J.P. Morgan ຊີ້ ຕະຫຼາດຫຸ້ນອາຊີສົດໃສ – ເປີດປະເທດຊ່ວຍຟື້ນຟູການທ່ອງທ່ຽວ

63

ນັກວິເຄາະຂອງ J.P. Morgan ຄາດການວ່າ ຕະຫຼາດຫຸ້ນໃນພູມີພາກອາຊີຕາເວັນອອກສ່ຽງໃຕ້ ມີທ່າອ່ຽງສົດໃສ ເນື່ອງຈາກນັກລົງທຶນຄາດວ່າ ການທີ່ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເພື່ອຄວບຄຸມອັດຕາເງິນເຟີ້ ບວກກັບ ຈີນ ອອກມາດຕະການຄວບຄຸມໂຄວິດ – 19 ນັ້ນ ຈະເຮັດໃຫ້ຕະຫຼາດຫຸ້ນພູມີພາກອາຊີຕາເວັນອອກສ່ຽງໃຕ້ ເປັນສະຖານທີ່ທີ່ດີທີ່ສຸດທີ່ຈະນຳເງິນເຂົ້າມາພັກໄວ້ໃນຂະນະນີ້.

ນັກລົງທຶນຄາດຫວັງວ່າ ຕະຫຼາດຫຸ້ນໃນອາຊີຈະໄດ້ຮັບປະໂຫຍດຈາກທີ່ຫຼາຍປະເທດໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ເຊິ່ງເປັນປັດໄຈຫຼັກທີ່ຈະຟື້ນຟູອຸດສາຫະກຳທ່ອງທ່ຽວ ໂດຍມີລາຍງານວ່າ ຍອດຈອງປີ້ເຮືອບິນ ເພື່ອເດີນທາງທ່ອງທ່ຽວເພີ່ມຂຶ້ນ ຫຼັງຈາກທີ່ຫຼາຍປະເທດໃນອາຊຽນໄດ້ອະນຸຍາດໃຫ້ນັກທ່ອງທ່ຽວທີ່ສັກວັກຊີນຄົບໂດສແລ້ວ ເດີນທາງເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກຕົວ.

ທ່ານ ອາເລັກຊານເດີ ເທຣເວສ ຫົວໜ້ານັກວິເຄາະດ້ານການລົງທຶນໃນຕະຫຼາດຫຸ້ນໃນອາຊີ – ປາຊີຟິກຂອງ J.P. Morgan ກ່າວວ່າ: ຕະຫຼາດຫຸ້ນໃນອາຊີໄດ້ຮັບ ຄວາມສົນໃຈຈາກນັກລົງທຶນຕະຫຼອດມາ ແລະ ເມື່ອພິຈາລະນາຈາກປັດໄຈຕ່າງໆແລ້ວ ການທີ່ເສດຖະກິດອາຊີກຳລັງຟື້ນຕົວຈາກຜົນກະທົບຂອງວິກິດໂຄ ວິດ – 19 ຍິ່ງເຮັດໃຫ້ຕະຫຼາດຫຸ້ນໃນພູມີພາກນີ້ໄດ້ຮັບຄວາມສົນໃຈຈາກນັກລົງທຶນຫຼາຍຂຶ້ນ.

ນັກວິເຄາະລະບຸວ່າ ນັກລົງທຶນເຂົ້າມາລົງທຶນໃນຕະຫຼາດຫຸ້ນອາຊີ ເພື່ອຫຼີກລ່ຽງຄວາມສ່ຽງຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ໂດຍສະເພາະໃນເວລາທີ່ມີຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການທົ່ວໂລກເພີ່ມຂຶ້ນ, ນອກຈາກນີ້ການທີ່ອິນໂດເນເຊຍ ເປັນຜູ້ສົ່ງອອກຖ່ານຫີນ, ນ້ຳມັນປາມ ແລະ ແກັສທຳມະຊາດລາຍໃຫຍ່ຂອງອາຊີ ຍິ່ງເປັນປັດໄຈຍູ້ໜູນລາຄາສິນຄ້າເຫຼົ່ານີ້ເພີ່ມຂຶ້ນ.