ການໃຊ້ຈ່າຍຂອງພາກຄົວເຮືອນໃນຍີ່ປຸ່ນຫຼຸດລົງ

54

ກະຊວງການສື່ສານ ແລະ ກິດຈະການພາຍໃນຂອງຍີ່ປຸ່ນເປີດເຜີຍເມື່ອວັນທີ 10 ພຶດສະພາ 2022 ວ່າ ການໃຊ້ຈ່າຍຂອງພາກຄົວເຮືອນໃນຍີ່ປຸ່ນຫຼຸດລົງ 2,3% ໃນເດືອນມີນາຜ່ານມາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ທັງນີ້ ການໃຊ້ຈ່າຍໂດຍສະເລ່ຍຂອງພາກຄົວເຮືອນທີ່ມີສະມາຊິກນັບແຕ່ 2 ຄົນຂຶ້ນໄປຢູ່ທີ່ລະດັບ 307.261 ເຢນ ຫຼື ປະມານ 2.360 ໂດລາ ຫຼຸດລົງ 2,3% ໃນເດືອນມີນາ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຂະນະທີ່ລາຍຮັບຂອງພາກຄົວເຮືອນເພີ່ມຂຶ້ນ 2,3% ສະເລ່ຍຢູ່ທີ່ລະດັບ 503.128 ເຢນ, ຫຼັງຈາກຫຼຸດລົງ 0,1% ໃນເດືອນກຸມພາ.

ລັດຖະບານຍີ່ປຸ່ນລະບຸວ່າ ຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ ໄດ້ເຮັດໃຫ້ລາຄາພະລັງງານ, ອາຫານ ແລະ ສິນຄ້າ-ບໍລິການອື່ນໆເພີ່ມຂຶ້ນ ເຊິ່ງລັດຖະບານໄດ້ຕິດຕາມຢ່າງໃກ້ຊິດ ແຕ່ຍັງບໍ່ສາມາດສະຫຼຸບໄດ້ວ່າ ການເພີ່ມຂຶ້ນຂອງລາຄາສິນຄ້າເຫຼົ່ານີ້ ມີຜົນກະທົບຕໍ່ພຶດຕິກຳຂອງຜູ້ບໍລິໂພກ ຫຼື ບໍ່ ເນື່ອງຈາກຍັງມີປັດໄຈອື່ນໆອີກ ເຊັ່ນ ການແຜ່ລະບາດຂອງພະຍາດໂຄວິດ-19.

ທັງນີ້ ການໃຊ້ຈ່າຍຂອງພາກຄົວເຮືອນຖືວ່າ ເປັນດັດສະນີຊີ້ວັດການອຸປະໂພກ-ບໍລິໂພກຂອງພາກເອກະຊົນ ແລະ ມີສັດສ່ວນຫຼາຍກວ່າເຄິ່ງໜຶ່ງຂອງຕົວເລກ ຈີດີພີ ຂອງຍີ່ປຸ່ນ.