3 ວັນ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຜູ້ເດີນທາງເຂົ້າ-ອອກ ເກືອບ 2 ພັນຄົນ, ພາຫະນະ 493 ຄັນ

314

ພາຍຫຼັງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 (ນະຄອນຫຼວງວຽງຈັນ-ໜອງຄາຍ) ເປີດໃຫ້ພົນລະເມືອງລາວ ແລະ ຄົນຕ່າງປະເທດ ເຂົ້າ-ອອກ ຢ່າງເປັນທາງການຕາມແຈ້ງການຂອງລັດຖະບານໃນການເປີດປະເທດ ເຮັດໃຫ້ ໃນ3 ວັນ ( 9 ຫາ 11 ພຶດສະພາ 2022) ມີຜູ້ເດີນທາງເຂົ້າ-ອອກ 1.812 ຄົນ.


ທ່ານ ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ສຳພາດໃນວັນທີ 11 ພຶດສະພາ 2022 ວ່າ: ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ພາຍຫຼັງເປີດດ່ານໃນໄລຍະ 2 ວັນມານີ້ ຄືວັນທີ 9-11 ພຶດສະພາ ມີພົນລະເມືອງ ແລະ ພາຫະນະ ເຂົ້າ-ອອກ ຄື: ມີພົນລະເມືອງເດີນທາງອອກ ທັງໝົດ 944 ຄົນ, ເດີນທາງເຂົ້າ 868 ຄົນ ແລະ ມີພາຫະນະເຂົ້າ 148 ຄັນ (ລົດຕ່າງປະເທດ) ແລະ ອອກ 291 ຄັນ ເຊິ່ງພົນເມືອງທີ່ເດີນທາງເຂົ້າ-ອອກ ສ່ວນໃຫຍ່ຈະເປັນພົນລະເມືອງລາວ ແລະ ພົນລະເມືອງບັນດາປະເທດໃກ້ຄຽງ.


ສຳລັບຂັ້ນຕອນການເຂົ້າ-ອອກເມືອງໃນໄລຍະນີ້ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ແມ່ນປະຕິບັດຕາມແຈ້ງການ ເລກທີ 627 ສນຍ, ລົງວັນທີ 7 ພຶດສະພາ 2022 ແລະ ແຈ້ງການຂອງກົມ ຕມ ເລກທີ 879/ຕມ, ລົງວັນທີ 9 ພຶດສະພາ 2022 ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ ແມ່ນສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ຕາມປົກຕິດັ່ງນີ້:

1) ປະເທດທີ່ຍົກເວັ້ນວີຊາ ສາມາດເດີນທາງເຂົ້າ ສປປ ລາວ ໄດ້ໂດຍບໍ່ຕ້ອງຂໍວີຊາ;

2) ປະເທດທີ່ບໍ່ທັນຍົກເວັ້ນວີຊາ ສາມາດຂໍວີຊານໍາສະຖານທູດ, ສະຖານກົງສູນທີ່ປະຈໍາຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື ຂໍວິຊາກັບດ່ານ;

3) ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12ປີຂຶ້ນໄປ ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອວກວດ ( ATK ) ພາຍໃນ 48 ຊົ່ວໂມງຈາກປະເທດຕົ້ນທາງ ກ່ອນເດີນທາງມາເຖິງ ສປປ ລາວ;

4) ສ່ວນຜູ້ທີ່ມີໃບສັກວັກຊິນຄົບໂດສ ສາມາດເດີນທາງເຂົ້າ ສປປ ລາວ ປົກກະຕິ;

5) ສໍາລັບຄົນຕ່າງປະເທດທີ່ເດີນທາງເຈົ້າມາ ສປປ ລາວ ກໍລະນີມີການຕິດເຊື້ພະຍາດໂຄວິດ-19 ແມ່ນຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວຕົນເອງ

6)ການເຂົ້າ-ອອກຂອງຜູ້ໂດຍສານ, ພາຫະນະ ສໍາລັບ ສປປ ລາວ ແມ່ນສາມາດເດີນທາງ ເຂົ້າ-ອອກໄດ້ຕາມປົກະຕິ. ສຳລັບການເດີນທາງອອກ ສປປ ລາວ ແມ່ນປະຕິບັດຕາມກົດໜາຍຂອງປະເທດປາຍທາງ.