ນໍ້າມັນໃນຕະຫຼາດໂລກປັບໂຕສູງຂຶ້ນ ການສະໜອງເງິນຕາບໍ່ພຽງພໍ ເຮັດໃຫ້ເກີດສະພາບນ້ຳມັນເຊື້ອໄຟຂາດແຄນ, ລັດຖະບານ ໄດ້ອອກຫຼາຍມາດຕະການເພື່ອແກ້ໄຂບັນຫາ ທັງປະຄອງບໍ່ໃຫ້ນໍ້າມັນແພງຂຶ້ນຈົນເກີນໄປ

388

ຈາກສະພາບການເໜັງຕີງຂອງລາຄານ້ຳມັນເຊື້ອໄຟໃນປັດຈຸບັນເພີ່ມຂຶ້ນສູງ ສົ່ງຜົນກະທົບຕໍ່ການນຳເຂົ້ານ້ຳມັນເຊື້ອໄຟ ຂອງປະເທດ ທີ່ຕ້ອງນຳໃຊ້ເງິນຕາຕ່າງປະເທດເພີ່ມຂຶ້ນ ໃນຂະນະທີ່ແຫລ່ງສະໜອງເງິນຕາຕ່າງປະເທດຂອງປະເທດເຮົາມີຈຳກັດ ຈຶ່ງບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟໄດ້ຢ່າງພຽງພໍ ແລະ ເກີດສະພາບນ້ຳມັນເຊື້ອໄຟຂາດແຄນ. ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃນໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟ ປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟ ຈາກຫຼາຍແຫຼ່ງ ທີ່ມີລາຄາຖືກ ເພື່ອເປັນອີກທາງເລືອກ ໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ.


ໃນຕອນບ່າຍ ວັນທີ10 ພຶດສະພາ 2022 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວ ກ່ຽວກັບ ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ໃນສະພາບລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ຍັງສືບຕໍ່ເໜັງຕີງຂຶ້ນວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100 ສ່ວນຮ້ອຍ; ເຊິ່ງປະຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ. ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນແນວນີ້ ແນ່ນອນວ່າ ມັນໄດ້ສົ່ງຜົນໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ.

ພາບວັນທີ 9 ພຶດສະພາ 2022

ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັນບັນຫາອັດຕາແລກປ່ຽນເງິນຕາຕ່າງປະເທດ ມີສ່ວນຜິດດ່ຽງສູງລະຫວ່າງທະນາຄານທຸລະກິດ ກັບຮ້ານແລກປ່ຽນເງິນ, ການປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ທີ່ຕ້ອງເພີ່ມຂັ້ນຕອນ ແລະ ເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫຼາຍບໍລິສັດຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງທົ່ວເຖິງ. ອີກດ້ານ ໜຶ່ງ, ເຫັນວ່າມີບາງບໍລິສັດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງ, ໂດຍສະເພາະແມ່ນປ້ຳບໍລິການນ້ຳມັນເຊື້ອໄຟ ຈຳນວນໜຶ່ງ ມີການລັກລອບຊື້ນ້ຳມັນຈາກພາກສ່ວນອື່ນມາລົງປ້ຳ, ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ແລະ ບໍລິສັດຈຳຫນ່າຍພາຍໃນ ທີ່ມີລະບົບສາງຈຳນວນຫນຶ່ງ ມີການສວຍໂອກາດກັກຕຸນນ້ຳມັນໃນໄລຍະທີ່ຈະມີການປັບລາຄານ້ຳມັນເຊື້ອໄຟ ແລະ ບໍ່ປະຕິບັດຕາມລາຄາທີ່ລັດ ອອກແຈ້ງການແຕ່ລະຄັ້ງ ດັ່ງນີ້ເປັນຕົ້ນ.


ບັນດາບໍລິສັດຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງລາວເຮົາ ກໍປະສົບບັນຫາດັ່ງກ່າວ ໂດຍບໍ່ສາມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫຼື ມີການຊຳລະເງິນຄ່ານ້ຳມັນເຊື້້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິສັດ ຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ. ອີກບັນຫາຫນຶ່ງກໍ່ແມ່ນ ຍ້ອນການຂາດແຄນເງິນຕາເນື່ອງຈາກ ການຈຳໜ່າຍນໍ້າມັນຢູ່ປ້ຳພາຍໃນເປັນເງິນກີບ, ແຕ່ການສຳລະຄ່ານໍ້າມັນຜູ້ສະຫນອງຢູ່ຕ່າງປະເທດ ເປັນເງິນຕາ ຈຶ່ງເປັນສາເຫດໃຫ້ການນຳເຂົ້າ ນໍ້າມັນປະເຊີນຫນ້າກັບ ຄວາມຫຍູ້ງຍາກ ແລະ ມີປະລິມານນຳເຂົ້າທີ່ຫຼຸດລົງ ຊຶ່ງນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເປັນເຫດຜົນເຮັດໃຫ້ ບາງປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຮັບການສະ ໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫຼື ໄດ້ຈຳໜ່າຍໝົດກ່ອນການສະໜອງ.


ປະຈຸບັນ, ໂດຍການຕິດຕາມລາຄາສະເລ່ຍແຕ່ວັນທີ 26 ເມສາ – 05 ພຶດສະພາ 2022 ເຫັນວ່າ ລາຄາສະເລ່ຍນໍ້າມັນແອັດຊັງພິເສດແມ່ນ 134,51 ໂດລາສະຫະລັດ/ບາເຣວ (0.8459 ໂດລາສະຫະລັດ/ລິດ), ລາຄາສະເລ່ຍນໍ້າມັນແອັດຊັງທໍາມະດາ ແມ່ນ 130,42 ໂດລາສະຫະລັດ/ບາເຣວ (0.8202 ໂດລາສະຫະລັດ/ລິດ) ແລະ ລາຄາສະເລ່ຍນໍ້າມັນກາຊວນແມ່ນ 156,96 ໂດລາສະຫະລັດ/ບາເຣວ (0.9871 ໂດລາສະຫະລັດ/ລິດ). ນອກຈາກນັ້ນ, ເຫັນວ່າ ລາຄານໍ້າມັນກາຊວນ ຍັງສູງກວ່າລາຄານໍ້າມັນແອັດຊັງທໍາມະດາ ອີກດ້ວຍ.
ເມື່ອນໍາລາຄາສະເລ່ຍດັ່ງກ່າວມາຂ້າງເທິງ, ຄິດໄລ່ໂຄງປະກອບລາຄານໍ້າມັນເຊື້ອໄຟ ທີ່ປະກອບດ້ວຍ (1) ພາສີ, (2) ອາກອນຊົມໃຊ້ (ອກຊ), (3) ອາກອນມູນຄ່າເພີ່ມ (ອມພ), (4) ກອງທຶນບູລະນະທາງຫຼວງ (ກທ ທາງ), (5) ຄັງແຮ ແລະ (6) ລາຍຮັບ-ລາຍຈ່າຍຂອງພາກທຸລະກິດ (ຄ່າບໍລິການ) ບວກກັບການເໜັງຕີງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ (ເງິນກີບອ່ອນຄ່າ) ເຮັດໃຫ້ລາຄາຂາຍຍ່ອຍນໍ້າເຊື້ອໄຟທຸກຊະນິດປັບຂຶ້ນ
ຕໍ່ສະພາບການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ກໍຄືພາກພື້ນ ຍັງສືບຕໍ່ເໜັງຕີງຂຶ້ນ, ລັດຖະບານ ກໍຄືຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຄົ້ນຄວ້າຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ ເພື່ອຊອກວິທີການແກ້ໄຂ ເຊັ່ນ:

ພາບວັນທີ9 ພຶດສະພາ 2022

1. ການປັບໂຄງສ້າງລາຄານ້ຳມັນເຊື້ອໄຟ :
ການກຳນົດລາຄາ CIF ໃນໂຄງສ້າງລາຄານ້ຳມັນໃນໄລຍະຫຼັງນີ້, ໂດຍສະເພາະໄລຍະທີ່ລາຄານ້ຳມັນມີການເໜັງຕີງແຮງ ລັດເອງ ກໍໄດ້ປັບຄວາມຖີ່ໃນການປັບລາຄານ້ຳມັນເຊື້ອໄຟ ຈາກສະເລ່ຍ 15 ວັນ ມາເປັນ 5-7 ວັນ ແລະ ໄດ້ໂຈະການເກັບເງິນຄັງແຮລັດຖະບານໃນໂຄງສ້າງລາຄານ້ຳມັນເປັນການຊົ່ວຄາວ. ສຳລັບການປັບອັດອາກອນ ແລະ ຄ່າທຳນຽມຕ່າງໆນັ້ນ ທາງກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ເອົາໃຈໃສ່ຄົ້ນຄ້ວາຮ່ວມກັບກະຊວງກ່ຽວຂ້ອງ ໂດຍສະເພາະກະຊວງການເງິນລາຍງານຂໍທິດຊີ້ນໍາຕໍ່ລັດຖະບານ ແລ້ວ ແລະ ລັດຖະບານ ກໍໄດ້ລາຍງານຕໍ່ສະພາແຫ່ງຊາດ ເພື່ອຮັບຮອງ ເຊີ່ງປະຈຸບັນ ສະພາແຫ່ງຊາດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 103/ຄປຈ, ລົງວັນທີ 09 ພຶດສະພາ 2022 ເຫັນດີໃຫ້ຫຼຸດ ອາກອນຊົມໃຊ້ນໍ້າມັນແອັດຊັງທໍາມະດາ ຈາກ 31% ມາເປັນ 16% ແລະ ຫຼຸດອາກອນຊົມໃຊ້ນໍ້າມັນກາຊວນ ຈາກ 21% ມາເປັນ 11% ໂດຍລັດຖະບານ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນຜັນຂະຫຍາຍ ມະຕິດັ່ງກ່າວ ໃຫ້ທັນຈັດຕັ້ງປະຕິບັດລາຄານໍ້າມັນເຊື້ອໄຟ ເວລາ 14 ໂມງ ຂອງມື້ນີ້ (ເຮັດໃຫ້ລາຄານໍ້າມັນແອັດຊັງທໍາມະດາ ແລະ ນໍ້າມັນກາຊວນ ປັບລົງ ແທນທີ່ຈະປັບຂຶ້ນ ເພື່ອຊ່ວຍພໍ່ແມ່ປະຊາຊົນພາຍໃນຊາດ) ແລະ ຍັງຈະໄດ້ສືບຕໍ່ຄົ້ນຄວ້າຕື່ມ, ຖ້າລາຄາໃນຕະຫຼາດໂລກຍັງສືບຕໍ່ສູງຂຶ້ນ ກໍຈະໄດ້ສະເໜີປັບກອງທຶນບູລະນະທາງຫຼວງລົງຕື່ມ ຫຼື ຫຼຸດອາກອນ ຕື່ມ ຖ້າຈໍາເປັນ; ສ່ວນເລື່ອງກອງທຶນນ້ຳມັນເຊື້ອໄຟນັ້ນ ຍັງຢູ່ໃນຂັ້ນຕອນ ການສັງລວມຂອງກະຊວງການເງິນ ແລະ ອາດຈະສາມາດນຳໃຊ້ພາຍໃນປີ 2022 ຫລື ຕົ້ນປີ 2023.


2. ການສະໜອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນ :
ບັນຫາການສະໜອງເງິນຕາຕ່າງປະເທດ ສຳລັບຈັດຊື້ນ້ຳມັນໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເຫັນວ່າຂະແໜງການທະນາຄານ ກໍໄດ້ໃຫ້ບູລິມາສິດແກ່ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ໂດຍເພີ່ມການສະໜອງເງິນຕາຈາກ 30% ເປັນ 40% ຂອງຄວາມຕ້ອງການ ແລະ ສືບຕໍ່ຊອກຫາແຫລ່ງເງິນຕາເພີ່ມເຕີມ. ພ້ອມນັ້ນ, ກໍໄດ້ດັດສົມດັດສົມອັດຕາແລກປ່ຽນເງິນຕາຕ່າງປະເທດຂອງຮ້ານແລກປ່ຽນໃຫ້ມີຄວາມແຕກຕ່າງກັບທະນາຄານທຸລະກິດຂອງລັດ ໃຫ້ຫຼຸດລົງຕື່ມອີກ.


3. ຂັ້ນຂອດໃນການຄຸ້ມຄອງຂອງພາກລັດ :
ການຫຼຸດຜ່ອນຂັ້ນຂອດໃນການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ ແລະ ຮັບປະກັນໃຫ້ການຈັດເກັບພັນທະເຂົ້າງົບປະມານ ຂອງລັດ ຢ່າງຖືກຕ້ອງຄົບຖ້ວນ, ກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 4491/ກງ, ລົງວັນທີ 14 ກັນຍາ 2021 ເລື່ອງ: ການຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ ໂດຍມີເປົ້າໝາຍໃຫ້ບໍລິສັດນ້ຳມັນເຊື້ອໄຟເຂົ້າສູ່ ລະບົບຜູ້ປະກອບການທີ່ໄດ້ຮັບສິດທິພິເສດ ເອອີໂອ(AEO-Authorized Economic Operator) ເຊິ່ງຮອດປັດຈຸບັນ ກະຊວງ ການເງິນ ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ບໍລິສັດປີໂຕຣເທຣດ ນຳເຂົ້າ-ສົ່ງອອກ ຈຳກັດເປັນຜູ້ປະກອບການ ເອອີໂອ ທີ່ຈະໄດ້ຮັບອຳນວຍຄວາມສະດວກດ້ານພາສີ ແລະ ສ່ວຍສາອາກອນ. ພ້ອມນັ້ນ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແລະ ບໍລິສັດ ເປໂຕຣຫວຽດນາມ ອອຍ ລາວ ຈຳກັດ ໃນການກະກຽມຄວາມພ້ອມຈັດຕັ້ງປະຕິບັດຕາມລະບົບຜູ້ປະກອບການ ເອອີໂອ ຕາມຂັ້ນຕອນຕໍ່ໄປ. ສ່ວນບາງນິຕິກຳໃນພາກປະຕິບັດຕົວຈິງຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ບໍ່ເປັນເອກະພາບກັນນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ເປັນຈຸດໃຈກາງໃນການປະສານສົມທົບ ກັບພາກສ່ວນກ່ຽວ ເພື່ອປັບປຸງແກ້ໄຂຕໍ່ໄປ.
ອີກບັນຫາໜຶ່ງ ນ້ຳມັນເຊື້ອໄຟ ແລະ ອາຍແກັດ ເປັນສິນຄ້າຍຸດທະສາດທີ່ສຳຄັນ ແລະ ກະທົບໄວຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃນຂະນະທີ່ທຸລະກິດທຸລະກິດນ້ຳມັນເຊື້ອໄຟ ແລະ ອາຍແກັດ ເປັນແຫລ່ງລາຍຮັບດ້ານພາສີ, ອາກອນ ແລະ ພັນທະງົບປະມານ ອັນດັບຕົ້ນໆຂອງປະເທດເຮົາ ເຊິ່ງພາກລັດ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕິດຕາມຊີ້ນຳ ແລະ ອຳນວຍຄວາມສະດວກເປັນພິເສດຕະຫຼອດມາ.


ແຕ່ເນື່ອງຈາກວ່າສະພາບການເໜັງຕີງຂອງລາຄານ້ຳມັນເຊື້ອໄຟໃນປັດຈຸບັນເພີ່ມຂຶ້ນສູງຢ່າງເປັນປະຫວັດການ ສົ່ງຜົນກະທົບຕໍ່ການນຳເຂົ້ານ້ຳມັນເຊື້ອໄຟ ຂອງປະເທດເຮົາທີ່ຕ້ອງນຳໃຊ້ເງິນຕາຕ່າງປະເທດເພີ່ມຂຶ້ນ ແລະ ຜູ້ຊົມໃຊ້ຕ້ອງຈ່າຍຄ່ານ້ຳມັນເຊື້ອໄຟ ທີ່ແພງຂຶ້ນ, ໃນຂະນະທີ່ແຫລ່ງສະໜອງເງິນຕາຕ່າງປະເທດຂອງປະເທດເຮົາມີຈຳກັດ ຈຶ່ງບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟໄດ້ຢ່າງພຽງພໍ ແລະ ເກີດສະພາບນ້ຳມັນເຊື້ອໄຟຂາດແຄນ. ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃນໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟ ພາຍໃນປະເທດເຮົາປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟ ຈາກຫຼາຍແຫຼ່ງ ຫຼື ປະເທດທີສາມ ທີ່ມີລາຄາຖືກ ເພື່ອເປັນອີກທາງເລືອກ ໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ.