ທີມຊາດລາວ ພົບ ມຽນມາ ນັດທໍາອິດບານເຕະຍິງຊີເກມ ແລງມື້ນີ້, ຄູຝຶກຊີ້ນັດນີ້ສໍາຄັນຕໍ່ເປົ້າໝາຍ

85

ທີມບານເຕະບານເຕະຍິງ ທີມຊາດລາວ ກຽມລົງສະໜາມນັດທໍາອິດຂອງກຸ່ມ B ພົບກັບ ທີມຊາດມຽນມາ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນແລງມື້ນີ້ວັນທີ 10 ພຶດສະພາ 2022 ທີ່ສະໜາມ Cam Pha Stadium.

ທ່ານ ວົງມີໄຊ ສຸບົວຄຳ ຫົວໜ້າຄູຝຶກ ທີມບານເຕະຍິງ ທີມຊາດລາວ ໃຫ້ສໍາພາດກ່ອນລົງແຂ່ງຂັນວ່າ: ຈຸດເດັ່ນຂອງ ທີມບານເຕະຍິງທີມຊາດລາວ ຊຸດນີ້ແມ່ນມີນັກເຕະຊຸດເຍົາວະຊົນ ຢູ 15 ແລະ ຢູ 16 ຕາມຍຸດທະສາດຂອງ ສະຫະພັນບານເຕະແຫ່ງຊາດລາວ ນັບແຕ່ປີ 2016 ເຊິ່ງມາຮອດປັດຈຸບັນກໍເຫັນເຖິງການພັດທະນາຫຼາຍດ້ານໆ ໂດຍສະເພາະແມ່ນມີຄວາມເປັນທີມເວີກທີ່ດີ ແລະ ມີຄວາມມັກຄີປຽບເໝືອນຄອບຄົວດຽວກັນ, ສ່ວນຄູ່ແຂ່ງກຸ່ມຂອງ ທີມຊາດລາວ ແມ່ນມີຄວາມແຂງແກ່ນຄືດັ່ງທີ່ເຮົາຮູ້ກໍຄື ທີມຊາດໄທ ແລະ ມຽນມາ.

“ ໂດຍສະເພາະນັດທໍາອິດທີ່ພວກເຮົາຈະພົບກັບ ທີມຊາດມຽນມາ ເຊິ່ງກໍໄດ້ສຶກສາເບິ່ງພວກເຮົາແມ່ນມີນັກເຕະທີ່ໄດ້ໄປຫຼິ້ນຢູ່ໃນລີກອິນເດຍ 1 ຄົນທີ່ເປັນກອງໜ້າ ເຊິ່ງກໍເຄີຍໄດ້ແຂ່ງຂັນກັບທີມຊາດຫວຽດນາມ ແລະ ອິນໂດນເຊຍ ໃນເອຊຽນເກມທີ່ຜ່ານມາ. ຢ່າງໃດກໍຕາມ ພວກເຮົາຈະສູ້ເຕັມທີ່ ເພື່ອເຮັດໃຫ້ຜົນງານອອກມາໃຫ້ດີທີ່ສຸດ, ສ່ວນ ທີມຊາດໄທ ແນ່ນອນເປັນທີມທີ່ແຂງແກ່ນທີ່ສຸດ ເພາະພວກເຂົາມີລີກແຂ່ງຂັນປະຈໍາຢູ່ແລ້ວ ແລະ ອີກທີມໜຶ່ງຄື ທີມຊາດສິງກະໂປ ມີການພັດທະນາຢ່າງຕໍ່ເນື່ອງ ແລະ ເບິ່ງຕາມອັນດັບໂລກແລ້ວມີຢູ່ໃກ້ຄຽງກັນສາມາດສູ້ໄດ້ ສໍາລັບ ເປົ້າໝາຍແມ່ນທາງ ສະຫະພັນບານເຕະແຫ່ງຊາດລາວ ວາງເປົ້າໃຫ້ເຂົ້າຮອບ 4 ທີມສຸດທ້າຍ. ດັ່ງນັ້ນ ພວກເຮົາຕ້ອງເບິ່ງນັດຕໍ່ນັດ ໂດຍສະເພາະນັດທໍາອິດທີ່ພົບກັບ ມຽນມາ ຖືວ່າສໍາຄັນຫຼາຍ ” ຫົວໜ້າຄູຝຶກທີມຊາດລາວ ກ່າວ.

ສໍາລັບ ການແຂ່ງຂັນບານເຕະຍິງ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປະກອບມີ 7 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື:
-ກຸ່ມ A : ຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ.
-ກຸ່ມ B : ໄທ, ມຽນມາ, ລາວ ແລະ ສິງກະໂປ.

ສ່ວນຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ທຸກໆນັດແມ່ນຈະແຂ່ງຂັນທີ່ສະໜາມ Cam Pha ມີດັ່ງນີ້:
– ວັນທີ 10 ພຶດສະພາ 2022 ເວລາ 16:00 ໂມງ ມຽນມາ ພົບ ລາວ
– ວັນທີ 13 ພຶດສະພາ 2022 ເວລາ 16:00 ໂມງ ລາວ ພົບ ສິງກະໂປ
– ວັນທີ 15 ພຶດສະພາ 2022 ເວລາ 16:00 ໂມງ ລາວ ພົບ ໄທ
ຂ່າວ: ຫຼ້າ MKP; ຮູບ: ສະຫະພັນບານເຕະແຫ່ງຊາດລາວ