ບັນຫາທີ່ພົບບໍ່ພຽງເສດຖະກິດບໍ່ດີ ຍັງມີແມ່ຄ້າຂາຍສິນຄ້າຂາຍເຄື່ອງເສຍຄຸນອີກ

37

ຕ້ອງຍອມຮັບຄວາມຈິງເລີຍວ່າຊ່ວງນີ້ ສັງຄົມລາວເຮົາປະເຊີນກັບຫຼາຍບັນຫາທັບຖົມເຂົ້າມາ ໂດຍບໍ່ມີການເວົ້າເກີນຈິງ ຫຼາຍຄົນເຫັນນຳກັນ ທັງເລື່ອງນ້ຳມັນ, ເລື່ອງເຄື່ອງຂອງແນວໃຊ້ແພງ ແລະ ຍັງມາເຈີກັບສິນຄ້າ ທີ່ບໍ່ໄດ້ມາດຕະຖານອີກນຳ ເອີ້ນໄດ້ວ່າຄູນສອງເລີຍ ທັງແພງ ແລະ ບໍ່ໄດ້ມາດຕະຖານ.

ເມື່ອບໍ່ດົນມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າ, ສົມທົບກັບຫ້ອງການສາທາລະນະສຸກ, ກອງບັນຊາການ ປກສ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຊຽງເງິນ, ໄດ້ລົງກວດກາສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າປອມແປງ ແລະ ສິນຄ້າບໍ່ເສຍພາສີຢູ່ພາຍໃນເມືອງຊຽງເງິນ.


ໃນການລົງກວດເທື່ອນີ້ນຳທີມໂດຍທ່ານ ບຸນໄລ ດາລີ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະອະນຸກຳມະການ ໃຫ້ຮູ້ວ່າ: ການລົງກວດນີ້ ກໍ່ເພື່ອເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃຫ້ມີຄວາມປອດໄພ ລວມທັງຜູ້ຈຳໝ່າຍ, ພ້ອມດຽວກັນນີ້ຍັງໄດ້ມີການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງສິນຄ້າໝົດອາຍຸໃຫ້ກັບຜູ້ປະກອບການ ແລະ ປະຊາຊົນໃຫ້ເຂົ້າໃຈຕໍ່ກັບວັນໝົດອາຍຸຂອງສິນຄ້າ ແລະ ຜົນກະທົບຈາກການບໍລິໂພກສິນຄ້າໝົດອາຍຸ

ຜ່ານການລົງກວດກາທັງໝົດພາຍໃນ 16 ບ້ານ ພົບເຫັນສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າປອມແປງ ແລະ ສິນຄ້າບໍ່ເສຍພາສີທັງໝົດ 25 ຮ້ານ, ມີ 4 ປະເພດຄື: ຢາປິ່ນປົວພະຍາດ, ຢາສູບທີ່ບໍ່ທັນໄດ້ເສຍພາສີ, ນ້ຳມັນເຄື່ອງລໍ່ລື່ນລົດຈັກ ແລະ ປະເພດເຄື່ອງດື່ມຊູກຳລັງ, ເຄື່ອງບໍລິໂພກຕ່າງໆ 47 ລາຍການ ລວມມູນຄ່າທັງໝົດ 9.422.000 ກີບ, ພາຍຫຼັງທີ່ເຈົ້າໜ້າທີ່ກວດພົບເຫັນສິນຄ້າຈໍານວນດັ່ງກ່າວກໍ່ໄດ້ມີການຍຶດຈາກຜູ້ປະກອບການເພື່ອນຳເຂົ້າສູ່ຂະບວນການຂຶ້ນທະບຽນສິນຄ້າແລ້ວນຳໄປທຳລາຍຕາມຂັ້ນຕອນ ແລະ ລະບຽບກົດໝາຍ.

ຈາກ: ຊຽງເງິນວັນໃໝ່