວກກັບມາດຕະການປິດເມືອງ ( ລັອກດາວ ) ເພື່ອຄວບຄຸມໂຄວິດ – 19 ຂອງລັດຖະບານຈີນ ແລະ ຄວາມກັງວົນວ່າ ເສດຖະກິດຂອງສະຫະພາບເອີຣົບອາດຈະເຂົ້າສູ່ສະພາວະທົດຖອຍ ຫາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູ ແກຣນແກ່ຍາວອອກໄປອີກ.

ນອກຈາກນີ້, ຍັງມີຄວາມກັງວົນກ່ຽວກັບການທີ່ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເພື່ອຄວບຄຸມອັດຕາເງິນເຟີ້ ແລະ ການແຂງຄ່າຂອງເງິນໂດລາສະຫະລັດສູ່ຈຸດສູງສຸດໃນຮອບເກືອບ 20 ປີ ເຮັດໃຫ້ລາຄານ້ຳມັນແພງຂຶ້ນ ສຳລັບຜູ້ຊື້ທີ່ໃຊ້ສະກຸນເງິນອື່ນ.

ຂະນະທີ່ກຳມາທິການສະຫະພາບເອີຣົບ ໄດ້ເລື່ອນມາດຕະການຂວ້ຳບາດຕໍ່ນ້ຳມັນຂອງ ຣັດເຊຍ ເນື່ອງຈາກປະເທດສະມາຊິກຫຼາຍປະເທດຄັດຄ້ານມາດຕະການດັ່ງກ່າວ ເພາະອາດຈະເຮັດໃຫ້ເສດຖະກິດຂອງປະເທດເຂົ້າສູ່ສະພາວະທົດຖອຍ.