ແຈ້ງປັບລົງລາຄານໍ້າມັນ ເລີ່ມມີຜົນມື້ນີ້ 14:00ໂມງ

156

ຖືເປັນຂ່າວດີສຸດໆຂອງເດືອນພຶດສະພາ ແລະເປັນການຊ່ວຍຫຼຸດຜ່ອນເງິນໃນຖົງຂອງປະຊາຊົນໄດ້ຫຼາຍສົມຄວນ ພາຍຫຼັງທີ່ສອງວັນຜ່ານມາທຸກຄົນໄດ້ເລາະຫາຊື້ນ້ຳມັນດ້ວຍຄວາມລຳບາກ ມາຮອດຕອນແລງວັນທີ 9 ພຶດສະພາ ຫຼາຍປ້ຳໄດ້ກັບມາເປີດມີນ້ຳມັນສະໜອງສັງຄົມ ແລະຫຼ້າສຸດກະຊວງອຸດສາຫະກຳ ແລະການຄ້າແມ່ນໄດ້ແຈ້ງປັບລົງລາຄານ້ຳມັນສອງປະເພດແລ້ວ ແຕ່ປັບຂຶ້ນນ້ຳແອັດຊັງພິເສດ.

ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 0557/ອຄ ລົງວັນທີ 10 ພຶດສະພາ 2022 ເຖິງ: ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ. ກ່ຽວກັບການແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃໝ່ນີ້ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ເມສາ 2022 ເວລາ 14:00 ໂມງ ໃນຂອບເຂດທົ່ວປະເທດ. ເຊິ່ງການປັບລາຄານໍ້າມັນເຊື້ອໄຟຄັ້ງນີ້ແມ່ນໄດ້ຫຼຸດອາກອນຊົມໃຊ້ນໍ້າມັນກາຊວນຈາກ 21% ມາເປັນ 11%, ຫຼຸດອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຈາກ 31% ມາເປັນ 16%. ພ້ອມໄດ້ປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດຄື: ນໍ້າມັນແອັດຊັງພິເສດ ປັບຂຶ້ນ 1.580 ກີບຕໍ່ລິດ; ແອັດຊັງທຳມະດາ ປັບລົງ 760 ກີບຕໍ່ລິດ ແລະ ກາຊວນ ປັບລົງ 170 ກີບຕໍ່ລິດ.

ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກຳນົດໄວ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0340/ກຄພນ ລົງວັນທີ 10 ພຶດສະພາ 2022 ຈົນກວ່າຈະມີການປ່ຽນແປງ.