ສາເຫດທີ່ເຮັດໃຫ້ນໍ້າມັນ ຂາດຕະຫລາດໃນລາວຍ້ອນການນຳເຂົ້າຫລຸດລົງ

166

ເຊື່ອວ່າຫຼາຍຄົນພົບປັນຫານີ້ ແລະ ຕ້ອງເຂົ້າໃຈນຳກັນວ່າບໍ່ມີແຕ່ເຮົາ ເກືອບວ່າທຸກຄົນ ແລະ ຫຼາຍແຂວງທີ່ ປັດຈຸບັນ ນໍ້າມັນເຊື້ອໄຟຢູ່ ສປປ ລາວ ຂາດຕະຫລາດ ແລະ ເຫັນວ່າມວນຊົນຫລັ່ງໄຫລກັນໄປຊື້ນໍ້າມັນເປັນຈຳນວນຫລາຍ ເຮັດໃຫ້ການສັນຈອນແອອັດ ໃນຂະນະທີ່ປໍ້ານໍ້າມັນບາງແຫ່ງ ກໍໄດ້ປິດການໃຫ້ບໍລິການ ເນື່ອງຈາກວ່ານໍ້າມັນໝົດ ເຊິ່ງສາເຫດທີ່ເຮັດໃຫ້ນໍ້າມັນຂາດຕະຫລາດ ຍ້ອນການນໍາເຂົ້າຫລຸດລົງ ເນື່ອງຈາກໄດ້ຮັບຜົນກະທົບ ຈາກລາຄານໍ້າມັນໃນຕະຫລາດໂລກສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ (ເງິນກີບອອນຄ່າ) ເຮັດໃຫ້ຂາດເງິນໂດລາ ເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງຜູ້ນຳເຂົ້ານໍ້າມັນໃນປະເທດລາວ ຕ້ອງຈ່າຍເປັນເງິນໂດລາ ເພື່ອຊື້ນໍ້າມັນເຊື້ອໄຟຈາກແຫລ່ງພາຍນອກ.

ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ລາຍງານໃຫ້ຮູ້ໃນວັນທີ 9 ພຶດສະພາ 2022 ວ່າ: ສາເຫດທີ່ເຮັດໃຫ້ການນໍາເຂົ້າ ນໍ້າມັນເຊື້ອໄຟຫລຸດໜ້ອຍລົງ ຍ້ອນຜົນຜະລິດນໍ້າມັນເຊື້ອໄຟ ໃນຕະຫລາດໂລກມີຄວາມບໍ່ແນ່ນອນ ເຊິ່ງໂຮງງານ ກັ່ນນໍ້າມັນ ຈໍານວນໜຶ່ງ ກໍາລັງເກັບນໍ້າມັນເຊື້ອໄຟ ໄວ້ເພື່ອສ້າງກໍາໄລ, ບວກກັບລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ ມີການເໜັງຕີງເປັນປະຈຳ ເຮັດໃຫ້ຜູ້ນໍາເຂົ້າມີຄວາມຫຍຸ້ງຍາກ ໃນການຊື້ນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຂອງປະເທດ, ຜູ້ນໍາເຂົ້ານໍ້າມັນບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫລວງຫລາຍຈາກອັດຕາແລກປ່ຽນເງິນກີບ/ໂດລາ ທີ່ບໍ່ເອື້ອອໍານວຍ, ປະເທດລາວຕ້ອງການນ້ຳມັນປະມານ 120 ລ້ານລິດຕໍ່ເດືອນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາ ຊົນ ແຕ່ປັດຈຸບັນນີ້, ຜູ້ນໍາເຂົ້າສາມາດຊື້ໄດ້ພຽງແຕ່ 20 ລ້ານລິດ.

ທ່ານ ສີສັງຄົມ ໂຄດໂຍທາ ຍັງໃຫ້ຮູ້ອີກວ່າ: ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ນໍາເຂົ້າ ໝາຍຄວາມວ່າລາຄາຂາຍຍ່ອຍໃນລາວ ຈະສືບຕໍ່ສູງຂຶ້ນຢ່າງຫລີກລ່ຽງບໍ່ໄດ້ ພວກເຮົາຍັງບໍ່ຮູ້ວ່າຈະນຳເຂົ້ານ້ຳມັນເຊື້ອໄຟໄດ້ອີກມື້ໃດ. ປ້ຳນ້ຳມັນບາງແຫ່ງມີນ້ຳມັນໜ້ອຍລົງເພາະມີການນຳເຂົ້າໜ້ອຍ.

ອີງຕາມຂໍ້ມູນຈາກ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ພາກລັດກຳລັງເລັ່ງຊອກຫາວິທີຄວບຄຸມລາຄານ້ຳມັນເຊື້ອໄຟ ເພາະວ່າລາຄານ້ຳມັນເພີ່ມຂຶ້ນສົ່ງຜົນສະທ້ອນເຖິງການຄົມມະນາຄົມ, ໄພເງິນເຟີ້ ແລະ ຄ່າຄອງຊີບ.
ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ