ທີມຊາດລາວ ຖືກ ມາເລເຊຍ ເຂ່ຍຕົກຮອບບານເຕະໃນ ຊີເກມ ຄັ້ງ 31 ຮຽບຮ້ອຍ

257

ທີມຊາດລາວ ລົງສະໜາມນັດທີ 3 ຂອງບານເຕະຊາຍ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປະຈໍາວັນທີ 11 ພຶດສະພາ 2022 ປາກົດວ່າ: ຖືກ ມາເລເຊຍ ເອົາຊະນະໄປຂາດລອຍ 3-1.

ເຮັດໃຫ້ ລາວ ມີພຽງ 1 ຄະແນນຈາກ 3 ນັດຕົກຮອບເປັນທີ່ແນ່ນ່ອນ, ສ່ວນ ມາເລເຊຍ ເກັບເພີ່ມເປັນ 6 ຄະແນນຈາກ 2 ນັດຢູ່ທີມນໍາ, ສ່ວນ ສິງກະໂປ ມີ 4 ຄະແນນຈາກ 3 ນັດ, ໄທມີ 3 ຄະແນນຈາກ 2 ນັດ ແລະ ກໍາປູເຈຍ ມີ 3 ຄະແນນຈາກ 2 ນັດ ເຊິ່ງອັນດັບ 1-4 ຍັງມີລຸ້ນເຂົ້າຮອບ.