ເງິນລີຣາ ຂອງຕວັກກີອ່ອນຄ່າ ທ່າມກາງເງິນເຟີ້ເພີ່ມຂຶ້ນສູງ

92

ສຳນັກຂ່າວຕ່າງປະເທດລາຍງານວ່າ ຄ່າເງິນລີຣາ ( ສະກຸນເງິນຕວັກກີ ) ອ່ອນຄ່າລົງ ເກືອບ 60% ເມື່ອທຽບກັບເງິນໂດລາສະຫະລັດ ເມື່ອວັນທີ 9 ພຶດສະພາຜ່ານມາ ສູ່ລະດັບຕ່ຳສຸດເປັນປະຫວັດການ, ຈົນເຮັດໃຫ້ທະນາຄານກາງຕວັກກີເຂົ້າແຊກແຊງຕະຫຼາດໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2022 ແຕ່ຍັງບໍ່ສາມາດສະກັດກັ້ນການອ່ອນຄ່າຂອງເງິນລີຣາໄດ້, ໃນຂະນະທີ່ອັດຕາເງິນເຟີ້ກໍເພີ່ມຂຶ້ນສູງສຸດໃນຮອບ 20 ປີ.

ທັງນີ້ ສຳນັກງານສະຖິຕິແຫ່ງຊາດຕວັກກີເປີດເຜີຍວ່າ ດັດສະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນຕົວຊີ້ວັດອັດຕາເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກໃນເດືອນເມສາເພີ່ມຂຶ້ນ 69,97% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເມື່ອທຽບກັບເດືອນມີນາ 2022 ເພີ່ມຂຶ້ນ 7,25%.

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນເມສາ ໄດ້ຮັບແຮງຍູ້ຈາກການເພີ່ມຂຶ້ນຂອງລາຄາອາຫານ ແລະ ຄ່າໃຊ້ຈ່າຍໃນຂະແໜງຂົນສົ່ງ, ນອກຈາກນີ້ ສຳນັກງານສະຖິຕິແຫ່ງຊາດຕວັກກີຍັງເປີດເຜີຍດັດສະນີລາຄາຜູ້ຜະລິດ ( PPI ) ເຊິ່ງເປັນຕົວຊີ້ວັດອັດຕາເງິນເຟີ້ຂອງຜູ້ຜະລິດເພີ່ມຂຶ້ນ 121,82% ໃນເດືອນເມສາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 7,67% ເມື່ອທຽບກັບເດືອນມີນາ.