ມາເລເຊຍ ຕັ້ງເປົ້າຊີງສ່ວນແບ່ງຕະຫຼາດນ້ຳມັນປາມໃນ ອີຢູ

129

ສຳນັກຂ່າວຣອຍເຕີ ລາຍງານວ່າ ມາເລເຊຍ ຕັ້ງເປົ້າຊີງສ່ວນແບ່ງຕະຫຼາດນ້ຳມັນປາມໃນສະຫະພາບເອີຣົບ ( EU ), ໃນຂະນະທີ່ທົ່ວໂລກກຳລັງປະເຊີນກັບການຂາດແຄນນໍ້າມັນພືດຢ່າງໜັກ ໂດຍຄາດວ່າລາຄາຈະເພີ່ມສູງຂຶ້ນອີກ.

ລາຍງານລະບຸວ່າ: ທາງການມາເລເຊຍ ໄດ້ປະກາດໃນວັນທີ 6 ພຶດສະພາຜ່ານມາວ່າ ມາເລເຊຍ ເຊິ່ງເປັນຜູ້ຜະລິດນ້ຳມັນປາມລາຍໃຫຍ່ອັນດັບ 2 ຂອງໂລກ ຮອງຈາກອິນໂດເນເຊຍ ກຳລັງວາງແຜນໃຊ້ປະໂຫຍດຈາກການຂາດແຄນນ້ຳມັນປາມໃນທົ່ວໂລກ ແລະ ຄວາມເຄັ່ງຕຶງດ້ານການເມືອງລະຫວ່າງປະເທດ ຊີງສ່ວນແບ່ງຕະຫຼາດເພີ່ມ ຫຼັງຈາກທີ່ກ່ອນໜ້ານີ້ບັນດາຜູ້ຊື້ໃນເອີຣົບ ສ່ວນໜຶ່ງຫຼີກລ່ຽງການສັ່ງຊື້ນ້ຳມັນປາມຈາກມາເລເຊຍ ເນື່ອງຈາກມີຄວາມກັງວົນເລື່ອງສິ່ງແວດລ້ອມ.

ທ່ານ ນາງ ຊູໄຣດາ ກາມາຣຸດດີນ ລັດຖະມົນຕີກະຊວງອຸດສາຫະກຳເພາະປູກ ແລະ ສິນຄ້າຂອງມາເລເຊຍ ກ່າວວ່າ: ລັດຖະບານມາເລເຊຍ ຈະບໍ່ປ່ອຍໃຫ້ໂອກາດດີໆແບບນີ້ສູນເສຍໄປ ເຖິງເວລາແລ້ວທີ່ລັດຖະບານຈະເພີ່ມຄວາມພະຍາຍາມໃນການຕໍ່ຕ້ານໂຄສະນາຊວນເຊື່ອທີ່ເປັນບ່ອນທຳລາຍຄວາມໜ້າເຊື່ອຖືນ້ຳມັນປາມຂອງມາເລເຊຍ ແລະ ສະແດງໃຫ້ຜູ້ຄົນໄດ້ເຫັນເຖິງຄຸນປະໂຫຍດຢ່າງ ໃຫຍ່ຫຼວງທີ່ນ້ຳມັນປາມມີຕໍ່ສຸຂະພາບ.

ໃນຂະນະນີ້ ລາຄານ້ຳມັນປາມໂລກມີທ່າອ່ຽງເພີ່ມຂຶ້ນ ແລະ ອຸປະສົງຂອງ ອີຢູ ກໍມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກອຸປະທານຂອງນ້ຳມັນດອກຕາເວັນ ແລະ ນ້ຳມັນຖົ່ວເຫຼືອງຫຼຸດລົງ. ຍິ່ງໄປກວ່ານັ້ນ, ອຸປະທານຂອງນ້ຳມັນດອກຕາເວັນໃນຕະຫຼາດໂລກບໍ່ມີຄວາມແນ່ນອນ ເນື່ອງຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ.

ທ່ານ ນາງ ຊູໄຣດາ ຍັງກ່າວອີກວ່າ: ມາເລເຊຍ ຈະໄດ້ຮັບຜົນປະໂຫຍດຈາກການປ່ຽນແປງອຸປະສົງໃນຄັ້ງນີ້ ໂດຍລັດຖະບານຈະໃຊ້ຄວາມພະຍາຍາມເພື່ອສົ່ງເສີມຢ່າງບຸກທະລຸ ເພື່ອຕື່ມເຕັມຕ່ອງໂສ້ອຸປະທານຂອງໂລກໃນໄລຍະຍາວ.

ທັງນີ້, ມາເລເຊຍ ແລະ ອິນໂດເນເຊຍ ເປັນຜູ້ຜະລິດນ້ຳມັນປາມ ກວມເອົາ 85% ຂອງໂລກ ຢືນຢັນວ່າການອອກມາດຕະການຈຳກັດເຊື້ອເພີງຊີວະພາບທີ່ມີສ່ວນປະສົມຂອງນ້ຳມັນປາມຂອງອີຢູ ນັ້ນຖືວ່າເປັນການເລືອກປະຕິບັດ ເຊິ່ງມາເລເຊຍ ແລະ ອິນໂດເນເຊຍ ຈະຍື່ນຄຳຮ້ອງເລື່ອງດັ່ງກ່າວຕໍ່ອົງການການຄ້າໂລກ.