2 ພາກສ່ວນ ຮ່ວມເຊັນສັນຍາ ສ້າງຕັ້ງບໍລິສັດ ພັດທະນານິຄົມອຸດສາຫະກຳວຽງຈັນ

241

ພາກລັດ ກັບ ພາກທຸລະກິດ 2 ພາກສ່ວນ ຮ່ວມເຊັນສັນຍາສ້າງຕັ້ງ ບໍລິສັດ ພັດທະນາ ນິຄົມອຸດສາຫະກຳວຽງຈັນ ຈຳກັດ (ພນອວ) ເຊິ່ງພາກລັດແມ່ນອົງການປົກຄອງນະຄອນຫຼວງ ຕາງໜ້າໂດຍພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ພາກທຸລະກິດ ແມ່ນຕາງໜ້າສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ (ນວ).

ພິທີເຊັນສັນຍາມີຂຶ້ນໃນວັນທີ 9 ພຶດສະພາ 2022 ທີ່ຫ້ອງການປົກຄອງນະຄອນຫຼວງວຽງຈັນ ໂດຍການຕາງໜ້າລົງນາມຂອງທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ພັດທະນາ ນິຄົມອຸດສາຫະກຳ ຈຳກັດ; ທ່ານ ຄຳໝັ້ນ ໄຊຍະແສງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ; ພ້ອມ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສຶກຂີພິຍານ.

ທ່ານ ສັງຄົມ ຈັນສຸກ ຜູ້ອຳນວຍການໃຫຍ່ ບໍລິສັດ ພັດທະນາ ນິຄົມອຸດສາຫະກຳ ຈຳກັດ ກ່າວບາງຕອນວ່າ: ບໍລິສັດ ພັດທະນານິຄົມອຸດສາຫະກໍາ ວຽງຈັນ ຈຳກັດ ນີ້ສ້າງຕັ້ງຂຶ້ນໂດຍອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 272/ຈນວ, ລົງວັນທີ 01 ເມສາ 2022 ດ້ວຍທຶນຈົດທະບຽນ: 10.000 ຕື້ກີບ (ສິບຕື້ກີບ), ການລົງທຶນທັງໝົດ: 500 ຕື້ກີບ (ຫ້າຮ້ອຍຕື້ກີບ). ໃນນັ້ນພາກລັດແມ່ນອົງການປົກຄອງ ນະຄອນຫຼວງວຽງຈັນ ຕາງໜ້າໂດຍພະແນກ ການເງິນ ນະຄອນຫຼວງວຽງຈັນ ຖືຮຸ້ນ 25%, ສໍາລັບພາກເອກກະຊົນແມ່ນຕ່າງໜ້າພາກທຸລະກິດຂອງສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ຖືຮຸ້ນ 75% ໃນນັ້ນ: ທ່ານ ສັງຄົມ ຈັນສຸກ ຖືຮຸ້ນ 38% ແລະທ່ານ ຄໍາໝັ້ນ ໄຊຍະແສງ ຖືຮຸ້ນ 37%.

ບໍລິສັດ ພັດທະນາ ນິຄົມອຸດສາຫະກໍວຽງຈັນ ຈໍາກັດ ມີເປົ້າໝາຍໃນການພັດທະນາດັ່ງນີ້: ສໍາລັບໂຄງການພັດທະນາໄລຍະ 1 ຕາມທີ່ທາງບໍລິສັດໄດ້ອອກແບບ ແລະ ປະເມີນໃນບົດວິພາກເສດຖະກິດແລ້ວແບ່ງອອກເປັນ 3 ເຂດພັດທະນາໃນເບື້ອງຕົ້ນດັ່ງນີ້: 1.ເຂດໂລຈິກສະຕິກ: ຈະໃຊ້ເນື້ອທີ່ 30 ເຮັກຕາ; 2. ເຂດອຸດສາຫະກຳສີຂຽວ ເຂດນີ້ຈະໃຊ້ເນື້ອທີ່ປະມານ 39,57 ເຮັກຕາ; 3. ເຂດການຄ້າ ແລະ ທີ່ພັກອາໄສ ເຊິ່ງເຂດນີ້ຈະໃຊ້ເນື້ອທີ່ປະມານ 30 ເຮັກຕາ.

ຈຸດປະສົງຂອງການສ້າງຕັ້ງວິສາຫະກິດປະສົມນີ້ແມ່ນອີງໃສ່ທ່າແຮງຂອງນະຄອນຫຼວງວຽງຈັນ ໃນປະຈຸບັນທີ່ມີສະຖານີລົດໄຟລາວ-ຈີນ ຕັ້ງຢູ່ທັງສາຍຂົນສົ່ງມວນຊົນ ແລະ ສາຍຂົນສົ່ງສິນຄ້າ ໃນນັ້ນຍັງແລ່ນຜ່ານເຂດນິຄົມອຸດສາຫະກໍານະຄອນຫຼວງວຽງຈັນ ເຊິ່ງເປັນທ່າແຮງໃຫ້ແກ່ການພັດທະນານິຄົມດັ່ງກ່າວ ທີ່ທາງອົງການປົກຄອງ ນະຄອນຫຼວງວຽງຈັນ ກໍ່ຄືພະແນກ ອຸດສາຫະກໍາ ແລະ ການຄ້າ ໄດ້ອອກແບບ ແລະ ກຳນົດເຂດໄວ້ແລ້ວແຕ່ປີ 2005 ເປັນຕົ້ນມາ, ຕາມຂໍ້ຕົກລົງຮັບຮອງເອົາເຂດ ອຸດສາຫະກໍາ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບເລກທີ 602/ຈຄ.ນວ , ລົງວັນທີ 29 ທັນວາ 2005 ກວມເອົາ 12 ໝູ່ບ້ານຄື: ບ້ານ ສະພັງຄະນົງ, ບ້ານ ໂຄກສະອາດ, ບ້ານ ສ້າງຄອມ, ບ້ານ ຫົວຊຽງ, ບ້ານ ສ້າງຫົວບໍ່, ບ້ານ ນາໂນ, ບ້ານ ນາໄຫ, ບ້ານ ດັ່ງກາງ, ບ້ານ ດຸ່ງໃຫ່ຍ, ບ້ານ ນາປ່ຽນ, ບ້ານ ໂພນທອງ, ບ້ານ ໂຊກນ້ອຍ ແລະ ບ້ານ ໂຊກໃຫ່ຍ ລວມເນື້ອທີ່ 2.080 ເຮັກຕາ.

ແຕ່ມາຮອດປີ 2010 ລັດຖະບານໄດ້ອອກຂໍ້ຕົກລົງສະບັບເລກທີ 149/ນຍ ລົງວັນທີ 14/10/2010 ໄດ້ແບ່ງເນື້ອທີ່ດັ່ງກ່າວໃຫ້ເປັນເຂດໂຄງການພັດທະນາ ກວມລວມໄຊເສດຖາຈໍານວນໜຶ່ງ ແລະ ເຂດເຂດນິຄົມອຸດສາຫະກໍາ ນະຄອນຫຼວງວຽງຈັນ ຍັງເຫຼືອພຽງແຕ່ 1.516 ເຮັກຕາ, ແຕ່ມາຮອດປະຈຸບັນນີ້ກໍ່ຍັງມີໂຄງການທີ່ລັດຖະບານໄດ້ຕົກລົງ ແລະ ອະນຸມັດໄປແລ້ວລວມມີເຂດ ສຶກສາ ແລະ ພັດທະນາຂອງ ບໍລິສັດ ພົງສະຫວັນ 300 ເຮັກຕາ ແລະ ຂອງບໍລິສັດ ຊວນເຢ ຈຳນວນ 80,56 ເຮັກຕາ ເຊິ່ງພັດທະນາເປັນເຂດກະສິກໍາສົ່ງອອກ.

ພ້ອມນີ້ຈະສືບຕໍ່ດຳເນີນການສຳຫຼວດຈັດສັນເວນຄືນທີ່ດິນສ່ວນທີ່ເຫຼືອໃນເນື້ອທີ 1.035,875 ເຮັກຕາ ເພື່ອພັດທະນາໂຄງການໄລຍະ 2 ໃນການກຳນົດເຂດພພັດທນະານິຄົມອຸດສາຫະກຳ ວຽງຈັນ ລວມມີ: ເຂດອຸດສາຫະກຳ ປະເພດ I (UA), ເຂດອຸດສາຫະກຳ ປະເພດ II (UB),  ເຂດອຸດສາຫະກໍາ ປະເພດ I (UC), ເຂດທີ່ພັກອາໃສ ແລະ ການຄ້າ (ບໍລິສັດ ພົງສະຫວັນ), ເຂດສາທາລະນະ ແລະ ຂົນສົ່ງໂດຍສານ, ເຂດກະສິກໍາສົ່ງອອກ (ບໍລິສັດ ຊວນເຢ), ເຂດລະບົບສາງ ແລະ ຂົນສົ່ງສິນຄ້າ, ເຂດການຄ້າ ແລະ ບໍລິການຂາຍຍ່ອຍ, ເຂດການຄ້າສາກົນເຂດບຳບັດນ້ຳເປື້ອນ ເຂດສີຂຽວ ແລະ ເຂດຈັດສັນຖະໜົນຫົນທາງ.

ໃນເນື້ອທີ່ດັ່ງກ່າວນີ້ຈະຕ້ອງສຳຫຼວດອອກແບບຄືນໃໝ່ຕາມຕົວຈິງ ແລະ ຊົດເຊີຍຄ່າທີ່ດິນໃຫ້ແກ່ປະຊາຊົນທີ່ຖືກໂຄງການນີ້, ຫຼັງຈາກໄດ້ຊົດເຊີຍທີ່ດິນຄືນໝົດແລ້ວ ຈຶ່ງຈະໄດ້ອອກແບບວາງແຜນ ເພື່ອພັດທະນາທີ່ດິນໃຫ້ໄປຕາມແຜນຜັງລວມ ເພື່ອເປັນການຮອງຮັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງ.